ປະທານາທິບໍດີອຸສເບກີສະຖານຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານວາງຢີ້ ທີ່ປຶກສາແຫ່ງລັດຈີນ

2022-07-29 16:50:17 cri


ວັນທີ28ກໍລະກົດນີ້,ທ່ານຊາບກັດ ເມີຊີໂຢເຢັຟ ປະທານາທິບໍດີອຸສເບກີສະຖານໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານວາງຢີ້ ທີ່ປຶກສາແຫ່ງລັດຈີນ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຢູ່ນະຄອນຫຼວງຕັດສະກັນຂອງອຸສເບກີສະຖານ.

ທ່ານເມີຊີໂຢເຢັຟກ່າວວ່າ ອຸສເບກີສະຖານສະແດງຄວາມຂອບໃຈຢ່າງສຸດຊຶ້ງຕໍ່ຈີນທີ່ໄດ້ໃຫ້ຄວາມຊ່ວຍເຫຼືອອັນລ້ຳຄ່າໃນດ້ານການຊຸກຍູ້ການປະຕິຮູບແລະເປີດປະຕູສູ່ພາຍນອກ,ການຫຼຸດຜ່ອນຄວາມທຸກຍາກແລະຕ້ານກັບພະຍາດໂຄວິດ-19 ທັງໃຫ້ການສະໜັບສະໜູນຢ່າງຫຼວງຫຼາຍໃຫ້ແກ່ການປົກປັກຮັກສາສະຖຽນລະພາບດ້ານສັງຄົມຂອງອຸສເບກີສະຖານ.

ທ່ານວາງຢີ້ກ່າວວ່າ: ຈີນແມ່ນເພື່ອນມິດແລະຄູ່ຮ່ວມທີ່ໄວ້ເນື້ອເຊື່ອໃຈແລະເພິ່ງພາອາໄສ ໄດ້ຂອງອຸສເບກີສະຖານຕະຫຼອດໄປ,ຈີນແລະອຸສເບກີສະຖານສາມາດເລັ່ງລັດຊຸກຍູ້ວຽກງານສຳຫຼວດແລະ ຄົ້ນຄວ້າໂຄງການທາງລົດໄຟລະຫວ່າງຈີນ-ກຽກກິດສະຖານ-ອຸສເບກີສະຖານ ແລະເປີດກວ້າງການຮ່ວມມືກັນຕື່ມອີກລະຫວ່າງສອງຝ່າຍໃນຂົງເຂດເສດຖະກິດການຄ້າ,ການລົງທຶນ,ພະລັງງານ,ກະສິກຳ,ການຕ້ານກັບພະຍາດໂຄວິດ-19, ຫຼຸດຜ່ອນຄວາມທຸກຍາກ ແລະເສດຖະກິດດີຈິຕອນເປັນຕົ້ນ.

   ທ່ານວາງຢີ້ຍັງໄດ້ພົບປະເຈລະຈາກັບທ່ານວາລາດີເມຍ ໂນຣົຟ ລັດຖະມົນຕີກະຊວງການຕ່າງປະເທດອຸສເບກີສະຖານໃນມື້ດຽວກັນ.