ທ່ານນາງເພີງລີ້ຢວນພົບປະກັບພັນລະຍາປະທານາທິບໍດີອິນໂດເນເຊຍ

2022-07-27 15:33:22 cri


   ວັນທີ26ກໍລະກົດນີ້,ທ່ານນາງເພີງລີ້ຢວນ ພັນລະຍາຂອງທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານນາງອີລິຢະນາ ພັນລະຍາປະທານາທິບໍດີອິນໂດເນເຊຍຢູ່ນະຄອນຫຼວງປັກກິ່ງ.

   ທ່ານນາງເພີງລີ້ຢວນກ່າວວ່າ: ຈີນແລະອິນໂດເນເຊຍເປັນບ້ານໃກ້ເຮືອນຄຽງທີ່ສຳຄັນ,ມິດຕະພາບລະຫວ່າງປະຊາຊົນສອງຊາດມີມາເປັນເວລາຍາວນານ. ໃນຫຼາຍປີມໍ່ໆມານີ້,ການພົວພັນລະຫວ່າງສອງປະເທດນັບມື້ນັບສະໜິດແໜ້ນ,ການໄປມາຫາສູ່ກັນລະຫວ່າງປະຊາຊົນກໍຄຶກຄື້ນຫຼາຍ,ອິນໂດເນເຊຍແມ່ນປະເທດທ່ອງທ່ຽວໃຫຍ່ອັນດັບທີສອງທີ່ນັກທ່ອງທ່ຽວຈີນນິຍົມໄປທ່ອງທ່ຽວ,ຄອງຄອຍສອງຝ່າຍລົງເລິກການແລກປ່ຽນກັນໃນຂົງເຂດທີ່ກ່ຽວຂ້ອງຢ່າງບໍ່ຢຸດຢັ້ງ. ທ່ານນາງອີລິຢະນາກ່າວວ່າ: ດີໃຈທີ່ສຸດທີ່ໄດ້ພົບໜ້າກັນອີກກັບເພື່ອນມິດເກົ່າຢູ່ນະຄອນຫຼວງປັກກິ່ງ,ຂອບໃຈທ່ານປະທານສີຈິ້ນຜິງແລະທ່ານສາສະດາຈານເພີງລີ້ຢວນທີ່ໃຫ້ການຕ້ອນຮັບທີ່ຈິງໃຈຢ່າງສຸດຊື້ງ. ຍິນດີຕ້ອນຮັບນັກທ່ອງທ່ຽວຈີນຍິ່ງຫຼາຍໄປທ່ຽວອິນໂດເນເຊຍ,ອວຍພອນໃຫ້ອິນໂດເນເຊຍແລະຈີນມີໄມຕີຈິດມິດຕະພາບອັນຍາວນານ.

   ພັນລະຍາຂອງປະມຸກລັດສອງປະເທດຍັງໄດ້ຮ່ວມກັນຊົມການສະແດງເສບດົນຕີພື້ນເມືອງທີ່ມ່ວນຫູຂອງອາຈານແລະນັກຮຽນຈາກສະຖາບັນດົນຕີຈີນຕື່ມອີກ.