ທ່ານສີຈີ້ນຜິງສົ່ງສານຊົມເຊີຍໄປຍັງກອງປະຊຸມພັດທະນາການສຶກສາເຕັກນິກວິຊາຊີບໂລກ

2022-08-20 15:14:01 cri

ວັນທີ 19 ສິງຫານີ້, ທ່ານສີຈີ້ນຜິງ ປະທານປະເທດຈີນໄດ້ສົ່ງສານຊົມເຊີຍໄປຍັງກອງປະຊຸມພັດທະນາການສຶກສາເຕັກນິກວິຊາຊີບໂລກ.


ທ່ານສີຈີ້ນຜິງຊີ້ອອກວ່າ, ການສຶກສາວິຊາຊີບພົວພັນກັບການພັດທະນາເສດຖະກິດສັງຄົມຢ່າງແໜ້ນແຟ້ນ, ມີຄວາມໝາຍສຳຄັນຕໍ່ການຊຸກຍູ້ການປະກອບອາຊີບແລະດຳເນີນທຸລະກິດ, ການຊ່ວຍຊຸກຍູ້ການພັດທະນາເສດຖະກິດສັງຄົມແລະການເພີ່ມທະວີຄວາມສຸກຂອງປະຊາຊົນ. ຈີນຕັ້ງໜ້າຊຸກຍູ້ການພັດທະນາການສຶກສາວິຊາຊີບໃຫ້ມີຄຸນນະພາບສູງ, ສະໜັບສະໜູນການແລກປ່ຽນແລະການຮ່ວມມືດ້ານການສຶກສາວິຊາຊີບລະຫວ່າງຈີນກັບຕ່າງປະເທດ. ຈີນຍີນດີຮ່ວມກັນກັບປະເທດຕ່າງໆໃນໂລກ, ເພີ່ມທະວີການຮ່ຳຮຽນແລະຖອດຖອນບົດຮຽນນຳກັນ, ເພີ່ມທະວີການສ້າງສາແລະຊົມໃຊ້ໝາກຜົນນຳກັນ, ຮວມມືກັນຜັນຂະຫຍາຍຂໍ້ລິເລີ່ມ ການພັດທະນາທົ່ວໂລກໃຫ້ລົງສູ່ພາກປະຕິບັດຕົວຈິງ, ເພື່ອປະກອບສ່ວນເຂົ້າໃນການເລັ່ງລັດປະຕິບັດເປົ້າໝາຍການພັດທະນາແບບຍືນຍົງຮອດປີ 2030 ຂອງອົງການສະຫະປະຊາຊາດ.


ມື້ດຽວກັນ, ກອງປະຊຸມພັດທະນາການສຶກສາເຕັກນິກວິຊາຊີບໂລກ ໄດ້ຈັດຂຶ້ນຢູ່ນະຄອນທຽນສິນຂອງຈີນ, ໂດຍມີກະຊວງສຶກສາທິການຈີນ, ອົງການປົກຄອງນະຄອນທຽນສິນເປັນເຈົ້າພາບຮ່ວມ.