ໜ່ວຍປິ່ນປົວແລະຮັກສາສັນຕິພາບຢູ່ລີບັງງວດທີ 21 ຂອງຈີນດຳເນີນການເຄື່ອນໄຫວເຜີຍແຜ່ວັດທະນະທຳຈີນ

2022-12-12 15:34:46 cri


ວັນທີ 9 ທັນວານີ້, ໂດຍຕອບສະໜອງຕາມຄຳເຊີນຂອງສູນຝຶກຊ້ອມໜ້າທີ່ສັງລວມຂອງກອງບັນຊາການກຳລັງຮັກສາສັນຕິພາບອົງການສະຫະປະຊາຊາດປະຈຳລີບັງ, ໜ່ວຍປິ່ນປົວແລະຮັກສາສັນຕິພາບຢູ່ລີບັງງວດທີ 21 ຂອງຈີນ ໄດ້ຈັດກິດຈະກຳເຜີຍແຜ່ວັດທະນະທຳຈີນຢູ່ນະຄອນຫຼວງເບລຸດ. ມີນາຍແລະພົນທະຫານຮັກສາສັນຕິພາບ ພ້ອມດ້ວຍພະນັກງານເຮັດວຽກພົນລະເຮືອນ ຂອງອົງການ ສປຊ ທີ່ມາຈາກຫຼາຍປະເທດໄດ້ເຂົ້າຮ່ວມກິດຈະກຳຄັ້ງນີ້.



ກິດຈະກຳດັ່ງກ່າວຈັດຂຶ້ນຢູ່ “ບ້ານຂອງກຳລັງຮັກສາສັນຕິພາບອົງການ ສປຊ ປະຈຳລີບັງ” ທີ່ຕັ້ງຢູ່ນະຄອນຫຼວງເບລຸດ, ເຊິ່ງໄດ້ຈັດການເຜີຍແຜ່ຂໍ້ມູນຂ່າວສານ, ການສະແດງກັບທີ່, ການແລກປ່ຽນຖອດຖອນບົດຮຽນນຳກັນແລະອື່ນໆ ໂດຍປິ່ນອ້ອມປະຫວັດສາດ, ຮີດຄອງປະ ເພນີ, ການຂຽນງາມແບບຈີນ, ສິລະປະຊາ, ແພດແຜນຈີນແລະອື່ນໆ, ເພື່ອສ້າງຂົວແຫ່ງ ສັນຕິພາບໂດຍຜ່ານວັດທະນະທຳ ເພື່ອໃຫ້ຄົນຫຼາຍກວ່າເກົ່າເຂົ້າໃຈວັດທະນະທຳຂອງຈີນ.