ງານວາງສະແດງມໍລະດົກວັດທະນະທຳນາມມະທຳແຂວງກຸ້ຍໂຈ່ວປະເທດຈີນຈັດຂຶ້ນຢູ່ນະຄອນຫຼວງປາຣີປະເທດຝຣັ່ງ

2022-11-27 14:53:21 cri


    ພິທີໄຂງານວາງສະແດງມໍລະດົດວັດທະນະທຳນາມມະທຳກຸ້ຍໂຈ່ວ ແລະກິດຈະກຳໂຄສະນາການທ່ອງທ່ຽວ ແລະວັດທະນະທຳແຂວງກຸ້ຍໂຈ່ວປະເທດຈີນໄດ້ຈັດຂຶ້ນຢູ່ນະຄອນຫຼວງປາຣີປະເທດຝຣັ່ງໃນວັນທີ 26 ພະຈິກນີ້.

    ງານວາງສະແດງ ແລະງານໂຄສະນາຄັ້ງນີ້ສຸມໃສ່ວັດທະນະທຳທີ່ມີເອກະລັກພິເສດຂອງແຂວງກຸ້ຍໂຈ່ວ, ສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍ ແລະຄວາມມີຊີວິດຊີວາຂອງມໍລະດົກວັດທະນະທຳນາມມະທຳຜ່ານເຄື່ອງຫັດຖະກຳ, ເຄື່ອງນຸ່ງຫົ່ມ, ເຄື່ອງປະດັບເປັນຕົ້ນ. ບຸກຄົນໃນວົງການວັດທະນະທຳ ແລະການທ່ອງທ່ຽວສອງປະເທດຈີນ-ຝຣັ່ງຈຳນວນ 80 ກວ່າທ່ານໄດ້ເຂົ້າຮ່ວມພິທີໄຂງານດັ່ງກ່າວ.

    ໃນພິທີໄຂ, ຍີ່ຫໍ້ເຄື່ອງນຸ່ງຫົ່ມຂອງຊ່າງອອກແບບນ້ອງໃໝ່ຂອງຝຣັ່ງ ແລະຍີ່ຫໍ້ເຄື່ອງປະດັບເງິນເຜົ່າມົ້ງຂອງຈີນໄດ້ຮ່ວມກັນຈັດງານເດີນແບບ, ຜ່ານການສະແດງ ແລະບັນຍາຍ, ເຮັດໃຫ້ມໍລະດົກວັດທະນະທຳນາມມະທຳແຂວງກຸ້ຍໂຈ່ວ, ວັນບຸນ, ຮີດຄອງປະເພນີໄດ້ເຊື່ອມໂຍງເຂົ້າກັນ. ແຂກຮ່ວມງານໄດ້ມີຄວາມສົນໃຈເປັນຢ່າງຍິ່ງຕໍ່ວັດທະນະທຳຊົນເຜົ່າສ່ວນໜ້ອຍຂອງແຂວງກຸ້ຍໂຈ່ວ, ເຄື່ອງຫັດຖະກຳ, ເຄື່ອງນຸ່ງຫົ່ມ ແລະເຄື່ອງປະດັບທີ່ໄດ້ວາງສະແດງໃນງານ, ທັງໄດ້ແລກປ່ຽນກັບຝ່າຍເຈົ້າພາບຈັດງານ ແລະນັກອອກແບບພ້ອມ.

    ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງພະແນກວັດທະນະທຳ ແລະທ່ອງທ່ຽວແຂວງກຸ້ຍໂຈ່ວປະເທດຈີນແນະນຳວ່າ: ແຂວງກຸ້ຍໂຈ່ວເປັນເຂດໂຮມສູນພັກພາອາໄສຂອງຊົນເຜົ່າສ່ວນໜ້ອຍຫຼາຍຊົນເຜົ່າທາງພາກຕາເວັນຕົກສຽງໃຕ້ຂອງຈີນ, ມໍລະດົກວັດທະນະທຳນາມມະທຳຂອງຊົນເຜົ່າສ່ວນໜ້ອຍມີຄວາມອຸດົມສົມບູນ ແລະຫຼາກຫຼາຍສີສັນ, ຫວັງວ່າຖືງານວາງສະແດງຄັ້ງນີ້ເປັນໂອກາດທີ່ດີ ເພື່ອນຳສະເໜີເອກະລັກແຂວງກຸ້ຍໂຈ່ວຫຼາຍກວ່າເກົ່າໃຫ້ແກ່ຜູ້ຊົມງານຊາວຝຣັ່ງ.