ທ່ານກາໂຕນີເວເຣ ປະທານາທິບໍດີຟິຈີພົບປະກັບທ່ານວາງຢີ້

2022-05-31 11:15:30 cri

ວັນທີ 30 ພຶດສະພານີ້, ທ່ານວິເລຍເມ ກາໂນີເວເຣ ປະທານາທິບໍດີຟິຈີໄດ້ພົບປະກັບທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ທຳນຽບປະທານາທິບໍດີ.
    ທ່ານກາ
ໂຕນີເວເຣກ່າວວ່າ: ມິດຕະພາບລະຫວ່າງຟິຈີ ກັບ ຈີນມີມູນເຊື້ອມາແຕ່ບູຮານນະການ, ຟິຈີຮູ້ສຶກພາກພູມໃຈຕໍ່ການພົວພັນລະຫວ່າງຟິຈີ-ຈີນທີ່ຂະຫຍາຍຕົວຢ່າງແຂງແຮງ, ຈະສືບຕໍ່ປະຕິບັດນະໂຍບາຍປະເທດຈີນດຽວ, ລົງເລິກການຮ່ວມມືໃນຂົງເຂດຕ່າງໆ, ພ້ອມກັນບັນລຸການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ.
    ທ່ານວາງຢີ້ກ່າວເນັ້ນວ່າ, ການພັດທະນາ ແລະ ຄວາມຈະເລີນ
ຮຸ່ງເຮືອງຂອງຈີນແມ່ນຜົນງານຮ່ວມສຳລັບປະເທດທີ່ພວມພັດທະນາ, ໄດ້ເພີ່ມທະວີກຳລັງເຂົ້າໃຈສັນຕິພາບຂອງໂລກ. ແຕ່ຍ້ອນອິດທິກຳລັງປໍລະປັກຈຳນວນໜຶ່ງບໍ່ຍອມໃຫ້ຈີນເຕີບໂຕ ແລະ ພັດທະນາ, ໃຊ້ກົນອຸບາຍຕ່າງໆພະຍາຍາມສະກັດກັ້ນບໍ່ໃຫ້ຈີນພັດທະນາຢ່າງວ່ອງໄວ ຈົນກະທັ້ງໃຫ້ຈີນຍຸດຕິການພັດທະນາ. ແຕ່ຄວາມຈະເລີນຮຸ່ງເຮືອງຂອງຈີນແມ່ນພິກປີ້ນບໍ່ໄດ້, ຈີນຈະສືບຕໍ່ຮ່ວມກັບບັນດາປະເທດທີ່ພວມພັດທະນາ ໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ສະໜັບສະໜູນເຊິ່ງກັນແລະກັນ, ເພີ່ມທະວີຄວາມສາມັກຄີກັນ ແລະ ພັດທະນາຮ່ວມກັນ.