ສາມາດເຫັນໄດ້ພູຂຽວນ້ຳໃສ ແລະ ຈື່ຈຳບ້ານເກີດເມືອງນອນໃນຄວາມຊົງຈຳທີ່ດີງາມໄດ້ - ທັດສະນະພັດທະນາແບບສີຂຽວຂອງທ່ານສີຈິ້ນຜິງ

2022-06-06 10:32:41 cri



ນັບແຕ່ກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 18 ເປັນຕົ້ນມາ, ການສ້າງຄວາມສິວິໄລດ້ານນິເວດຂອງຈີນໄດ້ເກີດມີການປ່ຽນແປງອັນໃຫຍ່ຫຼວງໃນດ້ານການຮັບຮູ້ ແລະ ພຶດຕິກຳ. ຈາກການສ້າງສາປະເທດຈີນທີ່ສວຍງາມ ຈົນຮອດການຮ່ວມກັນສ້າງໜ່ວຍໂລກທີ່ສວຍງາມ, ຈີນໄດ້ປະຕິບັດຕາມຄຳໝັ້ນສັນຍາຂອງຕົນຢ່າງແທ້ຈິງ; ຈາກການຊຸກຍູ້ການຫັນປ່ຽນຮູບແບບການພັດທະນາແບບກາກບອນຕ່ຳຈົນຮອດການຄຸ້ມຄອງດິນຟ້າອາກາດທົ່ວໂລກ, ຈີນໄດ້ເຊື່ອມສານຄວາມຮັບຮູ້ ແລະພຶດຕິກຳຕົວຈິງໃຫ້ເປັນເອກະພາບກັນ. ໃນການຄົ້ນຄິດ ແລະ ພຶດຕິກຳອັນເລິກເຊິ່ງ, ທ່ານສີຈິ້ນຜິງໄດ້ສະເໜີແນວຄິດໃໝ່ ແລະ ຍຸດທະສາດໃໝ່ຢ່າງເປັນລະບົບກ່ຽວກັບການສ້າງຄວາມສິວິໄລດ້ານນິເວດ, ເຮັດໃຫ້ຊາວໂລກຮັບຮູ້ແລະເຂົ້າໃຈເຖິງ “ລະຫັດສີຂຽວ” ກ່ຽວກັບປະເທດຈີນທີ່ສວຍງາມ, ແລະກໍໄດ້ປະກອບສ່ວນດ້ານສະຕິປັນຍາຂອງຈີນເຂົ້າໃນການອະນຸລັກໜ່ວຍໂລກທີ່ເປັນບ້ານເມືອງຮ່ວມກັນຂອງມວນມະນຸດ.

 



ທິວທັດຕາແສງສູສື ແຄມແມ່ນ້ຳຢັງເຊຕອນພູອູຊ່ານ(ຖ່າຍໃນວັນທີ 19 ພຶດສະພາ2022)

 

ວັນທີ 10 ພະຈິກປີ 2014, ໃນງານລ້ຽງຮັບຮອງຜູ້ນຳກຸ່ມເສດຖະກິດຕ່າງໆຂອງອົງການຮ່ວມມືເສດຖະກິດອາຊີ-ປາຊີຟິກ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເວົ້າເຖິງຫົວຂໍ້ “ທ້ອງຟ້າປອດໂປ່ງສົດໃສ” ໂດຍຢູ່ນອກຄວາມຄາດຄິດຂອງຄົນທັງຫຼາຍ. ທ່ານເວົ້າວ່າ:

 

“ຫຼາຍມື້ມໍ່ໆມານີ້, ຕອນເຊົ້າແຕ່ລະມື້, ຂ້າພະເຈົ້າຕື່ນຂຶ້ນມາແລ້ວ, ສິ່ງທຳອິດກໍແມ່ນກວດເບິ່ງຄຸນນະພາບອາກາດຂອງປັກກິ່ງວ່າເປັນແນວໃດ, ຫວັງວ່າ ໝອກຄວັນພິດຈະໜ້ອຍລົງແດ່, ເພື່ອໃຫ້ບັນດາແຂກທີ່ມາຈາກທາງໄກຮູ້ສຶກສະບາຍເມື່ອຢູ່ນະຄອນຫຼວງປັກກິ່ງ.”

 

ນະຄອນຫຼວງປັກກິ່ງໃນເດືອນພະຈິກໄດ້ເຂົ້າສູ່ຍາມທີ່ມີໝອກຄວັນພິດເກີດຂຶ້ນຫຼາຍ. ເມື່ອຢູ່ຕໍ່ໜ້າແຂກສາກົນ, ທ່ານສີຈິ້ນຜິງໄດ້ກ່າວເຖິງຄວາມຕັດສິນໃຈຂອງປະເທດຈີນທີ່ຈະຮັກສາທ້ອງຟ້າປອດໂປ່ງສົດໃສນັ້ນຢ່າງກົງໄປກົງມາ. ທ່ານກ່າວວ່າ:

 

“ພວກເຮົາພວມອອກແຮງສຸດຂີດເພື່ອແກ້ໄຂບັນຫາມົນລະພິດ ຢ່າງມີຄວາມເຂັ້ມແຂງແບບບໍ່ເຄີຍມີມາກ່ອນ. ຂ້າພະເຈົ້າຫວັງວ່າ ນະຄອນຫຼວງປັກກິ່ງກໍຄືທົ່ວປະເທດຈີນຈະມີທ້ອງຟ້າປອດໂປ່ງສົດໃສ, ແລະພູຂຽວນ້ຳໃສຢູ່ສະເໝີ, ເຮັດໃຫ້ພວກເດັກນ້ອຍດຳລົງຊີວິດຢູ່ໃນສະພາບແວດລ້ອມນິເວດທີ່ດີງາມ, ນີ້ກໍຄືເນື້ອໃນສຳຄັນທີ່ສຸດຂອງຄວາມໃຝ່ຝັນຂອງຈີນ.”

 

ທ່ານສີຈິ້ນຜິງເຄີຍກ່າວເນັ້ນໜັກມາຫຼາຍເທື່ອແລ້ວວ່າ: “ພວກເຮົາບໍ່ຄວນຖືເອົາສິ່ງແວດລ້ອມນິເວດເປັນຄ່າຕອບແທນເພື່ອແລກເອົາການພັດທະນາເສດຖະກິດແບບຊົ່ວຄາວຢ່າງເດັດຂາດ.”

 

“ສິ່ງແວດລ້ອມກໍແມ່ນຊີວິດການເປັນຢູ່ຂອງປະຊາຊົນ, ພູຂຽວແມ່ນຄວາມສວຍງາມ, ທ້ອງຟ້າປອດໂປ່ງສົດໃສກໍແມ່ນຄວາມສຸກ. ຄວນອະນຸລັກສິ່ງແວດລ້ອມນິເວດປານກັບການຮັກສາດວງຕາຂອງຕົນ, ປະຕິບັດຕໍ່ສິ່ງແວດລ້ອມນິເວດປານກັບການປະຕິບັດຕໍ່ຊີວິດຂອງຕົນ.”

 



ໜອງຫິງເຟີ່ງນະຄອນຫູໂຈ່ ແຂວງເຈີ້ຈ່ຽງ (ຖ່າຍໃນວັນທີ 13ສິງຫາ2020)

 

ເຮັດແນວໃດຈຶ່ງຈະຊີ້ນຳການສ້າງຄວາມສິວິໄລດ້ານນິເວດຕາມທັດສະນະອັນໃໝ່, ຄົ້ນຄວ້າເສັ້ນທາງພັດທະນາແບບສີຂຽວທີ່ດີກວ່າຮູບແບບການເຕີບໂຕແບບເກົ່າ, ນີ້ແມ່ນບັນຫາທີ່ທ່ານສີຈິ້ນຜິງໄດ້ຄົ້ນຄິດຢ່າງເລິກເຊິ່ງມາໂດຍຕະຫຼອດ. ປີ 2005, ທ່ານສີຈິ້ນຜິງທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານອີຊຸ່ນນະຄອນຫູໂຈ່, ເພິ່ນໄດ້ສະເໜີທັດສະນະວິທະຍາສາດທີ່ວ່າ “ພູຂຽວນ້ຳໃສກໍແມ່ນພູເງິນພູຄຳ.”ເປັນຄັ້ງທຳອິດ.

 

“ພວກເຮົາບໍ່ພຽງແຕ່ຢາກໄດ້ພູຂຽວນ້ຳໃສເທົ່ານັ້ນ ຍັງຢາກໄດ້ພູເງິນພູຄຳອີກດ້ວຍ, ແໜງວ່າເອົາພູຂຽວນ້ຳໃສດີກວ່າເອົາພູເງິນພູຄຳ, ພູຂຽວນ້ຳໃສ ກໍແມ່ນພູເງິນພູຄຳ.”

 

ຄຳວ່າ “ພູຂຽວນ້ຳໃສ ກໍແມ່ນພູເງິນພູຄຳ” ໄດ້ລະບຸໄວ້ໃນບົດລາຍງານກອງປະຊຸມໃຫຍ່ຂອງພັກກອມມູນິດຈີນຄັ້ງທີ 19, ໄດ້ກາຍເປັນໜຶ່ງໃນທັດສະນະການກຳອຳນາດທີ່ສຳຄັນຂອງພັກກອມມູນິດຈີນ. ນີ້ແມ່ນການຫັນປ່ຽນອັນເລິກເຊິ່ງ  ຂອງທັດສະນະ ແລະ ຮູບການພັດທະນາແບບສີຂຽວ, ຍິ່ງແມ່ນການປ່ຽນແປງອັນເລິກເຊິ່ງຂອງທັດສະນະ ແລະ ຮູບການກຳອຳນາດ. ຫຼັງຈາກນັ້ນ 10 ກວ່າປີ, ທ່ານສີຈິ້ນຜິງໄດ້ກັບຄືນໄປຢາມບ້ານອີຊຸ່ນແລ້ວອຸທານອອກມາວ່າ: “ພຶດຕິກຳຕົວຈິງຂອງບ້ານອີຊຸ່ນໄດ້ພິສູດໃຫ້ເຫັນວ່າ: ເສັ້ນທາງພັດທະນາແບບສີຂຽວແມ່ນເສັ້ນທາງທີ່ຖືກຕ້ອງ.”

 

ບ້ານອີຊຸ່ນໃນປັດຈຸບັນ

 

ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນເປັນຕົ້ນມາ, ການພັດທະນາແບບສີຂຽວຂອງຈີນໄດ້ຮັບຜົນງານອັນພົ້ນເດັ່ນ, ເຊັ່ນວ່າ: ມົນລະພິດໝອກຄວັນຢູ່ນະຄອນຫຼວງປັກກິ່ງ ນະຄອນທຽນສິນ ແລະ ແຂວງເຫີເປີຍໄດ້ຫຼຸດຜ່ອນລົງຢ່າງຫຼວງຫຼາຍ, ເຂດໄຊ້ຫານປ້າທີ່ເຄີຍເປັນເຂດຮົກເຮື້ອໄດ້ກາຍເປັນເຂດປ່າໄມ້ອັນກວ້າງຂວາງ, ທະເລຊາຍໄດ້ກາຍເປັນດິນປູກຝັງທີ່ດີ, ນັບເປັນພັນເປັນໝື່ນບ້ານພວມສ້າງສາຊົນນະບົດທີ່ສວຍງາມຢູ່.

 

ໄຊ້ຫານປ້າ

 

ປັດຈຸບັນນີ້, ສະພາບການປ່ຽນແປງແບບບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນຢ່າງສະຫຼັບສັບຊ້ອນຫຼາຍ, ສິ່ງແວດລ້ອມນິເວດຂອງໜ່ວຍໂລກໄດ້ຊຸດໂຊມລົງຢ່າງຕໍ່ເນື່ອງ, ບັນຫາສາຍພົວພັນລະຫວ່າງມະນຸດກັບທຳມະຊາດແມ່ນຮອດຈຸດເວລາທີ່ຕ້ອງໄດ້ສຳນຶກຄືນໃໝ່ຢ່າງເລິກເຊິ່ງ ແລະ ໃຊ້ການເຄື່ອນໄຫວຕົວຈິງ. ປີ 2021, ໃນກອງປະຊຸມສຸດຍອດຄັ້ງທີ 15 ຂອງປະເທດພາຄີສົນທິສັນຍາວ່າດ້ວຍຄວາມຫຼາກຫຼາຍທາງດ້ານຊີວະນານາພັນຂອງອົງການສະຫະປະຊາຊາດ, ທ່ານສີຈິ້ນຜິງໄດ້ສະແດງຄວາມມຸ່ງຫວັງຕໍ່ທົ່ວໂລກທີ່ຈະ “ເປີດຂະບວນການໃໝ່ແຫ່ງການພັດທະນາດ້ວຍຄຸນນະພາບສູງຂອງມວນມະນຸດ”.

 

“ຖ້າຫາກມະນຸດບໍ່ເຮັດໃຫ້ທຳມະຊາດຜິດຫວັງ, ທຳມະຊາດກໍຈະບໍ່ເຮັດໃຫ້ມະນຸດຜິດຫວັງແນ່ນອນ. ຄວາມສິວິໄລດ້ານນິເວດແມ່ນທ່າອ່ຽງປະຫວັດສາດໃນການພັດທະນາຂອງອະລິຍະທຳມະນຸດ. ຂໍໃຫ້ພວກເຮົາຈົ່ງເກາະແຂນກັນ, ປະຕິບັດຕາມທັດສະນະຄວາມສິວິໄລດ້ານນິເວດ, ຢືນຢູ່ໃນລະດັບສູງທີ່ຮັບຜິດຊອບຕໍ່ລູກຫຼານທີ່ເປັນຄົນຮຸ່ນຫຼັງ, ຮ່ວມກັນສ້າງປະຊາຄົມຮ່ວມຊີວິດຂອງໜ່ວຍໂລກ, ຮ່ວມກັນສ້າງໂລກທີ່ສະອາດແລະ ສວຍງາມ!”

 



ແມ່ນ້ຳຫຼີຈ່ຽງຕອນຢູ່ເມືອງຢາງໂຊ້ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ(ຖ່າຍໃນວັນທີ25 ເມສາ2021 )

 

ອະນຸລັກຮັກສາພູຂຽວນ້ຳໃສໄວ້, ຈື່ຈຳບ້ານເກີດເມືອງນອນໃນຄວາມຊົງຈຳທີ່ດີງາມໄດ້, ຮູບແຕ້ມຂອງປະເທດຈີນທີ່ສວຍງາມໄດ້ຄ່ອຍໆເປີດກວ້າງອອກ; ສິ່ງແວດລ້ອມນິເວດຈະເລີນຂຶ້ນແລ້ວ ອະລິຍະທຳກໍຈະຈະເລີນຂຶ້ນ, ຈີນພວມໃຊ້ສະຕິປັນຍາ ແລະ ການເຄື່ອນໄຫວຕົວຈິງ, ປະກອບສ່ວນເຂົ້າໃນພາລະກິດອະນຸລັກໜ່ວຍໂລກທີ່ເປັນບ້ານເມືອງຮ່ວມກັນຂອງມວນມະນຸດ.