ຈາກນະຄອນຫຼວງປັກກິ່ງໄປຮາກຖານອີກຄັ້ງໜຶ່ງ

2022-08-20 15:19:59 cri


ທ້າຍເດືອນມີນາປີ 1982, ທ່ານສີຈິ້ນຜິງອາຍຸ 29 ປີໄດ້ເດີນທາງໄປຮອດເມືອງເຈີ້ງຕິ້ງແຂວງເຫີເປີຍທີ່ຫ່າງຈາກປັກກິ່ງ 300 ກິໂລແມັດ, ດຳລົງຕຳແໜ່ງເປັນຮອງເລຂາຄະນະພັກເມືອງ.


ກ່ອນໄປເມືອງເຈິ້ງຕິ້ງ, ທ່ານເປັນເລຂານຸການຂອງຮອງນາຍົກຈີນ, ເຮັດວຽກຢູ່ອົງການລັດຂັ້ນສູນກາງ.ນີ້ແມ່ນເທື່ອທີ 2 ທີ່ທ່ານສີຈິ້ນຜິງໄປເຮັດວຽກຢູ່ຮາກຖານ. ປີ 1969, ທ່ານສີຈິ້ນຜິງທີ່ມີອາຍຸ 15 ປີໄດ້ເປັນເຈົ້າການໄປຫຼຽງເຈ່ຍເຫີ. ໃນເວລາ 7 ປີ, ທ່ານດຳລົງຊີວິດ ແລະ ເຮັດວຽກກະສິກຳຮ່ວມກັບຊາວກະສິກອນ.


ປີ 1975, ທ່ານສີຈິ້ນຜິງໄດ້ເສັງເຂົ້າມະຫາວິທະຍາໄລຊິ່ງຮວາ, ຫຼັງຈາກນັ້ນ 3 ປີ ຄືປີ 1978, ຄະນະນຳສູງສຸດຂອງຈີນໄດ້ວາງນະໂຍບາຍຄັ້ງປະຫວັດສາດ, ຈະຖືການສ້າງສາເສດຖະກິດເປັນໃຈກາງ, ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ.


ການປ່ຽນແປງຂອງຍຸກສະໄໝໄດ້ປ່ຽນແປງຊາຕາກຳຂອງຊາວໜຸ່ມຈີນຢ່າງຫຼວງຫຼາຍ. ຫຼາຍຄົນໄປເຮັດວຽກຢູ່ຕົວເມືອງໃຫຍ່ ຫຼືໄປຕ່າງປະເທດ.


ທ່ານສີຈິ້ນຜິງອະທິບາຍວ່າ, ຢູ່ປັກກິ່ງ ໃກ້ຊິດກັບຜູ້ນຳ, ຈະມີສາຍຕາກວ້າງຂວາງ, ແຕ່ໄດ້ຫ່າງເຫີນຈາກປະຊາຊົນ, ແຕ່ໄປຮອດຮາກຖານແລ້ວ, ໃກ້ຊິດກັບປະຊາຊົນ, ຈຶ່ງສາມາດເຮັດວຽກຕົວຈິງເພື່ອປະຊາຊົນ.

ເມືອງເຈີ້ງຕິ້ງມີປະຊາກອນ 450.000 ຄົນ, ລາຍຮັບສະເລ່ຍຕໍ່ຄົນຕໍ່ປີບໍ່ຮອດ 150 ຢວນ.


ຕົ້ນຊຸມປີ 1980, ຄົນຈີນສ່ວນຫຼາຍບໍ່ທັນເຫັນເຈ້ຍຊູ້ເທື່ອ, ລົດຖີບຄັນໜຶ່ງກໍແມ່ນເປົ້າໝາຍຂອງຫຼາຍຄອບຄົວ. ໃນໄລຍະດຽວກັນນັ້ນ, ລາຍຮັບສະເລ່ຍຕໍ່ຫົວຄົນຂອງອາເມຣິກາຫຼາຍກວ່າ 14000 ໂດລາ, ສິງກະໂປ ສ.ເກົາຫຼີ ຮົງກົງຈີນ ແລະ ໄຕ້ຫວັນຈີນຖືກເອີ້ນວ່າ “ 4 ມັງກອນນ້ອຍຂອງອາຊີ”, ເສດຖະກິດພວມພັດທະນາຢ່າງວ່ອງໄວ.


ທ່ານເສີງປາວຫວຍ ໝູ່ຮ່ວມງານ ຂອງທ່ານສີຈິ້ນຜິງໃນໄລຍະນັ້ນໃຫ້ຮູ້ວ່າ: “ທ່ານສີຈິ້ນຜິງແມ່ນມາຮອດເຈີ້ງຕິ້ງໃນຂະນະຫົວລ້ຽວຫົວຕໍ່ທີ່ມີຄວາມວຸ້ນວາຍທັງມີການປ່ຽນແປງອັນໃຫຍ່ຫຼວງ.”

 

ທ່ານສີຈິ້ນຜິງຢູ່ຫ້ອງການເມື່ອລະດູໃບໄມ້ປົ່ງປີ 1983

 

ທ່ານຫວາງຢິ້ວຫຸ່ຍ ເພື່ອນມິດຂອງທ່ານສີຈິ້ນຜິງ ທັງເປັນຮອງເຈົ້າເມືອງຂອງເມືອງເຈີ້ງຕິ້ງໃນເວລານັ້ນໃຫ້ຮູ້ວ່າ: “ເທື່ອທຳອິດທີ່ພົບທ່ານສີຈິ້ນຜິງ ເພິ່ນໃສ່ຊຸດທະຫານເກົ່າ, ເກີບເກົ່າ, ຄືກັບພໍ່ຄົວໃນກອງທັບ.”

ທ່ານສີຈິ້ນຜິງທີ່ໃສ່ຊຸດເກົ່າ, ສອດຄ່ອງກັບບັນຍາກາດຂອງເມືອງເຈີ້ງຕິ້ງທີ່ຮູ້ແຕ່ປູກໄຮ່ປູກນາ ແຕ່ບໍ່ຮູ້ເສດຖະກິດອຸດສາຫະກຳແມ່ນຫຍັງ. ທ່ານກໍຄືກັນກັບຄົນທັງຫຼາຍ, ນັ່ງຢ່ອງຢໍ້ ທັງກິນເຂົ້າທັງລົມກັນ, ຍັງຂີ່ລົດຖີບໄປສຳຫຼວດຄົ້ນຄວ້າຢູ່ໃນບ້ານ.


ພວກຊາວບ້ານບໍ່ເຂົ້າໃຈເປັນຫຍັງຄົນປັກກິ່ງຜູ້ນີ້ຈຶ່ງລົງຮາກຖານ. ທ່ານສີຈິ້ນຜິງຈຶ່ງອະທິບາຍວ່າ: “ຫວັງຢາກຊີວິດແບບສະບາຍເທົ່ານັ້ນ ເປັນເປົ້າໝາຍທີ່ຈະບໍ່ໄດ້ຜົນສຳເລັດຫຍັງ, ຂ້ອຍກຽມພ້ອມຈະປະເຊີນໜ້າກັບຄວາມທຸກ.”

 

ເດືອນຕຸລາປີ 1984, ທ່ານສີຈິ້ນຜິງແຈກໃບສຳຫຼວດຄວາມເຫັນຂອງປະຊາຊົນຢູ່ເມືອງເຈິ້ງຕິ້ງ

 

ປີ 2013, ທ່ານສີຈິ້ນຮັບເລືອກຕັ້ງເປັນປະທານປະເທດແລ້ວ, ເວົ້າຕໍ່ຊາວໜຸ່ມວ່າ: “ປະເທດ ແລະ ຊົນຊາດພວກເຮົາ, ຈາກຄວາມທຸກຄວາມອ່ອນແອກາຍມາເປັນປະເທດທີ່ພັດທະນາຢ່າງຈະເລີນຮຸ່ງເຮືອງ, ແມ່ນອາໄສການບາກບັ່ນສູ້ຊົນຢ່າງທໍລະຫົດອົດທົນຂອງຫຼາຍເຊັ່ນຄົນ”.


ທ່ານສີຈິ້ນຜິງກໍແມ່ນເຮັດແນວນີ້.


ເພື່ອປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ທ່ານສີຈິ້ນຜິງໄດ້ດຳເນີນການປະຕິຮູບຢ່າງກ້າຫານ ແລະ ໜັກແໜ້ນຢູ່ເມືອງເຈີ້ງຕິ້ງ, ນຳເຂົ້າເສດຖະກິດທຸລະກິດ, ໂຄງການທ່ອງທ່ຽວ, ເຕັກນິກກະສິກຳ, ແລະຜູ້ມີຄວາມຮູ້ຄວາມສາມາດ, ເຊິ່ງໄດ້ເປີດປ່ອງຢ້ຽມ ໃຫ້ປະຊາຊົນກ້າວໄປສູ່ໂລກອັນກວ້າງໄກ.