ອົດສະຕຣາລີຈະເສຍຄ່າທົດແທນຄວາມເສຍຫາຍ 830 ລ້ານໂດລາອົດສະຕຣາລີ ໃຫ້ກັບຝຣັ່ງ ຍ້ອນຍົກເລີກການຈັດຊື້ກຳປັ່ນດຳນ້ຳຈາກຝຣັ່ງ

2022-06-11 15:28:10 cri

ວັນທີ 11 ມິຖຸນານີ້, ທ່ານອັນໂທນີ ອານບາເນສ ນາຍົກລັດຖະມົນຕີອົດສະຕຣາລີ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ອົດສະຕຣາລີ ກັບຝຣັ່ງ ໄດ້ບັນລຸສັນຍາທົດແທນຄວາມເສຍຫາຍ 830 ລ້ານໂດລາອົດສະຕຣາລີ ພ້ອມທັງກ່າວຢືນຢັນວ່າ: ນິ້ຈະມີຜົນດີຕໍ່ການປັບປຸງສາຍພົວພັນລະຫວ່າງອົດສະຕຣາລີກັບຝຣັ່ງໃນປັດຈຸບັນໃຫ້ດີຂຶ້ນ. ກ່ອນໜ້ານີ້, ລັດຖະບານຂອງທ່ານສະກອດ ໂມຣີສັນ ອະດິດນາຍົກລັດຖະມົນຕີອົດສະຕຣາລີ ໄດ້ລະເມີດສັນຍາພຽງແຕ່ຝ່າຍດຽວ ໂດຍຍົກເລີກການຈັດຊື້ກຳປັ່ນດຳນ້ຳຈາກຝຣັ່ງ.