ເຈົ້າໜ້າທີ່ຂັ້ນສູງສະຫະພາບເອີຣົບກ່າວວ່າ: ຈະບໍ່ປະຖິ້ມ “ອະນຸສັນຍາວ່າດ້ວຍອຽກລັງເໜືອ”

2022-05-11 13:32:04 cri

ວັນທີ 10 ພຶດສະພານີ້, ທ່ານມາໂຣສ ເຊຟໂກວິກ ຮອງປະທານຄະນະກຳມາທິການສະຫະພາບເອີຣົບໄດ້ອອກຖະແຫຼງການ ກ່ຽວກັບເລື່ອງທີ່ລັດຖະບານອັງກິດມີເຈດຕະນາຢາກລະເມີດ “ອະນຸສັນຍາວ່າດ້ວຍອຽກລັງເໜືອ” ໂດຍກ່າວວ່າ: “ອະນຸສັນຍາວ່າດ້ວຍອຽກລັງເໜືອ” ເປັນພື້ນຖານຂອງສັນຍາວ່າດ້ວຍອັງກິດຖອນ ອອກຈາກສະຫະພາບເອີຣົບ, ເປັນສັນຍາສະບັບໜຶ່ງທີ່ມີຜົນບັງຄັບໃຊ້ໃນສາກົນ, ບໍ່ສາມາດປະຖິ້ມ ແລະເຈລະຈາຄືນໃໝ່ໄດ້. ປະເທດຕ່າງໆຂອງສະຫະພາບເອີຣົບມີຈຸດຢືນທີ່ເປັນເອກະພາບກັນກ່ຽວກັບເລື່ອງນີ້. ສະຫະພາບເອີຣົບຍິນດີຮ່ວມກັບອັງກິດ ເພື່ອສະແຫວງຫາວິທີການແກ້ໄຂບັນຫາໂດຍບໍ່ຕັ້ງດ່ານກວດກາ ແລະເສັ້ນຊາຍແດນປ້ອງກັນຢູ່ລະຫວ່າງອຽກລັງເໜືອຂອງອັງກິດ ກັບປະເທດອຽກລັງ, ແຕ່ອັງກິດກໍຕ້ອງສະແດງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະຄວາມຄ່ອງແຄ້ວຂອງຕົນເຊັ່ນກັນໃນການແກ້ໄຂບັນຫານີ້.

ເນື້ອໃນໃຈກາງຂອງ“ອະນຸສັນຍາວ່າດ້ວຍອຽກລັງເໜືອ” ກໍຄື: ຫຼັງຈາກອັງກິດຖອນອອກຈາກສະຫະພາບເອີຣົບແລ້ວ, ອຽກລັງເໜືອຂອງອັງກິດ ກັບປະເທດອຽກລັງ ຈະບໍ່ຕັ້ງດ່ານກວດກາ ແລະເສັ້ນຊາຍແດນປ້ອງກັນ. ແຕ່ພາຍຫຼັງອຽກລັງເໜືອຂອງອັງກິດໄດ້ຈັດການເລືອກຕັ້ງໃນອາທິດທີ່ຜ່ານມາແລ້ວ, ບັນຫາດັ່ງກ່າວກໍໄດ້ຮຸນແຮງຂຶ້ນ, ຍິ່ງໄປກວ່ານັ້ນ ອາດຈະສ້າງຜົນກະທົບຕໍ່ການປະກອບຂອງອຳນາດການການປົກຄອງອຽກລັງເໜືອ.