ການທີ່ຄົນອາເມຣິກາຈຳນວນໜຶ່ງມົວເມົານຳການສ້າງກຸ່ມກ້ອນຄັບແຄບເພື່ອສະກັດກັ້ນຈີນ ຈະບໍ່ໄດ້ຮັບການສະໜັບສະໜູນ

2022-05-19 15:58:59 cri


ໂດຍແນໃສ່ຖ້ອຍຄຳທີ່ໃສ່ຮ້າຍປ້າຍສີຈີນທີ່ທ່ານນາງ ເຈເນັດ ເຢເລັນ ລັດຖະມົນຕີກະຊວງການເງິນອາເມຣິກາປະກາດໃນກ່ອນໜ້ານີ້, ທ່ານວ່າງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວໃນວັນທີ 18 ພຶດສະພານີ້ວ່າ: ການທີ່ຄົນອາເມຣິກາຈຳນວນໜຶ່ງມົວເມົານຳການສ້າງກຸ່ມກ້ອນຄັບແຄບເພື່ອສະກັດກັ້ນຈີນ ຈະບໍ່ໄດ້ຮັບການສະໜັບສະໜູນ ແລະບໍ່ມີທາງອອກ.

ທ່ານວ່າງເວີນປິ່ນກ່າວເນັ້ນໜັກວ່າ: “ການພັດທະນາໂດຍສັນຕິ ແລະການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ ແມ່ນກະແສຫຼັກຂອງຍຸກປັດຈຸບັນ ແລະແມ່ນຄວາມປາຖະໜາຮ່ວມຂອງປະຊາຊົນບັນດາປະເທດ. ຄົນອາເມຣິກາຈຳນວນໜຶ່ງມົວເມົານຳການບັງຄັບພັດທະມິດສ້າງກຸ່ມກ້ອນຄັບແຄບເພື່ອສະກັດກັ້ນຈີນ, ນີ້ເປັນການຝຶນກັບທ່າອ່ຽງຂອງຍຸກສະໄໝ, ຈະບໍ່ໄດ້ຮັບການສະໜັບສະໜູນ ແລະບໍ່ມີທາງອອກ. ພວກຂ້າພະເຈົ້າເຕືອນອາເມຣິກາວ່າ: ຖ້ອຍຄຳແລະການກະທຳຄວນສອດຄ່ອງກັນ, ປະຕິບັດຕາມຄຳເວົ້າຂອງຜູ້ນຳອາເມຣິກາຢ່າງແທ້ຈິງ ໂດຍບໍ່ສະແຫວງຫາສົງຄາມເຢັນຄັ້ງໃໝ່, ບໍ່ສະແຫວງຫາການເພີ່ມທະວີການສ້າງພັນທະມິດເພື່ອຕ້ານຈີນ, ເຮັດວຽກທີ່ມີຜົນດີຕໍ່ການຮ່ວມມືແລະສ້າງຄວາມໄວ້ເນື້ອເຊື່ອໃຈກັນລະຫວ່າງຈີນ-ອາເມຣິກາ ກໍຄືສັນຕິພາບແລະການພັດທະນາໂດຍສັນຕິຂອງໂລກ.”