ກະຊວງປ້ອງກັນປະເທດຈີນຈັດງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95 ປີຢ່າງຍິ່ງໃຫຍ່

2022-08-01 11:15:31 CRI

ວັນທີ 31 ກໍລະກົດຜ່ານມານີ້, ກະຊວງປ້ອງກັນປະເທດຈີນໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 95 ປີຢ່າງຍິ່ງ ໃຫຍ່ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ ແລະ ຜູ້ນຳພັກລັດທ່ານຕ່າງໆໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄັ້ງນີ້.