ເຄື່ອງໃຊ້ໄຟຟ້າອັດສະລິຍະໃນເຮືອນຂອງຈີນຂາຍດິບຂາຍດີຢູ່ຕ່າງປະເທດ

2022-07-11 15:38:17 cri

      ຂະໜາດການສົ່ງອອກຜະລິດຕະພັນເຄື່ອງໃຊ້ໄຟຟ້າໃນເຮືອນຂອງຈີນ


      ປີ 2021, ປະລິມານການຜະລິດເຄື່ອງໃຊ້ໄຟຟ້າໃນເຮືອນຂອງຈີນທັງໝົດໄດ້ມີເຖິງ 3,8 ຕື້ເຄື່ອງ, ມູນຄ່າການສົ່ງອອກມີເຖິງປະມານ 98,72 ຕື້ໂດລາສະຫະລັດ. ໃນນັ້ນ, ປະລິມານການສົ່ງອອກຕູ້ເຢັນຂອງຈີນໄປຂາຍຢູ່ຕ່າງປະເທດໄດ້ເພີ່ມຂຶ້ນເປັນເວລາ 12 ປີລຽນຕິດ, ຈີນໄດ້ກາຍເປັນໜຶ່ງໃນບັນດາປະເທດສົ່ງອອກຕູ້ເຢັນລາຍໃຫຍ່ທີ່ສຸດໃນໂລກ.

      ໃນງານວາງສະແດງເຄື່ອງໃຊ້ໄຟຟ້າໃນເຮືອນຈ່ຽງຊູ່, ບໍລິສັດທີ່ເຂົ້າຮ່ວມການວາງສະແດງພວມລອງຕັ້ງ WIFI ຂອງໂທລະພາບອັດສະລິຍະ

      ປະຊາຊົນຊື້ໂທລະພາບອັດສະລິຍະ 4K ແລະໂທລະພາບທີ່ໃຊ້ອິນເຕີເນັດໄດ້ໃນງານຂາຍເຄື່ອງໃຊ້ໄຟຟ້າໃນເຮືອນ

      ຄຽງຄູ່ກັບອຸດສາຫະກຳການຜະລິດຂອງຈີນຫັນປ່ຽນຮູບແບບໃຫ້ມີເຕັກນິກທີ່ກ້າວໜ້າ, ເຄື່ອງໃຊ້ໄຟຟ້າອັດສະລິຍະໃນເຮືອນກໍໄດ້ກາຍເປັນພາກສ່ວນການພັດທະນາທີ່ສຳຄັນຂອງອຸດສາຫະກຳເຄື່ອງໃຊ້ໄຟຟ້າໃນເຮືອນ.

ໜຶ່ງ, ເຄື່ອງໃຊ້ໄຟຟ້າອັດສະລິຍະໃນເຮືອນຂອງວິສາຫະກິດຈີນມີທ່າແຮງໃນດ້ານໃດແດ່?

ຢູ່ແຂວງອ່ານຮຸ່ຍຂອງຈີນ, ກຳມະກອນພວມຂຸ້ນຂ້ຽວຜະລິດແຜ່ນແກ້ວໃຊ້ສຳລັບເຄື່ອງໃຊ້ໄຟຟ້າອັດສະລິຍະໃນເຮືອນຍີ່ຫໍ້ສຽວໝີ້

 

ກຳມະກອນພວມຜະລິດຊິບ(chip)ທີ່ໃຊ້ກັບເຄື່ອງໃຊ້ໄຟຟ້າອັດສະລິຍະໃນເຮືອນ

      ຢູ່ເຂດປົກຄອງຕົນເອງເຜົ່າວ້າງກວາງຊີຈີນ, ກຳມະກອນພວມເຮັດວຽກຢູ່ໂຮງຜະລິດແອອັດສະລິຍະ

 

1, ຕ່ອງໂສ້ການສະໜອງ ແລະຕ່ອງໂສ້ການຜະລິດມີຄວາມໝັ້ນທ່ຽງຢ່າງຕໍ່ເນື່ອງ

ຢູ່ສວນອຸດສາຫະກຳໄຫເອີຂອງເມືອງປູນາແຫ່ງອິນເດຍ, ຕົ້ນຕໍແມ່ນຜະລິດໝໍ້ນ້ຳອຸ່ນຍີ່ຫໍ້ໄຫເອີ

2, ວິສາຫະກິດຜະລິດເຄື່ອງໃຊ້ໄຟຟ້າຂອງຈີນເລັ່ງລັດການສ້າງຕາໜ່າງການຜະລິດໃນຂອບເຂດທົ່ວໂລກ.

 ຢູ່ແຂວງຈ່ຽງຊີ່ຂອງຈີນ, ກຳມະກອນພວມເກັບມ້ຽນແອ TCL ທີ່ກຽມຈະສົ່ງອອກ

3, ຈີນໄດ້ຈັດຕັ້ງປະຕິບັດນະໂຍບາຍການຄ້າກັບຕ່າງປະເທດຢ່າງມີຄວາມໝັ້ນທ່ຽງ ແລະຖືກຕ້ອງແມ່ນຢຳ

ໄຂງານວາງສະແດງເຄືື່ອງໃຊ້ເອເລັກໂຕຣນິກ ແລະເຄື່ອງໃຊ້ໄຟຟ້າໃນເຮືອນຈີນ: ໂທລະພາບ 8K ແລະ ເຄື່ອງໃຊ້ໄຟຟ້າໃນເຮືອນ AI ໄດ້ຮັບຄວາມສົນໃຈຫຼາຍທີ່ສຸດ

4, ວິສາຫະກິດຈີນໄດ້ມີທ່າແຮງນຳໜ້າໃນດ້ານປັນຍາປະດິດ ແລະການປະດິດສ້າງເຕັກນິກວິທະຍາສາດລຸ້ນໃໝ່ໆອື່ນໆ, ຢູ່ໃນລະດັບນຳໜ້າໃນສາກົນ.

ເຄື່ອງຊັກເຄື່ອງອັດສະລິຍະແລະເຄື່ອງອະນາໄມພື້ນເຮືອນອັດສະລິຍະທີ່ຄົ້ນຄວ້າຜະລິດໂດຍວິສາຫະກິດຈີນ

      ອຸດສາຫະກຳເຄື່ອງໃຊ້ໄຟຟ້າໃນເຮືອນຂອງຈີນພວມຫັນປ່ຽນຮູບແບບຢູ່, ປະເທດອາຊຽນແມ່ນຕະຫຼາດຈະເລີນໃໝ່ທີ່ສຳຄັນ ແລະກໍແມ່ນເຂດແຄວ້ນສຳຄັນທີ່ອຸດສາຫະກຳຂອງຈີນຈະເນັ້ນໃສ່ໃນອະນາຄົດ.

      ປີ 2021, ການສົ່ງອອກຜະລິດຕະພັນເຄື່ອງໃຊ້ໄຟຟ້າໃນເຮືອນຂອງຈີນສູ່ບັນດາປະເທດ RCEP ມີມູນຄ່າເຖິງ 26,72 ຕື້ໂດລາ, ກວມຍອດມູນຄ່າການສົ່ງອອກເຄື່ອງໃຊ້ໄຟຟ້າໃນເຮືອນ 22,9%. ການເຊັນສັນຍາວ່າດ້ວຍການພົວພັນຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ຍິ່ງໄດ້ເປີດຕະຫຼາດໃຫ້ກວ້າງອອກ ແລະໄດ້ຍົກສູງກຳລັງແຂ່ງຂັນຂອງອຸດສາຫະກຳຈີນ.