刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຮານ​ເຈີ້ງ​ພົບ​ປະ​ກັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ

2021-12-30 12:06:39 cri

 

ວັນ​ທີ 29 ທັນ​ວາ​ນີ້, ທ່ານ​ຮານ​ເຈີ້ງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ເຮັງ​ສະ​ວີ​ກີດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂ​ປ​ຜ່ານ​ທາງວີ​ດີ​ໂອ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນກ່າວ​ວ່າ: ຈີນ​ຍິນ​ດີ​ຕ້ອນ​ຮັບ​ສິງ​ກະ​ໂປ​ມີ​ສ່ວນ​ຮ່ວມ​ໃນ​ຂະ​ບວນ​ການ​ສ້າງ​​ສະ​ພາບການ​ພັດ​ທະ​ນາ​ໃໝ່​ຂອງ​ຈີນ​ຢ່າງ​ເລິກ​ເຊິ່ງ.

ທ່ານ​ຮານ​ເຈີ້ງ​ກ່າວ​ເນັ້ນ​ວ່າ: ຈີນ​ຍິນ​ດີ​ຮ່ວມ​​ກັບ​ສິງ​ກະ​ໂປ, ລົງ​ເລິກ​ການ​ຮ່ວມ​ມືຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວ​ຍ​ຄຸນ​ນະ​ພາບ​ສູງ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ລັດ​ທິຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນແມ່ນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາແລະ​ການລິດວັກ​ຊິນ​ໂຄວິດ-19 ແລະ​ຢາ​ປົວ​ພະ​ຍ​າດ​, ຕັ້ງ​ໜ້າ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ການ​ພັດ​ທະ​ນາ​​ຕາມ​ທິດ​ສີ​ຂຽວ​ ແລະ​ອື່ນໆ ເພື່ອ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ມີ​ລະ​ດັບ​ແລະ​ຄຸນ​ນະ​ພາບ​ສູງ​ຂຶ້ນ​ຢ່າງບໍ່​ຢຸດ​ຢັ້ງ.

ທ່ານ​ເຮັງ​ສະ​ວີ​ກັດກ່າວ​ວ່າ: ການ​ທີ່​ຈີນ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ການ​ພັດ​ທະ​ນາ​ໃໝ່ ໄດ້​ສ້າງ​ໂອ​ກາດ​​ອັນ​ໃຫຍ່ຫຼວງ​ໃຫ້​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສິງ​ກະ​ໂປ​ກັບ​ຈີນ. ສິງ​ກະ​ໂປ​ຍິນ​ດີ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ​ກັນຢ່າງ​ໃກ້​ຊິດ​ກັບ​ຈີນ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ກົນ​ໄກ​ການ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ດີ, ລົງ​ເລິກ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ຊຸກ​ຍູ້​ການ​ຄ້າ​ເສ​ລີ, ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ບຸກ​ຄະ​ລາ​ກອນ, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດ​ກໍ​ຄື​ພາກ​ພື້ນ. ຂໍ​ອວຍ​ພອນ​ໃຫ້​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈົ່ງ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ​.

ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ກັນ​ວ່າ: ຄວນ​ຖື​ເອົາ​ການ​ສ້າງ​ສະ​ພາບ​ການ​ພັດ​ທະ​ນາ​ໃໝ່​ເປັນ​ທິດ​ຊີ້​ນຳ, ຊຸກ​ຍູ້​ໃຫ້​ໂຄງ​ການ​ຮ່ວມ​ມື​ທີ່​ສຳ​ຄັນ​ໄດ້​ພັດ​ທະ​ນາ​ດ້ວຍ​ຄຸນ​ນະ​ພາບ​ສູງ, ຖື​​ເອົາ​ການ​ຍົກ​ລະ​ດັບການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ເປັນ​ໂອ​ກາດ, ສ້າງ​ແບບ​ຢ່າງ​​ອັນ​ໃໝ່​ໃນການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​, ຖື​​ເອົາການ​ເປີດກວ້າງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ການ​ຕ້ານ​​ພະ​ຍາດ​ແລະ​ການ​ພັດ​ທະ​ນາ​ເປັນ​ເສົາ​ຄ້ຳ, ປະ​ກອບ​ສ່ວນ​​ຄັ້ງໃໝ່​ເຂົ້າ​ໃນ​ການ​ຕ້ານ​ພະ​ຍາດ​ແລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ໂລກ.

ຄຳ​ເຫັນ

0