ປະລິມານການຜະລິດອາຍແກັສທຳມະຊາດຂອງແຫຼ່ງຜະລິດອາຍແກັສທຳມະຊາດຕົ້ນຕໍຢູ່ພາກຕາເວັນຕົກເພື່ອສົ່ງໄປພາກຕາເວັນອອກຂອງຈີນ ບັນລຸຮ້ອຍລ້ານແມັດກ້ອນຕໍ່ມື້

2022-12-12 15:38:07 cri

 

ຄຽງຄູ່ກັບອຸນຫະພູມຫຼຸດຕ່ຳລົງ, ຄວາມຕ້ອງການນຳໃຊ້ອາຍແກັສທຳມະຊາດ ຢູ່ພາກຕາເວັນ ອອກເພີ່ມຂຶ້ນ, ໃນຖານະເປັນແຫຼ່ງຜະລິດອາຍແກັສທຳມະຊາດຕົ້ນຕໍ ຢູ່ພາກຕາເວັນຕົກ ເພື່ອສົ່ງ ໄປພາກຕາເວັນອອກຂອງຈີນ, ປະລິມານການຜະລິດອາຍແກັສທຳມະະຊາດຂອງບໍ່ນ້ຳມັນ ຖາຫຼີມູ້ຂອງກຸ່ມບໍລິສັດນ້ຳມັນເຊື້ອໄຟຈີນໄດ້ບັນລຸຮ້ອຍລ້ານແມັດກ້ອນຕໍ່ມື້, ໄດ້ສະໜອງການຮັບປະກັນຄວາມພຽງພໍ ໃຫ້ແກ່ການນຳໃຊ້ອາຍແກັສທຳມະຊາດຂອງປະຊາຊົນບັນດາ ເຜົ່າທີ່ຢູ່ລຽບຕາມທໍ່ສົ່ງອາຍແກັສທຳມະຊາດຈາກພາກຕາເວັນຕົກສູ່ພາກຕາເວັນອອກ ແລະພາກໃຕ້ເຂດຊິ່ນຈ່ຽງຈີນ.



ປີນີ້, ບໍ່ນ້ຳມັນຖາຫຼີມູ້ໄດ້ອອກແຮງປະຕິບັດການເຄື່ອນໄຫວຍົກ ສູງຄວາມສາມາດດ້ານການຜະລິດນ້ຳມັນ ແລະອາຍແກັສທຳມະຊາດ,  ເລັ່ງລັດປະຕິບັດໂຄງ ການຜະລິດນ້ຳມັນແລະອາຍແກັສທຳມະຊາດຢູ່ພາກໃຕ້ພູທ່ຽນຊ່ານ ແລະບ່ອນຫ່າງໄກຢູ່ທະ ເລຊາຍຖາເຄີ້ລ່າໝາກັ່ນ. ນັບມາຮອດປັດຈຸບັນ, ປະລິມານການຜະລິດອາຍແກັສ ທຳມະຊາດຂອງບໍ່ແກັສທຳມະຊາດໃໝ່ບັນລຸ 10 ລ້ານແມັດກ້ອນຕໍ່ມື້ .ສະເພາະປີນີ້, ບໍ່ດັ່ງກ່າວສາມາດຜະລິດອາຍແກັສທຳມະຊາດໄດ້ທັງໝົດຫຼາຍກວ່າ 30,3 ຕື້ແມັດກ້ອນ, ຫຼາຍກວ່າ ປີກາຍນີ້ 360 ລ້ານແມັດກ້ອນ.