ສັນຍາການຄ້າເສລີລະຫວ່າງອິນເດຍກັບສະຫະລັດອາຣັບເອມີເຣດເລີ່ມມີຜົນບັງຄັບໃຊ້

2022-05-02 16:54:26 ​cri

      ສັນຍາການຄ້າເສລີລະຫວ່າງອິນເດຍກັບສະຫະລັດອາຣັບເອມີເຣດໄດ້ເລີ່ມມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ພຶດສະພານີ້ເປັນຕົ້ນໄປ.

      ທ່ານ ຊຸບຣາ ມານຽມ ເຈົ້າໜ້າທີ່ອາວຸໂສຂອງກະຊວງອຸດສາຫະກຳແລະການຄ້າອິນເດຍກ່າວໃນມື້ດັ່ງກ່າວວ່າ: ສະຫະລັດອາຣັບເອມີເຣດແມ່ນຊຸມທາງທີ່ເຊື່ອມຕໍ່ກັບຕາເວັນອອກກາງ,ອາຟຣິກາເໜືອ,ອາຊີກາງແລະອາຟຣິກາໃຕ້ທະເລຊາຍຊາຮາຣາ. ສັນຍາດັ່ງກ່າວຈະມີຜົນດີຕໍ່ການເຮັດໃຫ້ມູນຄ່າການຄ້າສິນຄ້າສອງຝ່າຍຈາກ 60 ຕື້ໂດລາຕໍ່ປີໃນປັດຈຸບັນເພີ່ມສູງຂຶ້ນຮອດ 100 ຕື້ໂດລາຕໍ່ປີພາຍໃນ 5 ປີຂ້າງໜ້າ.

      ວັນທີ 18 ກຸມພາປີນີ້, ອິນເດຍແລະສະຫະລັດອາຣັບເອມີເຣດໄດ້ເຊັນ “ສັນຍາການພົວພັນຄູ່ຮ່ວມເສດຖະກິດຮອບດ້ານ”. ຄຽງຄູ່ກັບສັນຍາເລີ່ມມີຜົນບັງຄັບໃຊ້, ສິນຄ້າຈາກອິນເດຍ 90% ແລະສິນຄ້າຈາກສະຫະລັດອາຣັບເອມີເຣດ 65% ຈະໄດ້ຮັບການໃຫ້ບຸລິມະສິດດ້ານການປອດພາສີໃນການອະນຸມັດໃຫ້ເຂົ້າເຖິງຕະຫຼາດ.