“ທ່ານສີຈິ້ນຜິງຢູ່ເມືອງເຈີ້ງຕິ້ງ” ພາກທີ 7: ການປັບປຸງແບບແຜນເອກະສານ ແລະ ແບບແຜນຈັດກອງປະຊຸມ

2022-06-22 12:44:34 cri

“ແບບແຜນຂອງພັກດີຫຼືບໍ່ດີ, ພົວພັນເຖິງການສະໜັບສະໜູນ ຫຼື ການຄັດຄ້ານຂອງປະຊາຊົນ; ການສະໜັບສະໜູນ ຫຼື ການຄັດຄ້ານຂອງປະຊາຊົນ, ບໍ່ພຽງແຕ່ໄດ້ຕັດສິນຊີ້ຂາດຊາຕາກຳຂອງການສ້າງສາສັງຄົມນິຍົມເທົ່ານັ້ນ, ຍັງໄດ້ຕັດສິນຊາຕາກຳຂອງພັກ.” ເມື່ອ 30 ກວ່າປີກ່ອນ, ທ່ານສີຈິ້ນຜິງເຄີຍກ່າວຄວາມນີ້ໃນເວລາທີ່ເຮັດວຽກຢູ່ເມືອງເຈີ້ງຕິ້ງ,ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ຄວາມຕັດສິນໃຈທີ່ເດັດດ່ຽວຂອງທ່ານໃນການກຳແໜ້ນວຽກງານການກໍ່ສ້າງແບບແຜນຂອງພັກໃຫ້ດີ, ເຊິ່ງໄດ້ສ້າງພາບປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ພະນັກງານພັກທັງຫຼາຍຂອງເມືອງເຈີ້ງຕິ້ງ.2

 

ວັນທີ 6 ທັນວາປີ 1983, ຄະນະພັກເມືອງເຈິ້ງຕິ້ງປະກາດ“ຂໍ້ກຳນົດຈຳນວນໜຶ່ງຂອງຄະນະພັກເມືອງເຈີ້ງຕິ້ງກ່ຽວກັບການປັບປຸງແບບແຜນການນຳ”

 

ຢູ່ຫ້ອງມ້ຽນເອກະສານຂອງເມືອງເຈີ້ງຕິ້ງໄດ້ເກັບມ້ຽນເອກະສານສະບັບໜຶ່ງໄວ້ເປັນຢ່າງດີ, ເຖິງວ່າໜ້າເຈ້ຍເກົ່າກາຍເປັນສີເຫຼືອງແລ້ວກໍຕາມ ແຕ່ຕົວໜັງສືຢູ່ເທິງເຈ້ຍຍັງຊັດເຈນຢູ່. ຫົວຂໍ້ຂອງເອກະສານສະບັບນີ້ຄື “ຂໍ້ກຳນົດຈຳນວນໜຶ່ງຂອງຄະນະພັກເມືອງເຈີ້ງຕິ້ງກ່ຽວກັບການປັບປຸງແບບແຜນການນຳ”, ເຊິ່ງທ່ານສີຈິ້ນຜິງ ດຳລົງຕຳແໜ່ງເລຂາຄະນະພັກເມືອງບໍ່ດົນ, ພົບເຫັນວ່າພະນັກງານພັກບາງຄົນຂີ້ຄ້ານມັກງ່າຍ ລະບຽບວິໄນບໍ່ເຄັ່ງຄັດ, ໄຮ້ຄວາມຫ້າວຫັນ, ແບບແຜນບໍ່ໜັກແໜ້ນ, ບໍ່ເອົາໃຈໃສ່ການຄົ້ນຄວ້າສຳຫຼວດ, ຂາດຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານ, ຈຶ່ງໄດ້ຊີ້ນຳການສ້າງຂໍ້ກຳນົດເຫຼົ່ານີ້ຂຶ້ນ, ໂດຍມີທັງໝົດ 6 ມາດຕາເຊິ່ງຖືກເອີ້ນຫຍໍ້ວ່າ: ຂໍ້ກຳນົດ 6 ມາດຕາ.

ຫຼັງຈາກການປະກາດໃຊ້ “ຂໍ້ກຳນົດ 6 ມາດຕາ”ບໍ່ດົນ, ທ່ານສີຈິ້ນຜິງກໍໄດ້ຕັດສິນໃຈປັບປຸງແບບແຜນເອກະສານ ແລະ ແບບແຜນຈັດກອງປະຊຸມ.

ວັນທີ 10 ມີນາ 1984, ຄະນະພັກເມືອງ ແລະ ອົງການປົກຄອງເມືອງເຈີ້ງຕິ້ງໄດ້ເຜີຍແຜ່ຂໍ້ກຳນົດກ່ຽວກັບການປັບປຸງແບບແຜນເອກະສານ ແລະ ແບບແຜນກອງປະຊຸມ, ໂດຍມາດຕະການປັບປຸງມີຄວາມເຂັ້ມແຂງ ແລະ ຕິດແທດກັບຄວາມເປັນຈິງຢ່າງຫຼວງຫຼາຍ. ເອກະສານທຸກປະເພດຂອງຄະນະພັກ ແລະ ອົງການປົກຄອງເມືອງລ້ວນແຕ່ໄດ້ປັບຫຼຸດ 1 ສ່ວນ 3 ບົນພື້ນຖານຈຳນວນຂອງປີຜ່ານມາ; ກອງປະຊຸມຂອງພະນັກງານ 3 ຂັ້ນພາຍໃນທົ່ວເມືອງ ປົກກະຕິແລ້ວບໍ່ໃຫ້ຫຼາຍກວ່າ 2 ຄັ້ງຕໍ່ປີ, ສຳລັບວຽກງານຂອງພາກສ່ວນໃດໜຶ່ງ ແລະ ວຽກງານໄລຍະໃດໜຶ່ງຈະບໍ່ຈັດກອງປະຊຸມ; ສ້າງລະບຽບການພິຈາລະນາອະນຸມັດຈັດກອງປະຊຸມ, ຕ້ອງໄດ້ຮັບການອະນຸມັດແລ້ວຈຶ່ງໃຫ້ຈັດກອງປະຊຸມໄດ້. 

ວັນທີ 29 ມິຖຸນາ ປີ 1984, ໃນກອງປະຊຸມວຽກງານເສດຖະກິດທົ່ວເມືອງ, ທ່ານສີຈິ້ນຜິງລິເລີ່ມວ່າ: “ເວົ້າສັ້ນ, ຈັດກອງປະຊຸມສັ້ນ, ຢາຍເອກະສານສັ້ນ, ສຳລັບສິ່ງທີ່ສາມາດຕັດສິນໂດຍໄວໄດ້, ກໍບໍ່ຄວນໜິ້ງກັນຮັບຜິດຊອບ; ສຳລັບສິ່ງທີ່ສາມສີ່ຄົນລົມກັນແບບໜ້າຕໍ່ໜ້າກໍສາມາດຕັດສິນໄດ້ນັ້ນ, ກໍບໍ່ຄວນຊອກຫາຫຼາຍໆຄົນມານັ່ງເຝົ້າຄຽງຂ້າງລ້າໆ; ປະຊຸມເຄິ່ງຊົ່ວໂມງກໍແກ້ໄຂບັນຫາໄດ້ແລ້ວ, ບໍ່ຄວນປະຊຸມຮອດໜຶ່ງຊົ່ວໂມງ.”

ເຖິງວ່າພະນັກງານການນຳໄດ້ຫຼຸດພົ້ນອອກຈາກ “ພູເອກະສານ ແລະ ທະເລກອງປະຊຸມ”ແລ້ວກໍຕາມ, ແຕ່ຍັງມີບັນຫາທີ່ພິຈາລະນາແລ້ວແຕ່ບໍ່ຕົກລົງ, ຕົກລົງແລ້ວແຕ່ບໍ່ປະຕິບັດ. ໂດຍສະເພາະພະນັກງານການນຳຢູ່ບາງພາກສ່ວນ, ເຮັດວຽກບໍ່ມີປະສິດທິຜົນ, ແກ່ຍາວເວລາ, ເຊິ່ງເປັນສິ່ງຂີດກວ້າງຕໍ່ການຊຸກຍູ້ວຽກງານທຸກປະການ.

ເດືອນກໍລະກົດປີ 1984, ພາຍໃຕ້ການລິເລີ່ມຂອງທ່ານສີຈິ້ນຜິງ, ທົ່ວເມືອງເຈີ້ງຕິ້ງໄດ້ຈັດກິດຈະກຳ “ເດືອນແຫ່ງປະສິດທິພາບ”.

ທ່ານສີຈິ້ນຜິງສະເໜີອອກຢ່າງຈະແຈ້ງວ່າ: ຄວາມໄວກໍແມ່ນປະສິດທິພາບ, ການປະສານງານກໍແມ່ນປະສິດທິພາບ, ຄວາມຮັດກຸມກໍແມ່ນປະສິດທິພາບ, ການກຳນົດຄວາມຮັບຜິດຊອບຢ່າງຈະແຈ້ງກໍແມ່ນປະສິດທິພາບ, ການທີ່ເກີດຄວາມຜິດພາດໜ້ອຍທີ່ສຸດກໍແມ່ນປະສິດທິພາບ, ເຮັດວຽກອັນໃດກໍສຳເລັດວຽກອັນນັ້ນກໍແມ່ນປະສິດທິພາບ.

    ພາຍຫຼັງເມືອງເຈີ້ງຕິ້ງດຳເນີນກິດຈະກຳ “ເດືອນແຫ່ງປະສິດທິພາບ”ແລ້ວ, ຫ້ອງການການຄ້າເມືອງກໍໄດ້ອອກແຮງປັບປຸງປົວແປງພະຍາດຊຳເຮື້ອໃນດ້ານແບບແຜນວິທີເຮັດວຽກໂດຍໃຊ້ມາດຕະການຕ່າງໆເຊັ່ນສຳລັບ ຜູ້ທີ່ປະຕິບັດໜ້າທີ່ວຽກງານຢ່າງຊັກຊ້າ,ແກ່ຍາວເວລາຫຼືຕັ້ງແກ້ງບໍ່ປະຕິບັດໜ້າທີ່ວຽກງານນັ້ນຕ້ອງທາວຫາ ຄວາມຮັບຜິດຊອບຂອງຜູ້ກ່ຽວ,ຈົນກວ່າຈະຢຸດການເບີກເງິນອຸດໜູນໃຫ້ແລະຖືກສັບຊ້ອນວຽກງານໃໝ່.ຈາກນັ້ນ, ພະນັກງານໃນຫ້ອງການການຄ້າ30ກວ່າຄົນກໍຮີບຟ້າວໄປພົວພັນວຽກງານຢູ່ສະຫະກອນຈຳໜ່າຍຂັ້ນຮາກຖານຕ່າງໆ, ໃຊ້ເວລາພຽງ 2 ມື້ກໍໄດ້ສຳເລັດການເຊັນສັນຍາຮັບເໝົາກັບສະຫະກອນຈຳໜ່າຍຂັ້ນຮາກຖານ 25 ແຫ່ງແລະ ບໍລິສັດ 13 ແຫ່ງຢ່າງຮຽບຮ້ອຍ.