ຄວາມສາມາດຮັບປະກັນຄວາມປອດໄພດ້ານສະບຽງອາຫານຂອງຈີນໄດ້ສູງຂຶ້ນຢ່າງຕໍ່ເນື່ອງ

2022-10-17 12:11:06 CRI


     ຕອນເຊົ້າວັນທີ 17 ຕຸລານີ້, ສູນຖະແຫຼງຂ່າວຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຄັ້ງທຳອິດ ເຊິ່ງໄດ້ແນະນຳສະພາບການກ່ຽວກັບການຜັນຂະຫຍາຍແນວຄິດການພັດທະນາອັນໃໝ່, ການສ້າງສະພາບການພັດທະນາອັນໃໝ່, ການຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ພ້ອມທັງການຊຸກຍູ້ການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ທີ່ຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຮອບດ້ານດ້ວຍຄວາມທັນສະໄໝແບບຈີນ, ແລະໄດ້ຕອບຄຳຖາມຂອງນັກຂ່າວ.


     ທ່ານຊົງລ້ຽງ ສະມາຊິກຄະນະພັກຂອງຄະນະກຳມະການພັດທະນາ ແລະປະຕິຮູບແຫ່ງຊາດຈີນ ທັງເປັນຫົວໜ້າກົມສຳຮອງສະບຽງອາຫານ ແລະຊັບສິນແຫ່ງຊາດຈີນແນະນຳໃຫ້ຮູ້ວ່າ: ຄວາມສາມາດຮັບປະກັນຄວາມປອດໄພດ້ານສະບຽງອາຫານຂອງຈີນໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ.