ອົງການສະຫະປະຊາຊາດຫວັງໃຫ້ການເຈລະຈາລະຫວ່າງຣັດເຊຍແລະອູແກຣນຈະສາມາດເຮັດໃຫ້ຄຳໝັ້ນສັນຍາກາຍເປັນການກະທຳຕົວຈິງໂດຍໄວ

2022-03-30 17:11:43 CRI


     ຂ່າວສານຊີນຮວາລາຍງານວ່າ: ວັນທີ 29 ມີນານີ້, ຣັດເຊຍ ແລະ ອູແກຣນໄດ້ຈັດການເຈລະຈາເຊິ່ງໜ້າຮອບໃໝ່ຢູ່ນະຄອນອິສຕັນບູນຂອງຕວັກກີ, ທ່ານອາເລັກຊັນດຣາ ຟູມິນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຣັດເຊຍທີ່ເຂົ້າຮ່ວມການເຈລະຈາຄັ້ງນີ້ກ່າວວ່າ: ຝ່າຍຣັດເຊຍຕົກລົງຈະຫຼຸດຈຳນວນການເຄື່ອນໄຫວທາງການທະຫານຢູ່ນະຄອນຫຼວງກິແອັຟ ແລະເຊີນີກົຟຂອງອູແກຣນຢ່າງຫຼວງຫຼາຍ. ຜູ້ຕາງໜ້າການເຈລະຈາຂອງຣັດເຊຍແລະອູແກຣນລ້ວນແຕ່ເຫັນວ່າການເຈລະຈາຮອບນີ້ມີລັກສະນະສ້າງສັນ. ໂຄສົກອົງການສະຫະປະຊາຊາດກ່າວວ່າ: ຫວັງໃຫ້ຄຳໝັ້ນສັນຍາໃນການເຈລະຈາກາຍເປັນສັນຍາລະອຽດແລະເປັນການກະທຳຕົວຈິງໂດຍໄວເທົ່າທີ່ຈະໄວໄດ້. ສ່ວນອາເມຣິກາ ແລະອັງກິດເຫັນວ່າ: ຕ້ອງເບິ່ງການເຄື່ອນໄຫວຕົວຈິງຂອງຝ່າຍຣັດເຊຍໃນຕໍ່ໄປພາຍໜ້າ.


     ທ່ານສະເຕຟານ ດູຈາຣິກ ໂຄສົກຂອງທ່ານອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ອົງການສະຫະປະຊາຊາດກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 29 ມີນານີ້ວ່າ: ອົງການສະຫະປະຊາຊາດຫວັງໃຫ້ຄຳໝັ້ນສັນຍາໃນການເຈລະຈາຈະສາມາດກາຍເປັນສັນຍາລະອຽດແລະການກະທຳຕົວຈິງໂດຍໄວເທົ່າທີ່ຈະໄວໄດ້, ເຮັດໃຫ້ອົງການສະຫະປະຊາຊາດສາມາດຂົນສົ່ງວັດຖຸຊ່ວຍເຫຼືອທາງມະນຸດສະທຳ, ແລະສາມາດບັນລຸການຢຸດຍິງໄດ້. ທ່ານຍັງກ່າວຕື່ມວ່າ: ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດທີ່ຮັບຜິດຊອບວຽກງານມະນຸດສະທຳໄດ້ເລີ່ມດຳເນີນການປຶກສາຫາລືກັບຣັດເຊຍແລະອູແກຣນກ່ຽວກັບຄວາມອາດເປັນໄປໄດ້ທີ່ຈະບັນລຸສັນຍາຢຸດຍິງທາງມະນຸດສະທຳຢູ່ອູແກຣນ ພ້ອມທັງຈະໄປດຳເນີນການໄກ່ເກ່ຍຢູ່ຣັດເຊຍແລະອູແກຣນໃນໄວໆນີ້.