ການຍິງສົ່ງຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 14” ໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ

2022-06-05 11:23:04 cri

ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ: ເວລາ 10 ໂມງ 44 ນາທີຂອງວັນທີ 5 ມິຖຸນານີ້ຕາມເວລາປັກກິ່ງ, ການຍິງສົ່ງຍານອະວະກາດບັນທຸກຄົນ “ເຊີນໂຈ່ວ 14” ຢູ່ສູນຍິງສົ່ງດາວທຽມຈິວຊວນ ໄດ້ຮັບຜົນສຳເລັດຢ່າງເຕັມເມັດເຕັມໜ່ວຍ. ນີ້ແມ່ນໜ້າທີ່ການບິນຄັ້ງທີ 23 ຂອງໂຄງການການບິນອະວະກາດບັນທຸກຄົນຂອງຈີນ, ກໍແມ່ນຄັ້ງທີ 3 ໃນໄລຍະການສ້າງສະຖານີອະວະກາດ. ຫຼັງຈາກຍານອະວະກາດເຂົ້າສູ່ວົງໂຄຈອນແລ້ວ, ຈະເຊື່ອມຕໍ່ກັບສະຖານີອະວະກາດດ້ວຍຕົນເອງຢ່າງວ່ອງໄວ. ຫຼັງຈາກນັ້ນ, ນັກບິນອະວະກາດຈະເຂົ້າສູ່ຫ້ອງແກນກາງ “ທ່ຽນເຮີ” ເພື່ອດຳເນີນວຽກງານຕ່າງໆເຊັ່ນ: ປົກປັກຮັກສາສະຖານີອະວະກາດ, ຄວບຄຸມແຂນກົນຈັກ, ເຄື່ອນໄຫວຢູ່ນອກຍານ ພ້ອມດ້ວຍດຳເນີນການທົດລອງວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ຕາມວົງໂຄຈອນເປັນເວລາ 6 ເດືອນ.