何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2022 ຈີນຈະ​ສືບ​ຕໍ່ຮັກ​ສາ​ເນື້ອ​ທີ່​ປູກ​ຝັງ​ສະ​ບຽງ​ອາ​ຫານ​ຢ່າງ​ໝັ້ນ​ທ່ຽງ

2021-12-30 13:22:05 CRI

ປີ 2022 ຈີນຈະ​ສືບ​ຕໍ່ຮັກ​ສາ​ເນື້ອ​ທີ່​ປູກ​ຝັງ​ສະ​ບຽງ​ອາ​ຫານ​ຢ່າງ​ໝັ້ນ​ທ່ຽງ_fororder_1230-11

 

ກອງ​ປະ​ຊຸມ​ວຽກ​ງານ​ຊົນ​ນະ​ບົດ​ຂັ້ນ​ສູນ​ກາງ​ຂອງ​ຈີນ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ຫວ່າງບໍ່​ດົນ​ມາ​ນີ້ ໂດຍ​ໄດ້​ວາງ​ແຜນ​ລະ​ອຽດ​ກ່ຽວ​ກັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ຊົນ​ນະ​ບົດ​ກະ​ສິ​ກຳ ແລະ​ຊາວ​ກະ​ສິ​ກອນ​ໃຫ້​ດີ​ໃນ​ປີ 2022. ໃນ​ກອງ​ປະ​ຊຸມ​ໄດ້​ກ່າວ​ເນັ້ນ​ວ່າ, ຍາມ​ໃດຊາວ​ຈີນ​ກໍ​ຕ້ອງ​ກຳ​ແໜ້ນ​ຖ້ວຍ​ເຂົ້າ​ຂອງ​ຕົນ​​ໄວ້​ໃນ​ກຳ​ມື​​ໃຫ້​ດີ, ແລະ​ໃນ​ຖ້ວຍ​ເຂົ້າ​ນັ້ນກໍ່​ຕ້ອງ​ມີ​ສະ​ບຽງ​ອາ​ຫານ​ຂອງ​ຈີນ​ເອງ​ເປັນຫຼັກ. ທ່ານ​ຖາງ​ເຢີນ​ຈ້ຽນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​ຈີນ​ກ່າວ​ວ່າ, ກ່ອນ​ອື່ນ​ໝົດ ຕ້ອງ​ຮັບ​ປະ​ກັນ​ເນື້ອ​ທີ່​ປູກ​​ຝັງ​ດ້ານສະ​ບຽງ​ອາ​ຫານ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ​ໂດຍ​ພື້ນ​ຖານ, ​ຮັກ​ສາ​ແນວ​ພັນ ແລະ ດິນ​ປູກ​ຟັງ​ທີ່​ເປັນ​ຂອ​ດ​ສຳ​ຄັນ, ລົງ​ເລິກ​ການ​ປະ​ຕິ​ບັດ​ແຜນດຳ​ເນີນ​ງານ​ໃນ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​​ແນວ​ພັນ, ຮັບ​ປະ​ກັນ​ໃຫ້​ເນື້ອ​ທີ່​ປູກ​ຝັງ​ດ້ານ​ສະ​ບຽງ​ອາ​ຫານ​ມີ​ມາດ​ຕະ​ຖານ​ສູງ​ໃນ​ກໍ​ລະ​ນີ​ທີ່​ເກີດ​ໄພ​ແຫ້ງ​ແລ້ງ ແລະ ໄພ​ນ້ຳ​ຖ້ວມກໍ່​ສາ​ມາດ​ຮັບ​ປະ​ກັນ​ດ້ານ​ຜົນ​ຜະ​ລິດ.

ປີ 2022 ຈີນຈະ​ສືບ​ຕໍ່ຮັກ​ສາ​ເນື້ອ​ທີ່​ປູກ​ຝັງ​ສະ​ບຽງ​ອາ​ຫານ​ຢ່າງ​ໝັ້ນ​ທ່ຽງ_fororder_1230-1

ຂໍ້​ມູນ​ຂອງ​ອົງ​ການ​ສະ​ຖິ​ຕິ​ແຫ່ງ​ຊາດ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ, ປີ 2021 ຍອດ​ປະ​ລິ​ມານ​ຜົນ​ຜະ​ລິດ​ສະ​ບຽງ​ອາ​ຫານ​ຂອງ​ທົ່ວ​ປະ​ເທດ​ຈີນຫຼາຍກວ່າ 682ລ້ານໂຕນ, ເພີ່ມ​ຂຶ້ນ2%ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2020, ເຊິ່ງ​ແມ່ນ​ຍອດ​ປະ​ລິ​ມານຜົນ​ຜະ​ລິດ​ສະ​ບຽງ​ອາ​ຫານ ​ຂອງ​ຈີນທີ່​ສາ​ມາດ​ຮັກ​ສາ​ໃຫ້​ຢູ່​ໃນ​ລະ​ດັບຫຼາຍກວ່າ 650ລ້ານ​ໂຕນ​ຕໍ່​ປີ​ເປັນ​​ເວ​ລາ 7 ​ປີລຽນ​ຕິດ. ເຖິງວ່າ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ໄພ​ທຳ​ມະ​ຊາດ​ຢູ່​ບາງ​ທ້ອງ​ຖິ່ນ ແລະ ປັດ​ໄຈ​ອື່ນໆ, ຕະຫຼາດ​ສະ​ບຽງ​ອາ​ຫານ​ພາຍ​ໃນ​ປະ​ເທດ​ຈີນ​​ກໍ່​ສາ​ມາດ​ສະ​ໜອງ​ໄດ້​ຢ່າງ​ພຽງ​ພໍ ແລະ ​ຈໍ​ລະ​ຈອນ​ໄດ້​ຢ່າງ​ໝັ້ນ​ທ່ຽງ.

ໃນ​ດ້ານ​ການ​ເພີ່ມ​ລາຍ​ຮັບ​ໃຫ້​ກັບ​ຊາວ​ກະ​ສິ​ກອນ, ຈີນ​ຈະ​ຜ່ານ​ຊ່ອງ​ທາງ​ຕ່າງໆ, ເຊັ່ນ: ​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ແລະ​ ​ການ​ສ້າງ​ທຸ​ລະ​ກິດ​ໃໝ່ ແລະ​ອື່ນໆ​ເພື່ອ​ຊຸກ​ຍູ້​ການ​ເພີ່ມ​ລາຍ​ຮັບ​ໃຫ້​ກັບ​ຊາວ​ກະ​ສິ​ກອນ, ຮັບ​ປະ​ກັນ​ໃຫ້​ຊາວ​ກະ​ສິ​ກອນ​ຜູ້​ປູກ​ຝັງ​ດ້ານ​ສະ​ບຽງ​ອາ​ຫານ​ມີ​ລາຍ​ຮັບ​ຢ່າງ​ສົມ​ເຫດ​ສົມ​ຜົນ, ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ເສຍ​ປຽບ ແລະ ມີ​ກຳ​ໄລ, ຄາດ​ວ່າ ລາຍ​ຮັບ​ສະ​ເລ່ຍ​ຕໍ່​ຫົວ​ຄົນ​ຂອງ​ຊາວ​ກະ​ສິ​ກອນ​ຈີນ ​ໃນ​ປີ 2021 ຈະ​ມີຫຼາຍກວ່າ 18000 ຢວນ.

ຄຳ​ເຫັນ

0