ຈັດກອງປະຊຸມສຳມະນາ “ທ່ານ ກີຊິນເກີ ແລະສາຍພົວພັນຈີນ-ອາເມຣິກາ”

2022-06-01 10:46:24 cri

ກອງປະຊຸມສຳມະນາ “ທ່ານ ກີຊິນເກີ ແລະສາຍພົວພັນຈີນ-ອາເມຣິກາ” ທີ່ສະມາຄົມການຕ່າງປະເທດປະຊາຊົນຈີນເປັນເຈົ້າພາບນັ້ນ ໄດ້ຈັດຂຶ້ນໃນວັນທີ 31 ພຶດສະພາແລ້ວນີ້, ທ່ານ ເຮັນຣີ ອັນເຟຣັດ ກີຊິນເກີ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ພ້ອມດ້ວຍແຂກຜູ້ມີກຽດທ່ານອື່ນໆຂອງຈີນ ແລະ ອາເມຣິກາ ໄດ້ເຂົ້າຮ່ວມປະຊຸມ ໂດຍໄດ້ດຳເນີນການສຳມະນາຢ່າງເຕັມສ່ວນກ່ຽວກັບສາຍພົວພັນຈີນ-ອາເມຣິກາ ແລະຫົວຂໍ້ອື່ນໆ.

ທ່ານ ວາງຢີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ກ່າວປາໄສຜ່ານທາງວິດີໂອວ່າ: ສາຍພົວພັນຈີນ-ອາເມຣິກາບໍ່ຄວນຊຸດໂຊມລົງອີກ, ຕ້ອງມີການຄັດເລືອກທີ່ຖືກຕ້ອງ, ຕ້ອງມີຄວາມຮັບຮູ້ຍຸດທະສາດທີ່ຖືກຕ້ອງ ແລະ ປະຖິ້ມແນວຄວາມຄິດກ່ຽວກັບສົງຄາມເຢັນ; ຕ້ອງປັບປຸງພື້ນຖານການເມືອງໃຫ້ມີຄວາມໝັ້ນຄົງ ແລະ ຄວບຄຸມຄວາມເຫັນທີ່ຂັດແຍ້ງກັນຢ່າງເໝາະສົມ; ຕ້ອງເອົາຕົວລອດຢູ່ນອກໂລຊິກກ່ຽວກັບການແກ້ງແຍ້ງແຂ່ງຂັນ ພ້ອມທັງເພີ່ມທະວີການແລກປ່ຽນກັນ ແລະ ການຮ່ວມມືກັນ.

ທ່ານ ກິຊິນເກີ ອະດີດລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາກ່າວວ່າ: ສອງປະເທດອາເມຣິກາ ແລະ ຈີນ ລ້ວນແຕ່ມີຄວາມຮັບຜິດຊອບອັນໜັກໜ່ວງ ເຊິ່ງຄວນຊອກພົບຮູບການຢູ່ຮ່ວມກັນໂດຍສັນຕິ ເພື່ອຫຼີກລ່ຽງການປະທະກັນ ແລະ ການເປັນປໍລະປັກກັນ.