ຈີນຕີລາຄາຢ່າງຕັ້ງໜ້າຕໍ່ຄຳເວົ້າຂອງລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ທີ່ວ່າ: ຖ້າບໍ່ມີຈີນເຂົ້າຮ່ວມກໍ່ຍາກທີ່ຈະກ່າວເຖິງອະນາຄົດຂອງອິນໂດ-ປາຊີຟິກ

2022-08-19 15:15:09 cri

      ວັນທີ 18 ສິງຫານີ້, ທ່ານ ຫວ່າງເຫວິນປິ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວ. ມີນັກຂ່າວຖາມວ່າ: ທ່ານ ປັກຈິນ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ກ່າວໃນຫວ່າງມໍ່ໆມານີ້ວ່າ: ຈີນແມ່ນຄູ່ຮ່ວມເສດຖະກິດທີ່ສຳຄັນຂອງ ສ.ເກົາຫຼີ,ຖ້າບໍ່ມີຈີນເຂົ້າຮ່ວມ,ກໍ່ຍາກທີ່ຈະກ່າວເຖິງອະນາຄົດຂອງພາກພື້ນອິນໂດ-ປາຊີຟິກ. ທ່ານກ່າວຕື່ມວ່າ: ໂອກາດວັນລະລຶກການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນກັບສ.ເກົາຫຼີ ຄົບຮອບ 30 ປີຈະມາເຖິງ,ສອງຝ່າຍຈະສຸມສາຍຕາໃສ່ 30 ປີຂ້າງໜ້າ,ຮ່ວມມືກັນສ້າງການພົວພັນສ.ເກົາຫຼີ-ຈີນທີ່ຕ່າງຝ່າຍຕ່າງເຄົາລົບເຊິ່ງກັນແລະກັນແລະສະແຫວງຫາຜົນປະໂຫຍດຮ່ວມກັນ. ຈີນມີຄວາມເຫັນແນວໃດກ່ຽວກັບເລື່ອງນີ້.

      ທ່ານ ຫວ່າງເຫວີນປິ່ນ ກ່າວວ່າ: ຈີນໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ການສະແດງທ່າທີທີ່ກ່ຽວຂ້ອງຂອງ ທ່ານ ປັກຈິນ ລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີ.

      ຫວ່າງບໍ່ດົນມານີ້, ທ່ານ ວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ພົບປະເຈລະຈາກັບທ່ານ ປັກຈິນ ລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ ແລະໄດ້ຮັບໝາກຜົນທີ່ຕັ້ງໜ້າ,ສອງຝ່າຍເຫັນດີຈັດກິດຈະກຳລະລຶກວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 30 ປີໃຫ້ດີ, ເພື່ອເພີ່ມຄາດໝາຍທີ່ເປັນທາງບວກແລະໝັ້ນທ່ຽງໃຫ້ກັບການພົວພັນລະຫວ່າງສອງປະເທດໃຫ້ຫຼາຍກວ່າເກົ່າ. ຈີນຍິນດີຮ່ວມກັບຝ່າຍ ສ.ເກົາຫຼີ, ກຳແໜ້ນທິດທາງທີ່ຖືກຕ້ອງໃນການຂະຫຍາຍການພົວພັນລະຫວ່າງສອງປະເທດໃຫ້ດີ,ເພື່ອເປີດໂສມໜ້າໃໝ່ແຫ່ງການພັດທະນາແລະຄວາມຈະເລີນຮຸ່ງເຮືອງຮ່ວມກັນລະຫວ່າງສອງປະເທດໃນຮອບ 30 ປີຕໍ່ໜ້າ.