ຊາວຈີນໄປທ່ຽວພາຍໃນປະເທດໃນໄລຍະພັກວັນກຳມະກອນສາກົນມີ 160 ລ້ານເທື່ອຄົນ

2022-05-05 15:40:12 CRI

ໃນໄລຍະພັກວັນກຳມະກອນສາກົນປີ 2022 ນີ້, ຕະຫຼາດວັດທະນະທຳແລະທ່ອງທ່ຽວຂອງຈີນພັດທະນາໄດ້ດີສົມຄວນ, “ການທ່ອງທ່ຽວຢູ່ເຂດໃກ້ຄຽງ” ແລະ “ການພັກຜ່ອນໄລຍະສັ້ນ” ໄດ້ຮັບຄວາມນິຍົມຫຼາຍ, “ການສະແດງຜ່ານທາງອິນເຕີເນັດ” ແລະ ການ “ວາງສະແດງທາງອິນເຕີເນັດ” ກໍໄດ້ດຳເນີນໄປເປັນຢ່າງດີ. ສູນຕົວເລກຂໍ້ມູນຂອງກະຊວງວັດທະນະທຳແລະທ່ອງທ່ຽວຈີນຄາດຄະເນວ່າ: ໃນໄລຍະພັກວັນກຳມະກອນສາກົນ 5 ວັນ, ມີນັກທ່ອງທ່ຽວຈີນໄປທ່ຽວພາຍໃນປະເທດປະມານ 160 ລ້ານເທື່ອຄົນ, ໄດ້ຫຼຸດລົງ 30,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້, ແຕ່ກໍສາມາດຟື້ນຟູຄືນໄດ້ 66,8% ເມື່ອທຽບໃສ່ໄລຍະກ່ອນເກີດມີການແຜ່ລະບາດຂອງພະຍາດໂຄວິດ-19; ລາຍຮັບຈາກການທ່ອງທ່ຽວພາຍໃນປະເທດ ບັນລຸໄດ້ 64,68 ຕື້ຢວນ, ຫຼຸດລົງ 42,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແຕ່ກໍສາມາດຟື້ນຟູຄືນໄດ້ 44% ເມື່ອທຽບໃສ່ໄລຍະກ່ອນເກີດມີການແຜ່ລະບາດຂອງພະຍາດໂຄວິດ-19.