NSA ຄືມືມຶດໃນເຫດການອາເມຣິກາໂຈມຕີຈີນທາງອິນເຕີເນັດ

2022-09-07 15:26:36 CRI

ວັນທີ 5 ກັນຍານີ້, ສູນຮັບມືສຸກເສີນ ແລະແກ້ໄຂໄວຣັັດຄອມພິວເຕີແຫ່ງຊາດຈີນ ແລະ ບໍລິສັດ 360 ເຊິ່ງເປັນບໍລິສັດຮັກສາຄວາມໝັ້ນຄົງທາງອິນເຕີເນັດຂອງຈີນ ຕ່າງໄດ້ເຜີຍແຜ່ບົດລາຍງານການສຳຫຼວດກ່ຽວກັບມະຫາວິທະຍາໄລອຸດສາຫະກຳຕາເວັນຕົກສຽງເໜືອຈີນ ຖືກສຳນັກງານຄວາມໝັ້ນຄົງແຫ່ງຊາດອາເມຣິກາ ຫຼື NSA ໂຈມຕີທາງອິນເຕີເນັດ ໂດຍມີເນື້ອໃນລະບຸວ່າ: ຫ້ອງການບຸກລຸກເປົ້າໝາຍສະເພາະ ທີ່ຂຶ້ນກັບ NSA ໄດ້ນຳໃຊ້ຍຸດໂທປະກອນສະເພາະກໍ່ການໂຈມຕີທາງອິນເຕີເນັດ 40 ກວ່າຊະນິດ ເພື່ອກໍ່ການໂຈມຕີ-ໂຈລະກຳ ຂໍ້ມູນຕໍ່ມະຫາວິທະຍາໄລອຸດສາຫະກຳຕາເວັນຕົກສຽງເໜືອຈີນຢ່າງຕໍ່ເນື່ອງ, ໄດ້ໂຈລະກຳຂໍ້ມູນເຕັກນິກສຳຄັນທີ່ເປັນໃຈກາງໃນຫຼາຍດ້ານ ເຊັ່ນ: ລຳດັບຕັ້ງຄ່າຂອງອຸປະ ກອນອິນເຕີເນັດ, ຕົວເລກຂໍ້ມູນການຄຸ້ມຄອງອິນເຕີເນັດ, ຕົວເລກຂໍ້ມູນການເຄື່ອນໄຫວແລະ ການຮັກສາທີ່ກ່ຽວຂ້ອງເປັນຕົ້ນ.

ບົດລາຍງານສະບັບດັ່ງກ່າວຍັງໄດ້ລະບຸຕື່ມວ່າ:  NSA ໄດ້ດຳເນີນການເຄື່ອນໄຫວໂຈມຕີແບບເຈາະຂໍ້ມູນ ຫຼື ແຮັກເກີໂດຍລັບໆ ທີ່ຖືເອົາວິສາຫະກິດນຳໜ້າຂະແໜງການຕ່າງໆ,  ອົງການປົກຄອງ, ມະຫາວິທະຍາໄລ, ອົງການແພດສາດ, ອົງການຄົ້ນຄວ້າວິທະຍາສາດ ແລະອົງການອື່ນໆຂອງຈີນເປັນເປົ້າໝາຍມາເປັນໄລຍະຍາວ. ນອກນີ້, NSA ຍັງນຳໃຊ້ຍຸດໂທປະກອນ ກໍ່ການໂຈມຕີທາງອິນເຕີເນັດຊະນິດຕ່າງໆ, ໂອເດ(Oday), ແລະ ອຸປະກອນທາງອິນເຕີເນັດທີ່ຕົນຄວບຄຸມ ດຳເນີນການດັກຟັງຕໍ່ຜູ້ໃຊ້ມືຖືຂອງຊາວຈີນໂດຍບໍ່ຈຳແນກເປົ້າໝາຍ, ໄດ້ໂຈລະກຳຂໍ້ຄວາມສັ້ນຂອງຜູ້ໃຊ້ມືຖືຢ່າງຜິດກົດໝາຍ, ທັງຕິດຕາມການເຄື່ອນໄຫວຂອງເຂົາເຈົ້າໂດຍຜ່ານຄື້ນສັນຍານວິທະຍຸ ເຊິ່ງໄດ້ເຮັດໃຫ້ຄົນຕ້ອງນຶກເຖິງ “ແຜນການປຣີຊຶມ” ທີ່ຖືກທ້າວແອດວາດ ສະໂນເດນ ອະດີດພະນັກງານຮັບຈ້າງຂອງສຳນັກງານຂ່າວລັບສູນກາງອາເມຣິກາເປີດເຜີຍເມື່ອປີ 2013. ຂະນະທີ່ບົດລາຍງານສະບັບດັ່ງກ່າວກໍໄດ້ສະແດງ ໃຫ້ເຫັນວ່າ: ອົງການຂ່າວລັບອາເມຣິກາບໍ່ພຽງແຕ່ຖືເອົາຜູ້ນຳຕ່າງປະເທດເປັນເປົ້າໝາຍດັກຟັງ ເທົ່ານັ້ນ, ຍັງລວມເຖິງຄົນທຳມະດາສາມັນຂອງປະເທດອື່ນກໍເປັນເປົ້າໝາຍຖືກດັກຟັງເຊັ່ນດຽວກັນ.