ການປະທະກັນຣັດເຊຍ-ອູແກຣນອາດຈະສ້າງຜົນຮ້າຍທີ່ໜັກໜ່ວງຕໍ່ກັບຄວາມໝັ້ນຄົງດ້ານທັນຍາຫານຂອງໂລກ

2022-05-15 12:17:16 cri

    ທ່ານເຊມ ເອີສເດີມີວ ລັດຖະມົນຕີກະຊວງກະສິກຳເຢຍລະມັນ

ວັນທີ14ພຶດສະພານີ້ຕາມເວລາທ້ອງຖິ່ນ, ກຸ່ມ7ປະເທດໄດ້ກ່າວວ່າ: ການປະທະກັນລະຫວ່າງຣັດເຊຍ-ອູແກຣນອາດຈະສ້າງຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງຕໍ່ກັບຄວາມໝັ້ນຄົງດ້ານທັນຍາຫານຂອງໂລກ, ການຈຳກັດການສົ່ງອອກທັນຍາຫານຂອງອູແກຣນຈະເຮັດໃຫ້ສະຖານະການທັນຍາຫານໃນທົ່ວໂລກມີຄວາມເຄັ່ງຕຶງຂຶ້ນຕື່ມອີກ.

ລັດຖະມົນຕີກະຊວງກະສິກຳຂອງກຸ່ມ7ປະເທດໄດ້ຈັດກອງປະຊຸມຢູ່ນະຄອນສະຕຸດກັດຂອງເຢຍລະມັນໃນວັນທີ13ແລະວັນທີ14ພຶດສະພານີ້,ເພື່ອປຶກສາຫາລືບັນຫາຄວາມໝັ້ນຄົງດ້ານທັນຍາຫານທົ່ວໂລກຍ້ອນການປະທະກັນຣັດເຊຍ-ອູແກຣນ. ທ່ານເຊມ ເອີສເດີມີວ ລັດຖະມົນຕີກະຊວງກະສິກຳເຢຍລະມັນກ່າວວ່າ: ສະຖານະການປັດຈຸບັນ ຕ້ອງການທົ່ວໂລກສາມັກຄີກັນຕໍ່ສູ້ກັບຄວາມອຶດຫິວ. ຂະນະດຽວກັນ,ບໍ່ຄວນຢຸດເຊົາຄວາມພະຍາຍາມເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະການປ້ອງກັນຊີວະນານາພັນ. ປັດຈຸບັນ,ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານທັນຍາຫານແລະສັນຕິພາບເປັນວຽກງານບູລິມະສິດທັງສາມ.

   ເຢຍລະມັນເປັນປະເທດປະທານໝູນວຽນຂອງກຸ່ມ7ປະເທດປະຈຳປີນີ້.ລັດຖະບານເຢຍລະມັນໄດ້ອອກແຈ້ງການໃນວັນທີ14ພຶດສະພານີ້ວ່າ: ຍ້ອນການປະທະກັນຣັດເຊຍ-ອູແກຣນ,ໃນທົ່ວໂລກມີປະມານ43ລ້ານຄົນໄດ້ຜະເຊີນໜ້າກັບຄວາມອຶດຫິວ.