ຝ່າຍທີ່ມັກປ່າວຂ່າວປອມແລະຄຳຂີ້ຕົວະມາໂດຍຕະຫຼອດນັ້ນ ແມ່ນອາເມຣິກາ

2022-07-05 12:30:48 cri

   ວັນທີ4ກໍລະກົດນີ້,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນເປັນປະທານຈັດກອງປະຊຸມຖະແຫຼງຂ່າວ. ໂດຍແນໃສ່ອາເມຣິກາແລະກຸ່ມນາໂຕກ່າວຫາວ່າຈີນໄດ້ປ່າວຂ່າວ ປອມແລະຄຳຂີ້ຕົວະນັ້ນ,ທ່ານຈ້າວລີ້ຈ່ຽນໄດ້ກ່າວຕອບໂຕ້ແລະກ່າວຢ້ຳເຖິງເຈດຈຳນົງຂອງຈີນ ມາໂດຍຕະຫຼອດອີກຄັ້ງໜຶ່ງ.

   ຕໍ່ກັບເລື່ອງນີ້,ທ່ານຈ້າວລີ້ຈ່ຽນຊີ້ອອກວ່າ: ຝ່າຍທີ່ມັກປ່າວຂ່າວປອມແລະຄຳຂີ້ຕົວະມາໂດຍຕະຫຼອດນັ້ນ ແມ່ນເຈົ້າໜ້າທີ່ສ່ວນໜຶ່ງຂອງອາເມຣິກາ,ຫາກບໍ່ແມ່ນຝ່າຍຈີນ. ຈີນໄດ້ພິຈາລະນາຈາກມູມປະຫວັດສາດແລະສິ່ງຖືກສິ່ຜິດຕໍ່ກັບບັນຫາອູແກຣນຢ່າງສະເໝີຕົ້ນສະເໝີປາຍ,ພ້ອມທັງເປັນອິດສະຫຼະແລະເປັນເຈົ້າການໃຫ້ການວິເຄາະໃນທ່າທີພາວະວິໄສ ແລະຄວາມເປັນທຳ.