ບັນຫາທີ່ໃຊ້ຄວາມຮຸນແຮງດ້ວຍປືນຢູ່ອາເມຣິກາຍາກທີ່ຈະແກ້ໄຂໄດ້

2022-05-16 14:51:33 cri


ບັນຫາທີ່ໃຊ້ຄວາມຮຸນແຮງດ້ວຍປືນຢູ່ອາເມຣິກາມີທ່າອ່ຽງຮ້າຍແຮງຂຶ້ນຕື່ມ, ບວກກັບຄວາມບໍ່ສຳເລັດໃນການຄວບຄຸມສະພາບພະຍາດໂຄວິດ-19 ເປັນໄລຍະຍາວນານ, ສັງຄົມເກີດມີຄວາມກົດດັນເພີ່ມຂຶ້ນຢ່າງຫຼວງຫຼາຍ, ໃນຊຸມປີມໍ່ໆມານີ້, ອາເມຣິກາໄດ້ເກີດມີຄະດີກ່ຽວກັບການຄຽດຊັງເຊື້ອຊາດຜິວພັນເກີດຂຶ້ນເລື້ອຍໆ.

ອີງຕາມຕົວເລກສະຖິຕິຂອງເວັບໄຊ “ສຳເນົາເອກະສານໃຊ້ຄວາມຮຸນແຮງດ້ວຍປືນ” ຂອງອາເມຣິກາໃຫ້ຮູ້ວ່າ: ໃນໄຕມາດທີໜຶ່ງປີນີ້, ເຫດການໃຊ້ປືນຍິງກັນຢູ່ອາເມຣິກາໄດ້ເຮັດໃຫ້ 10.000 ກວ່າຄົນເສຍຊີວິດ. ນັບມາຮອດປັດຈຸບັນນີ້, ຜູ້ເສຍຊີວິດມີຫຼາຍກວ່າ 15.000 ຄົນ. ມີການວິເຄາະວ່າ: ຖ້າຍັງເປັນແນວນີ້ຕໍ່ໄປ, ປີ 2022 ອາດຈະລື່ນກາຍປີ 2021 ເຊິ່ງຈະກາຍເປັນປີທີ່ໃຊ້ຄວາມຮຸນແຮງດ້ວຍປືນທີ່ໜັກໜ່ວງທີ່ສຸດຢູ່ອາເມຣິກາໃນ 20 ກວ່າປີມານີ້.

ເວັບໄຊ ABC ແອສປາຍເຄີຍລາຍງານວ່າ: ໃນທົ່ວປະເທດອາເມຣິກາອາດມີອົງການຈັດຕັ້ງທະຫານລາດຊາວຜິວຂາວ 300 ອົງການ, ໃນນັ້ນ ສ່ວນຫຼາຍກ່ຽວພັນເຖິງລັດທິຄົນຜິວຂາວເໜືອກວ່າ. ນອກນີ້, ຕົວເລກຂໍ້ມູນຂອງສູນຄົ້ນຄວ້າລັດທິຄຽດຊັງແລະຫົວຮຸນແຮງຂອງໂຮງຮຽນສາຂາຊານ ເບີນາດີໂນ ມະຫາວິທະຍາໄລຄາລີຟໍເນຍ ສະແດງໃຫ້ເຫັນວ່າ: ປີ 2021, ຄະດີອາຊະຍາກຳຍ້ອນຄວາມຄຽດຊັງແລະຕໍ່ຕ້ານຄົນເຊື້ອຊາດອາຊີ ໄດ້ເພີ່ມຂຶ້ນຫຼາຍກວ່າປີ 2020 ເຖິງ 339%.