ທ່ານ ວາງຢີ້ ເຂົ້າຮ່ວມກອງປະຊຸມປະຈຳປີຂອງຄະນະກຳມະການເສດຖະກິດ-ສັງຄົມອາຊີ-ປາຊີຟິກຂອງອົງການສະຫະປະຊາຊາດ(ESCAP)ຄັ້ງທີ 78 ພ້ອມທັງກ່າວຄຳປາໄສໃນກອງປະຊຸມ

2022-05-24 16:03:54 cri

      ວັນທີ 23 ພຶດສະພານີ້,ຢູ່ນະຄອນກວາງໂຈ່ວ ສປ ຈີນ, ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຂອງຄະນະກຳມະການເສດຖະກິດ-ສັງຄົມອາຊີ-ປາຊີຟິກຂອງອົງການສະຫະປະຊາຊາດຫຼື ESCAP ຄັ້ງທີ 78 ພ້ອມທັງກ່າວຄຳປາໄສໃນກອງປະຊຸມໂດຍຜ່ານຮູບແບບວິດີໂອ.

      ທ່ານ ວາງຢີ້ ກ່າວວ່າ: ສັນຕິພາບແລະຄວາມຈະເລີນຮຸ່ງເຮືອງຂອງອາຊີປາຊີຟິກບໍ່ພຽງແຕ່ມີສ່ວນກ່ຽວຂ້ອງກັບຊາຕາກຳຂອງພາກພື້ນແຫ່ງນີ້ເທົ່ານັ້ນ,ຫາກຍັງໄດ້ພົວພັນເຖິງອະນາຄົດຂອງໂລກ. ຕ້ອງຖືປະຫວັດສາດເປັນແວ່ນແຍງ,ກ້າວໄປຂ້າງໜ້າຢ່າງເດັດດ່ຽວໜຽວແໜ້ນ,ຮ່ວມມືກັນສ້າງປະຊາຄົມຮ່ວມຊາຕາກຳອາຊີປາຊີຟິກ ເພື່ອສ້າງຄວາມຈະເລີນຮຸ່ງເຮືອງໃໝ່ໃນການຮ່ວມມືຂອງອາຊີປາຊີຟິກ.

      ທ່ານ ວາງຢີ້ ກ່າວເນັ້ນໜັກວ່າ: ຈີນຈະສືບຕໍ່ຢືນຢູ່ບົນພື້ນຖານອາຊີປາຊີຟິກແລະສ້າງຄວາມຜາສຸກໃຫ້ແກ່ອາຊີປາຊີຟິກ,ເພື່ອປະກອບສ່ວນຢ່າງໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງຄວາມໝັ້ນຄົງຖາວອນແລະການພັດທະນາແບບຍືນຍົງຂອງອາຊີປາຊີຟິກດ້ວຍການກະທຳຕົວຈິງ. ຈີນຈະເດັດດ່ຽວປົກປັກຮັກສາສັນຕິພາບຂອງອາຊີປາຊີຟິກ,ເດັດດ່ຽວຊຸກຍູ້ການພັດທະນາຂອງອາຊີປາຊີຟິກ,ເດັດດ່ຽວເຂົ້າຮ່ວມການຮ່ວມມືຂອງອາຊີປາຊີຟິກ,ເດັດດ່ຽວສະໜັບສະໜູນວຽກງານຂອງຄະນະກຳມະການເສດຖະກິດ-ສັງຄົມອາຊີປາຊີຟິກຂອງອົງການສະຫະປະຊາຊາດ(ESCAP),ສະໜັບສະໜູນ ESCAP ເສີມຂະຫຍາຍບົດບາດທີ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການຊຸກຍູ້ການພັດທະນາຂອງພາກພື້ນແຫ່ງນີ້.