ລອງຫັນມາໃຊ້ລົດພະລັງງານໃໝ່ຂອງຈີນຈັກຄັນບໍ່?

2022-06-17 16:39:03 cri

ລົດພະລັງງານໃໝ່ ແມ່ນທ່າອ່ຽງໜຶ່ງທີ່ຈະເຂົ້າມາທົດແທນລົດໃຊ້ນ້ຳມັນເຊື້ອໄຟໃນທົ່ວໂລກ

ຊຸມປີມໍ່ໆມານີ້, ລົດພະລັງງານໃໝ່ໃນທົ່ວໂລກໄດ້ຮັບການພັດທະນາຢ່າງວ່ອງໄວ. ທະວີບເອີຣົບຈະຫ້າມການຈຳໜ່າຍລົດໃຊ້ນ້ຳມັນເຊື້ອໄຟໃນປີ 2035. ກຸ່ມບໍລິສັດລົດຍົນຍັກໃຫຍ່ຕ່າງໆໃນໂລກໄດ້ປະກາດແຜນການຢຸດເຊົາຜະລິດລົດໃຊ້ນ້ຳມັນເຊື້ອໄຟຂອງຕົນຕາມລຳດັບ ເຊັ່ນ ກຸ່ມບໍລິສັດລົດຍົນວົສວາເກນVolkswagenມີແຜນຈະຢຸດເຊົາຜະລິດລົດໃຊ້ນ້ຳມັນເຊື້ອໄຟກ່ອນປີ 2035ໂວນໂວVolvoແລະເມີເຊເດສ-ເບນMercedes-Benມີແຜນການທີ່ຈະໃຊ້ໄຟຟ້າຢ່າງຮອບດ້ານໃນປີ 2030.

ການພັດທະນາຂອງລົດພະລັງງານໃໝ່ໃນທົ່ວໂລກແມ່ນທ່າອ່ຽງທີ່ມີຄວາມຈຳເປັນຂອງຍຸກສະໄໝ. ຍ້ອນວ່າ ນ້ຳມັນເຊື້ອໄຟແມ່ນພະລັງງານທີ່ໃຊ້ແບບໝູນວຽນບໍ່ໄດ້ ແລະມີລາຄາສູງ, ໂດຍສະເພາະພາຍໃຕ້ໄພເງິນເຟີ້ໃນທົ່ວໂລກໃນປັດຈຸບັນນີ້ສູງ, ຄ່າຄອງຊີບຂອງຜູ້ບໍລິໂພກກໍສູງອີກດ້ານໜຶ່ງກໍຍ້ອນວ່າ ການປ່ອຍມົນລະພິດກໍຫຼາຍ, ທົ່ວໂລກຕ້ອງຮ່ວມກັນປະຕິບັດຢ່າງຈິງຈັງ ເພື່ອຄວບຄຸມການປ່ອຍອາຍພິດເຮືອນແກ້ວ. ພ້ອມດຽວກັນນີ້, ຄວາມຕ້ອງການຂອງຜູ້ບໍລິໂພກທີ່ມີຕໍ່ລົດສະມາດກໍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ.

ລົດພະລັງງານໃໝ່ຈະກາຍເປັນທີ່ນິຍົມຂອງຍຸກສະໄໝຢ່າງບໍ່ຕ້ອງສົງໄສ. ໃນປີ 2021, ຂະໜາດຂອງຕະຫຼາດລົດພະລັງງານໃໝ່ຂອງຈີນຈະບັນລຸ 600 ຕື້ຢວນ.


 

ການອອກແບບຂອງລົດໃຊ້ພະລັງງານແບບໃໝ່ທີ່ເໜືອຈິນຕະນາການ

 

ຈີນໄດ້ກາຍເປັນປະເທດສຳຄັນດ້ານການຈຳໜ່າຍ ແລະຄົ້ນຄວ້າຜະລິດລົດພະລັງງານໃໝ່ໃນທົ່ວໂລກ

 

ປັດຈຸບັນນີ້, ຈີນໄດ້ກາຍເປັນປະເທດທີ່ສໍາຄັນໃນດ້ານການຜະລິດ ແລະຈຳໜ່າຍລົດພະລັງງານໃໝ່ໃນທົ່ວໂລກ, ມີຂະໜາດການຜະລິດ ແລະຈຳໜ່າຍລົດພະລັງງານໃໝ່ຢູ່ອັນດັບນຳໜ້າຂອງໂລກ. ປີ 2021, ໃນລົດພະລັງງານໃໝ່ຍອດນິຍົມ 10 ຍີ່ຫໍ້ໃນໂລກ, ຍີ່ຫໍ້ຂອງຈີນມີ 6 ຍີ່ຫໍ້.


 

ລົດພະລັງງານໃໝ່ຂອງຈີນ



ງານວາງສະແດງລົດສາກົນຊຽງໄຮ້, ກຳລັງວາງສະແດງລົດພະລັງງານໃໝ່ສາກໄຟ.



ແຂກຕ່າງປະເທດທີ່ເຂົ້າຮ່ວມກອງປະຊຸມກຳລັງສຳຜັດລົດພະລັງງານໃໝ່ຢູ່ເມືອງບໍອາວ ນະຄອນຊົງໄຮ ແຂວງໄຫຫຼຳຂອງຈີນ.

 

ການປະດິດສ້າງໃໝ່ ແລະການຄົ້ນຄວ້າດານເຕັກນິກຂອງຂະແໜງການທີ່ກ່ຽວຂ້ອງຂອງຈີນໄດ້ຢູ່ໃນອັນດັບນຳໜ້າຂອງໂລກ. ໃນວິສາຫະກິດ 10 ແຫ່ງທີ່ມີປະລິມານການຈຳໜ່າຍແບັດເຕີຣີຂອງລົດຫຼາຍທີ່ສຸດໃນໂລກ ມີວິສາຫະກິດຈີນ 6 ແຫ່ງ. ພ້ອມກັນນັ້ນ, ຈີນກໍໄດ້ຮັກສາການເປີດກວ້າງດ້ານນະໂຍບາຍ, ໄດ້ສ້າງເວທີການຮ່ວມມືດ້ານການແລກປ່ຽນລະຫວ່າງຈີນ-ເອີຣົບ, ຈີນ-ຍີ່ປຸ່ນ, ຈີນ-ອັງກິດ ຕື່ມອີກ.

 

ເມື່ອສັງເກດຈາກຂໍ້ມູນສະຖິຕິແລ້ວເຫັນວ່າ, ປະລິມານການຈຳໜ່າຍລົດພະລັງງານໃໝ່ຂອງຈີນຈາກ 2 ໝື່ນຄັນໃນທ້າຍປີ 2012  ເພີ່ມຂຶ້ນເປັນ 11,08 ລ້ານຄັນໃນທ້າຍເດືອນພຶດສະພາປີ 2022. ນັບແຕ່ປີ 2015 ເປັນຕົ້ນມາ, ຈີນມີປະລິມານການຜະລິດ ແລະຈຳໜ່າຍເປັນອັນດັບ 1 ໃນໂລກເປັນເວລາ 7 ປີລຽນຕິດ.


 

ຢົງເວີ່ຍຂອງກຸ່ມບໍລິສັດຜະລິດລົດຊຽງໄຮໄດ້ວາງສະແດງລົດພະລັງງານໃໝ່ທີ່ໃຊ້ພະລັງງານປະສົມລຸ້ນຫຼ້າສຸດໃນງານວາງສະແດງອຸດສາຫະກຳຊຽງໄຮ.



ລົດພະລັງງານໃໝ່ທີ່ໃຊ້ພະລັງງານປະສົມທັງນ້ຳມັນແລະໄຟຟ້າຂອງວົກສວາເກນຂອງກຸ່ມບໍລິສັດຜະລິດລົດຊຽງໄຮໃນງານວາງສະແດງອຸດສາຫະກຳຊຽງໄຮ





ລົດໃຊ້ພະລັງງານໄຟຟ້າຍີ່ຫໍ້ໂຈ້ງໄທ້ໃນງານວາງສະແດງລົດສາກົນປັກກິ່ງ

 

ເມື່ອເບິ່ງຈາກລົດທີ່ຜູ້ບໍລິໂພກສາມາດເລືອກໃຊ້, ໃນປີ 2016, ລົດພະລັງງານໃໝ່ແບບໃຊ້ແຕ່ໄຟຟ້າທີ່ຈີນຄົ້ນຄວ້າຜະລິດເອງມີພຽງແຕ່ 16 ແບບເທົ່ານັ້ນ, ລົດທີ່ນຳໃຊ້ພະລັງງານແບບປະສົມມີພຽງແຕ່ 2 ແບບເທົ່ານັ້ນ; ໃນປີ 2021, ລົດທີ່ນຳໃຊ້ແຕ່ພະລັງງານໄຟຟ້າໄດ້ເພີ່ມຂຶ້ນຮອດ 205 ແບບ, ລົດທີ່ນຳໃຊ້ພະລັງງານແບບປະສົມໄດ້ເພີ່ມຂຶ້ນຮອດ 45 ແບບ.

ໃນປີ 2021, ອັດຕາການໄຫຼເຂົ້າຕະຫຼາດຂອງລົດພະລັງງານໃໝ່ຂອງຈີນໄດ້ບັນລຸ 13,4%, ການບໍລິໂພກສ່ວນບຸກຄົນຈາກ 47% ເພີ່ມຂຶ້ນຮອດ 78%.