ກະຊວງການຕ່າງປະເທດຈີນຕອບໂຕ້ອາເມຣິກາທີ່ກ່າວປະນາມສະພາບສິດທິມະນຸດຂອງຈີນ

2022-07-14 11:42:50 cri



  ວັນທີ 12 ກໍລະກົດນີ້, ກະຊວງການຕ່າງປະເທດອາເມຣິກາໄດ້ເຜີຍແຜ່ ບົດລາຍງານໝາກຜົນຂອງອາເມຣິກາຢູ່ໃນກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດຄັ້ງທີ 50, ໃນນີ້ໄດ້ລະບຸວ່າ ອາເມຣິກາກ່າວປະນາມ ຢ່າງເປີດເຜີຍຕໍ່ສະພາບສິດທິມະນຸດຂອງຈີນ. ຕໍ່ກັບເລື່ອງນີ້, ທ່ານວ່າງເວີນປິ່ນ ໂຄສົກ ກະຊວງການຕ່າງປະເທດຈີນໄດ້ກ່າວຕອບໂຕ້ໃນກອງປະຊຸມຖະແຫຼງຂ່າວໃນວັນທີ 13 ກໍລະກົດນີ້ໂດຍຊີ້ອອກວ່າ: ສິ່ງທີ່ອາເມຣິກາຄວນເຜີຍແຜ່ນັ້ນແມ່ນບົດ ລາຍງານສິດທິມະນຸດຂອງອາເມຣິກາ, ເພື່ອຄືນສິດເສລີພາບໃນການຫາຍໃຈ ໃຫ້ຜູ້ຖືກທຳຮ້າຍເຊັ່ນ: ທ້າວຈອດ ຟລອຍອີ ເປັນຕົ້ນ, ຮັບປະກັນສິດທິ ເດັກນ້ອຍອາເມຣິກາບໍ່ໃຫ້ຖືກຍິງປືນໃສ່, ຊ່ວຍຊີວິດຂອງປະຊາຊົນອາເມຣິກາທີ່ ກຳລັງເດືອດຮ້ອນທ່າມກາງສະພາບການແຜ່ລະບາດຂອງພະຍາດໂຄວິດ-19.

   ທ່ານວ່າງເວີນປິ່ນ ກ່າວຢືນຢັນວ່າ: ບົດລາຍງານທີ່ອາເມຣິກາເຜີຍແຜ່ ສະບັບນີ້ ແໜງວ່າຈະເອີ້ນເປັນ “ບົດລາຍງານໝາກຜົນດ້ານສິດທິມະນຸດ”, ແຕ່ມັນເອີ້ນເປັນ “ບົດລາຍງານລ່ວງລ້ຳສິດທິມະນຸດ”ຈະດີກວ່າ. 

   “ອາເມຣິກາຖືເອົາຄຳຕົວະທີ່ວ່າ ‘ການດັບສູນເຊື້ອຊາດ’, ‘ການບັງຄັບ ໃຊ້ແຮງງານ’ເປັນຂໍ້ອ້າງ, ປະຕິບັດມາດຕະການລົງໂທດຕໍ່ວິສາຫະກິດ ຊິ່ນຈ່ຽງຈີນພ້ອມດ້ວຍພະນັກງານ ໂດຍຈະເຈດຕະນາຢາກຕັດເອົາຊິ່ນຈ່ຽງ ອອກຈາກຕ່ອງໂສ້ອຸດສາຫະກຳໂລກ, ສ້າງການ ‘ບັງຄັບໃຫ້ວ່າງງານ’ ‘ບັງຄັບໃຫ້ກັບສູ່ຄວາມທຸກຍາກຄືນອີກ’ ‘ບັງຄັບໃຫ້ຕັດສາຍພົວພັນກັບຈີນ ແລະຕັດຈີນອອກຈາກຕ່ອງໂສ້ອຸດສາຫະກຳໂລກ’ ຢູ່ຊິ່ນຈ່ຽງ ເຊິ່ງໄດ້ທຳລາຍສິດປະກອບອາຊີບແລະສິດທິການພັດທະນາຂອງປະຊາຊົນບັນດາເຜົ່າເຊິ່ງລວມທັງເຜົ່າອຸຍເກີຂອງຊິ່ນຈ່ຽງຢ່າງຮ້າຍແຮງ. ໃນບົດລາຍງານ ຂອງອາເມຣິກາສະບັບນີ້ຍັງໄດ້ລະບຸເຖິງບັນຫາສິດທິມະນຸດຂອງອັຟການິສະຖານ, ນີ້ເປັນການກະທຳທີ່ໄຮ້ເຫດຜົນແລະເປັນເລື່ອງຕະຫຼົກ. ຫຼືວ່າ ອາເມຣິກາບໍ່ແມ່ນ ຜູ້ສຳຄັນທີ່ສ້າງເລື່ອງໂສກນາດຕະກຳດ້ານສິດທິມະນຸດຢູ່ອັຟການິສະຖານບໍ່? ອາເມຣິກາມີແຜນຈະນຳເອົາຄາດຕະກອນທີ່ສັງຫານປະຊາຊົນຜູ້ບໍລິສຸດມາລົງ ໂທດຕາມກົດໝາຍໃນເວລາໃດ? ແລະຈະສົ່ງເງິນຊ່ວຍຊີວິດຈຳນວນ 7 ຕື້ໂດລາສະຫະລັດຄືນໃຫ້ປະຊາຊົນອັຟການິສະຖານໃນເວລາໃດ? ”