ຝ່າຍຕ່າງໆຄວນມີສະຕິແລະອົດທົນອົດກັ້ນໄວ້ ເພື່ອຫຼີກເວັ້ນບໍ່ໃຫ້ເອີຣົບແລະໂລກໄດ້ຮັບຄວາມເສຍຫາຍຫຼາຍຂຶ້ນ

2022-04-27 15:09:34 cri


ຕາມຂ່າວແຈ້ງວ່າ: ທ່ານລາຟໂລຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍກ່າວວ່າ: ສະຖານະການຣັດເຊຍ-ອູແກຣນໃນປັດຈຸບັນພວມປະເຊີນກັບຄວາມສ່ຽງທີ່ແທ້ຈິງທີ່ຈະເກີດສົງຄາມໂລກຄັ້ງທີສາມ. ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 26 ເມສານີ້ວ່າ: ຈີນຫວັງວ່າຝ່າຍຕ່າງໆຈະມີສະຕິແລະອົດທົນອົດກັ້ນໄວ້ ເພື່ອປ້ອງກັນບໍ່ໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມ.

ທ່ານວ່າງເວີນປິ່ນກ່າວວ່າ: “ບໍ່ມີໃຜຢາກເຫັນສົງຄາມໂລກຄັ້ງທີສາມເກີດຂຶ້ນ, ພວກຂ້າພະເຈົ້າຫວັງວ່າຝ່າຍຕ່າງໆທີ່ກ່ຽວຂ້ອງຈະມີຄວາມສຸຂຸມທຸ່ນທ່ຽງແລະມີຄວາມອົດທົນອົດກັ້ນໄວ້ ເພື່ອປ້ອງກັນບໍ່ໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມ ເພື່ອບັນລຸສັນຕິພາບໂດຍໄວ ແລະຫຼີກເວັ້ນບໍ່ໃຫ້ເອີຣົບແລະໂລກໄດ້ຮັບຄວາມເສຍຫາຍຫຼາຍຂຶ້ນກວ່າເກົ່າ. ໃນສະພາບປັດຈຸບັນ, ກ່ອນອື່ນໝົດ ຝ່າຍຕ່າງໆຄວນຊຸກຍູ້ການສົນທະນາແລະການເຈລະຈາກັນ, ປ້ອງກັນບໍ່ໃຫ້ການປະທະກັນຂະຫຍາຍກວ້າງອອກແລະຍີດເຍື້ອ. ພ້ອມກັນນັ້ນ ຍັງຄວນສຳນຶກຄືນວ່າ: ເອີຣົບເປັນຫຍັງຈິ່ງຕົກເຂົ້າສູ່ຄວາມວຸ້ນວາຍທີ່ເກີດຈາກການປະທະກັນດ້ານການເມືອງພູມສາດພາຍຫຼັງສົງຄາມເຢັນສິ້ນສຸດລົງເປັນເວລາ 30 ກວ່າປີ, ຄວນເຮັດແນວໃດເພື່ອສ້າງໂຄງປະກອບຄວາມໝັ້ນຄົງທີ່ມີຄວາມດຸນດ່ຽງ, ມີປະສິດທິພາບແລະຍືນຍົງຢູ່ເອີຣົບ ແລະຈະເຮັດແນວໃດເພື່ອເພີ່ມທະວີລະບົບບໍລິຫານຄວາມໝັ້ນຄົງຂອງໂລກ?”