刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ຕໍ່​ມື້​ຢູ່​ອາ​ເມ​ຣິ​ກາ​ມີຫຼາຍກວ່າ 540.000 ກໍ​ລະ​ນີ

2021-12-29 17:23:10 cri

 

​ມາ​ຮອດ​ເວ​ລາ​ 4 ໂມງ 22 ນາ​ທີ​ຂອງວັນ​ທີ 29 ທັນ​ວາ​ນີ້​ຕາມ​ເວ​ລາ​ວຽງ​ຈັນ, ​ຕົວ​ເລກ​ສະ​ຖິ​ຕິ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລຈອນ ​ຮອບ​ກິນ​ສ ອາ​ເມ​ຣິ​​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19 ​ຢູ່​ອາ​ເມ​ຣິ​ກາລວມ​ທັງ​ໝົດ​​ມີ​ເຖິງ 53.093.904 ​ກໍ​ລະ​ນີ, ​ມີຜູ້​ເສຍ​ຊີ​ວິດ​​ເຖິງ 820.419 ຄົນ. 2 ຕົວ​ເລກນີ້​ເມື່ອ​ທຽບ​ໃສ່ໄລ​ຍະ 24 ຊົ່ວ​ໂມງ​​​ກ່ອນ​​ນັ້ນ​ໄດ້ເຫັນ​ວ່າ: ມີ​ຜູ້​ເປັນ​ພະ​ຍາດ​ເພີ່ມ​ໃໝ່​ອີກ 543.928 ຄົນ ເຊິ່ງ​ເປັນ​ຕົວ​ເລກສູງ​ສຸດ​ຕໍ່​ມື້ ນັບ​ແຕ່​ເກີດ​​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ. ນອກ​ນີ້, ວັນ​ທີ 27 ທັນ​ວາ​ນີ້, ​ຢູ່ອາ​ເມ​ຣິ​ກາ​ມີຜູ້​ເສຍ​ຊີ​ວິດ​ຍ້ອນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ອີກ 3.023 ຄົນ.

ຄຳ​ເຫັນ

0