ຜູ້ຕ້ອງຫາກະທຳຜິດໃນເຫດການກວາດຍິງປືນໃສ່ຜູ້ຄົນໃນ “ວັນປະກາດເອກະລາດ” ຂອງອາເມຣິກາຖືກຈັບກຸມ

2022-07-06 15:48:47 CRI

ວັນທີ 4 ກໍລະກົດນີ້, ເຈົ້າໜ້າທີ່ຕຳຫຼວດເມືອງໄຮແລນພາກ ລັດອິລີນອຍ ທາງພາກກາງອາເມຣິກາໄດ້ເປີດເຜີຍວ່າ, ຜູ້ຕ້ອງຫາກະທຳຜິດໃນເຫດການກວາດຍິງປືນໃສ່ຜູ້ຄົນໃນວັນປະກາດເອກະລາດຂອງອາເມຣິກາຖືກຈັບກຸມແລ້ວ.

ເຈົ້າໜ້າທີ່ຕຳຫຼວດກ່າວໃນກອງປະຊຸມແຫຼງຂ່າວວ່າ: ຜູ້ຕ້ອງຫາແມ່ນທ້າວໂຣເບີດ ອີ ຣີໂມທີ 3 ທີ່ມີອາຍຸ 22 ປີ. ເຈົ້າໜ້າທີ່ຕຳຫຼວດຍັງກ່າວຕື່ມວ່າ: ການກະທຳຜິດດັ່ງກ່າວເປັນການກະທຳທີ່ຕັ້ງໃຈເຮັດ ແຕ່ຍິງຢ່າງບໍ່ກຳນົດເປົ້າໝາຍ”. ຜູ້ຕ້ອງຫາໄດ້ໃຊ້ປືນຍາວທີ່ມີອານຸພາບສູງ ກວາດຍິງໃສ່ຝູງຊົນຈາກຫຼັງຄາເຮືອນ, ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 5 ຄົນ ແລະອີກ 1 ຄົນໄດ້ເສຍຊີວິດຢູ່ໂຮງໝໍ. ເຈົ້າໜ້າທີ່ຕຳຫຼວດບໍ່ໄດ້ເວົ້າເຖິງເຈຕະນາການກໍ່ເຫດຂອງຜູ້ຕ້ອງຫາດັ່ງກ່າວ.