ຕ້ານກັບການແພ່ລະບາດຂອງພະຍາດໂຄວິດ-19 ຜ່ານມາ 3 ປີ, ເປັນຫຍັງຈີນຈິ່ງຕ້ອງປັບປ່ຽນນະໂຍບາຍປ້ອງກັນ ແລະ ຄວບຄຸມພະຍາດດັ່ງກ່າວ

2022-12-12 19:23:21 cri

ໃນໄລຍະຜ່ານມາ, ທ້ອງຖິ່ນຕ່າງໆຂອງຈີນໄດ້ປັບປ່ຽນນະໂຍບາຍປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດໂຄວິດ-29 ຕາມໆກັນ, ຫຼາຍທ້ອງຖິ່ນຍັງໄດ້ຜ່ອນຜັນມາດຕະການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດເປັນກ້າວໆ.


ໃນ 1 ເດືອນທີ່ຜ່ານມາ, ທົ່ວປວງຊົນຂອງຈີນໄດ້ເຂົ້າຮ່ວມການເປິກສາຫາລືຕໍ່ການປ່ຽນແປງຂອງນະໂຍບາຍປ້ອງກັນ ແລະ ຄວບຄຸມພະຍາດ ເຊິ່ງເປັນ 1 ເດືອນທີ່ມີການປະທະກັນດ້ານແນວຄິດຕ່າງໆທີ່ດຸເດືອດທີ່ສຸດກ່ຽວກັບມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໃນທົ່ວປະເທດຈີນ ນັບແຕ່ເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.

ທີ່ຈິງແລ້ວ, ປັດໄຈສຳຄັນທີ່ເປັນຂໍກະແຈທີ່ຕັດສິນຈີນຈະຜ່ານພົ້ນການແພ່ລະບາດຂອງພະຍາດໂຄວິດ-19 ໄດ້ຫຼືບໍ່ນັ້ນ, ຈະບໍ່ແມ່ນຊາວໜຸ່ມແລະຄົນໄວສະກັນຈໍານວນມະຫາສານ, ຫາກແມ່ນກຸ່ມຄົນທີ່ມີພູມຕ້ານທານຕ່ຳ. ສະນັ້ນ, ມີແຕ່ສ້າງກຳແພງປ້ອງກັນພະຍາດທີ່ປອດໄພໃຫ້ແກ່ຜູ້ເຖົ້າ, ເດັກນ້ອຍ, ຜູ້ມີພະຍາດປະຈຳຕົວ ແລະ ຜູ້ມີພູມຕ້ານທານຕ່ຳອື່ນໆແລ້ວ, ຈິ່ງແມ່ນທັດສະນະທີ່ມີຄວາມຮັບຜິດຊອບຕໍ່ປະຊາຊົນຂອງລັດຖະບານ. ພະຍາດໂຄວິດ-19 ໄດ້ແພ່ລະບາດໃນວົງກວ້າງມາເປັນເວລາ 3 ປີແລ້ວ, ລັດຖະບານຈີນໄດ້ປະຕິບັດນະໂຍບາຍປ້ອງກັນ ແລະ ຄວບຄຸມພະຍາດ ທີ່ “ປ້ອງກັນການແພ່ລະບາດຈາກຕ່າງປະເທດ ແລະ ປ້ອງກັນບໍ່ໃຫ້ພະຍາດແພ່ລະບາດໃນວົງກວ້າງອີກພາຍໃນປະເທດ” ເຊິ່ງໄດ້ກອບກູ້ຊີວິດຂອງກຸ່ມຄົນທີ່ມີພູມຕ້ານທານຕ່ຳຫຼາຍລ້ານຄົນ.


ຄັນຊັ້ນ, ເປັນຫຍັງຈີນຈິ່ງໄດ້ຜ່ອນຜັນມາດຕະການປ້ອງກັນ ແລະ ຄວບຄຸມພະຍາດໃນປັດຈຸບັນ ພາຍຫຼັງປ້ອງກັນ ແລະ ຄວບຄຸມພະຍາດຢ່າງສຸດຂີດມາເປັນເວລາ 3 ປີ?

ກ່ອນອື່ນ, ລັດຖະບານຈີນໄດ້ຜ່ອນຜັນການປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດເປັນກ້າວໆ ເຊິ່ງເປັນການຕົກລົງທີ່ໄດ້ມາຈາກການຄົ້ນຄວ້າແລະວິນິດໄສຕາມຫຼັກວິທະຍາສາດ. ໂດຍຜ່ານໄລຍະເກີດມີເຊື້ອພະຍາດຂອງພະຍາດໂຄວິດ-19 ກໍາເນີດໃນເບື້ອງຕົ້ນ ຈົນເຖິງເຊື້ອພະຍາດກາຍພັນອານຟາ, ເບວດາ, ເດວຕາ ແລະ ໂອມິຄຣອນໃນປັດຈຸບັນ. ພາຍຫຼັງໄດ້ກາຍພັນມາເປັນໄລຍະຍາວຄືເກືອບ 3 ປີ, ເຊື້ອພະຍາດກໍບໍ່ມີຄວາມຮ້າຍແຮງຄືເກົ່າອີກແລ້ວ. ຂໍ້ມູນຄົ້ນຄວ້າຫຼ້າສຸດຂອງຈີນສະແດງໃຫ້ເຫັນວ່າ: ອັດຕາການເປັນອາການໜັກ ພາຍຫຼັງຕິດເຊື້ອພະຍາດ “ໂອມິຄຣອນ” ແມ່ນ 0,025%, ເປັນເງື່ອນໄຂທີ່ໃກ້ຈະສຸກງອມທີ່ຈະປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ແບບທຳມະດາ.


ສອງ, ສາມປີມານີ້, ໃນຂະນະທີ່ປ້ອງກັນ ແລະ ຄວບຄຸມພະຍາດ, ຈີນກໍບໍ່ໄດ້ຍຸດຕິການຄົ້ນຄວ້າຕໍ່ເຊື້ອພະຍາດ. ເມື່ອທຽບໃສ່ 3 ປີກ່ອນ, ຈີນມີເຕັກນິກ ແລະ ຢາປິ່ນປົວພະຍາດທີ່ມີປະສິດທິຜົນກວ່າເກົ່າ, ມີປະສົບການຮັບມືສຸກເສີນ ແລະ ປິ່ນປົວພະຍາດທີ່ອຸດົມສົມບູນກວ່າເກົ່າ, ອັດຕາການສັກວັກຊິນຄົບໂດສໃນທົ່ວປະເທດຈີນຫຼາຍກວ່າ 90% ເຊິ່ງໄດ້ສ້າງກຳແພງປ້ອງກັນພະຍາດທີ່ໜັກແໜ້ນ ແລະ ກໍແມ່ນສາເຫດທີ່ຈີນໄດ້ຜ່ອນຜັນມາດຕະການປ້ອງກັນ ແລະ ຄວບຄຸມພະຍາດ.

ສາມ, ການຜ່ອນຜັນມາດຕະການປ້ອງກັນພະຍາດ ບໍ່ແມ່ນວ່າຈະປ່ອຍປະໃຫ້ມັນຕາມເປັນຕາມເກີດ, ລັດຖະບານຈີນຍັງຈະຊີ້ນຳປະຊາຊົນຈີນປ້ອງກັນ ແລະຄວບຄຸມພະຍາດຕາມຫຼັກວິທະຍາສາດ ຄືດັ່ງທີ່ເຄີຍໄດ້ປະຕິບັດຜ່ານມາ, ພຽງແຕ່ປ່ຽນຜູ້ປ້ອງກັນ ແລະຄວບຄຸມພະຍາດຈາກລັດຖະບານ ມາເປັນສ່ວນບຸກຄົນເທົ່ານັ້ນ. ໃນຂະນະດຽວກັນ, ຈີນໄດ້ປັບປ່ຽນນະໂຍບາຍປ້ອງກັນ ແລະຄວບຄຸມພະຍາດໃຫ້ດີຂຶ້ນ, ໄດ້ປັບປຸງຢ່າງເປັນເຈົ້າການ ໂດຍອີງຕາມຈຸດພິເສດຂອງເຊື້ອພະຍາດ ແລະ ສະພາບການແພ່ລະບາດຂອງມັນ ເຊິ່ງຈະຖືກຕ້ອງກັບຫຼັກວິທະຍາສາດ ແລະ ມີຄວາມແມ່ນຢຳກວ່າເກົ່າ, ສາມາດຫຼຸດຜ່ອນຜົນກະທົບຕໍ່ການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ຢູ່ໃນລະດັບຕ່ຳສຸດ, ສາມາດປ້ອງກັນ ແລະຄວບຄຸມພະຍາດໄດ້ດີທີ່ສຸດ ດ້ວຍຄ່າຕອບແທນຕ່ຳສຸດ ແລະ ຍັງໄດ້ພິຈາລະນາເຖິງຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ເພື່ອດຳເນີນການຜະລິດ ແລະ ໃຊ້ຊີວິດຢ່າງຕັ້ງໜ້າກວ່າເກົ່າ.

ການຕໍ່ສູ້ຕ້ານກັບການແພ່ລະບາດຂອງພະຍາດ ຈະແມ່ນຂະບວນການທີ່ຍາວນານ. ໃນໄລຍະຕໍ່ໄປ, ຈີນຈະປະສົບຄວາມເຈັບປວດທີ່ຈຳນວນຜູ້ຕິດເຊື້ອພະຍາດຢູ່ທ້ອງຖິ່ນຕ່າງໆ ເພີ່ມຂຶ້ນຢ່າງຫຼວງຫຼາຍ, ແຕ່ນີ້ກໍເປັນເລື່ອງທີ່ສອດຄ່ອງກັບກົດເກນພາວະວິໄສຂອງການພັດທະນາຂອງການແພ່ລະບາດຂອງພະຍາດ. ແຕ່ຈີນມີຄວາມສາມາດດັດແກ້ຄວາມຜິດພາດຢ່າງເຂັ້ມແຂງ, ປະຊາຊົນຈີນກໍມີຈິດໃຈ ເປີດກວ້າງ, ຈີນຈະກ້າວເດີນໄປໜ້າເປັນກ້າວໆທ່າມກາງຄວາມຫຍຸ້ງຍາກທີ່ເກີດຈາກການແພ່ລະບາດຂອງພະຍາດ ແລະ ຍ່ອມຈະກັບຄືນໄປສູ່ວັນເວລານາທີທີ່ມີຊີວິດສຸກສັນ ກ່ອນເກີດມີການແພ່ລະບາດຂອງພະຍາດໂຄວິດ-19 ໃນປີ 2019.