ທ່ານສີຈິ້ນຜິງຊີ້ນຳໃຫ້“ຂຽນບົດວິທະຍານິພົນຢູ່ກັບທົ່ງໄຮ່ທົ່ງນາທີ່ກວ້າງໃຫຍ່ໄພສານ” (ພາກທີ2)

2022-12-28 16:14:34 cri



ບ້ານເຊ້ຍຈ່ຽງຕາແສງເຟີ່ງຊູ້ຫຼິງເມືອງສຸນອ່ານແຂວງເຈີ້ຈ່ຽງເປັນບ້ານໜຶ່ງທີ່ໃຜໆກໍຮູ້ຈັກມາໂດຍຕະຫຼອດ.

 

ແຕ່ກ່ອນ, ຄົນທັງຫຼາຍຮູ້ຈັກບ້ານແຫ່ງນີ້ ແມ່ນຍ້ອນຄວາມທຸກຍາກຂອງມັນ, ບ້ານນ້ອຍໆທີ່ຖືກອ້ອມຮອບດ້ວຍກຸ່ມພູ, ເນື້ອທີ່ດິນປູກຝັງສະເລ່ຍຕໍ່ຫົວຄົນມີພຽງປະມານ 0,07 ເຮັກຕາເທົ່ານັ້ນ, ຈົນມີເພງພື້ນເມືອງທີ່ມີເນື້ອຮ້ອງວ່າ: “ເຮືອນຢູ່ກໍ່ດ້ວຍດິນ,ທັນຍາ ຫານກຸ້ມກິນແຕ່ເຄິ່ງປີ,ຜູ້ສາວບໍ່ຍອມເອົາຜູ້ບ່າວເຊ້ຍຈ່ຽງເປັນຜົວ.” ແຕ່ວ່າບ້ານເຊ້ຍຈ່ຽງໃນທຸກມື້ນີ້, ຫ້ວຍນ້ຳເສາະໃສໄຫຼເຢັນຖາດໆ ພູຜາຂຽວງາມ, ໂສມໜ້າຂອງບ້ານໄດ້ຮັບການປັບປຸງໃຫ້ດີຂຶ້ນຕື່ມອີກ, ກາຍເປັນຜູ້ນຳໜ້າພາທາງໃນການພັດທະນາຊົນນະບົດໃຫ້ຈະເລີນທີ່ມີຊື່ສຽງໂດ່ງດັງບໍ່ວ່າໃກ້ຫຼືໄກ.

 



ປີ 2003, ທ່ານສີຈິ້ນຜິງ ທີ່ເປັນເລຂາຄະນະພັກແຂວງເຈີ້ຈ່ຽງໃນເວລານັ້ນໄດ້ລົງເຄື່ອນໄຫວຢ້ຽມຢາມແລະສຳຫຼວດກວດກາວຽກງານຢູ່ບ້ານເຊ້ຍຈ່ຽງ, ເພິ່ນໄດ້ສອບຖາມສະພາບການຂອງບ້ານຢ່າງລະອຽດ ແລ້ວຮ່ວມກັນເປິກສາຫາລືກັບພະນັກງານບ້ານເພື່ອຫາວິທີແກ້ໄຂວ່າ: “ທາງແຂວງຈະຄົ້ນຄວ້າຕື່ມອີກແລ້ວຈະແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດຜູ້ໜຶ່ງມາບ້ານພວກສະຫາຍ.”

 

ທ່ານສີຈິ້ນຜິງກ່າວຢືນຢັນວ່າ: ພວກເຮົາຕ້ອງຊີ້ນຳວຽກງານກະສິກຳດ້ວຍແນວຄວາມຄິດການພັດທະນາໃນຍຸກປັດຈຸບັນ,ກຳແໜ້ນກາລະໂອກາດຈາກຄວາມກ້າວໜ້າດ້ານວິທະຍາສາດເຕັກນິກໃນປັດຈຸບັນ, ສ້າງກົນໄກທີ່ໃຫ້ປັດໄຈການຜະລິດຍຸກປັດຈຸບັນໄຫຼສູ່ຂະແໜງກະສິກຳ, ສຸມກຳລັງເຂົ້າໃນການຫັນປ່ຽນຮູບແບບການເຕີບໂຕດ້ານກະສິກຳ.

 

ປີ 2002, ກະຊວງວິທະຍາສາດແລະເຕັກໂນໂລຊີຈີນໄດ້ປະຕິບັດວຽກງານຈຸດທົດລອງແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດຢູ່ 5 ແຂວງແລະເຂດປົກຄອງຕົນເອງທີ່ພາກຕາເວັນຕົກສຽງເໜືອຂອງຈີນເຊັ່ນ: ເຂດປົກຄອງຕົນເອງເຜົ່າຮຸຍນິງເຊ້ຍເປັນຕົ້ນ. ປີ 2004, ກະຊວງວິທະຍາສາດແລະເຕັກນິກໂລຊີ, ກະຊວງບຸຄະລາກອນໃນເວລານັ້ນໄດ້ເປີດກວ້າງຂອບເຂດຈຸດທົດລອງ ແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດ… ລະບຽບການແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດໄດ້ຫັນຈາກພຶດຕິກຳຢູ່ທ້ອງຖິ່ນ ຖືກຍົກລະດັບຂຶ້ນເປັນການເຄື່ອນໄຫວລະດັບຊາດເປັນກ້າວໆ ເຊິ່ງໄດ້ສະແດງໃຫ້ເຫັນເຖິງພະລັງຊີວິດອັນເຂັ້ມແຂງ.

 

 ເລີ່ມແຕ່ປີ 2012 ເປັນຕົ້ນມາ, ວຽກງານການແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດໄດ້ຖືກບັນທຶກໄວ້ຢູ່ໃນເອກະສານກ່ຽວກັບວຽກງານກະສິກຳຂອງສູນກາງພັກເຊິ່ງເປັນເອກະສານໝາຍເລກໜຶ່ງຂອງສູນກາງພັກເປັນຫຼາຍຄັ້ງຕາມລຳດັບ. ປີ 2016, ຄະນະລັດຖະບານຈີນໄດ້ອອກ “ບາງຄວາມເຫັນກ່ຽວກັບການລົງເລິກຊຸກຍູ້ການປະຕິບັດລະບຽບການແຕ່ງຕັ້ງນັກວິຊາການວິທະ ຍາສາດເຕັກນິກພິເສດ”  ຖືວ່າເປັນຄັ້ງທຳອິດທີ່ໄດ້ກຳນົດລະບຽບການລະດັບຊາດກ່ຽວກັບວຽກງານການແຕ່ງຕັ້ງນັກວິຊາການວິ ທະຍາສາດເຕັກນິກພິເສດ.

 

ຕະຫຼອດໄລຍະເວລາ 20 ກວ່າປີຜ່ານມານີ້, ເລື່ອງລາວທີ່ປະທັບໃຈກ່ຽວກັບນັກຊາການວິທະຍາສາດເຕັກນິກຜູ້ຖືກແຕ່ງຕັ້ງລົງສູ່ຮາກຖານເປັນພິເສດໄດ້ເກີດຂຶ້ນເລື້ອຍໆ, ເຂົາເຈົ້າໄດ້ໝູນໃຊ້ພະລັງແຮງດ້ານວິທະຍາສາດເຕັກນິກເປີດປະຕູແຫ່ງການຫຼຸດພົ້ນອອກຈາກຄວາມທຸກຍາກແລະສ້າງຄວາມຮັ່ງມີໃຫ້ກັບປະຊາຊົນເປັນຈຳນວນຫຼວງຫຼາຍ.

 

ໃນໄລຍະການປະສານງານກັນລະຫວ່າງແຂວງຟູຈ້ຽນແລະເຂດປົກຄອງຕົນເອງເຜົ່າຮຸຍນິງເຊ້ຍເພື່ອຫຼຸດຜ່ອນຄວາມທຸກຍາກເລີ່ມຕັ້ງແຕ່ທ້າຍຊຸມປີ1990, ທ່ານສີຈິ້ນຜິງ ຮອງເລຂາຄະນະພັກແຂວງຟູຈ້ຽນໃນເວລານັ້ນ ໄດ້ບົ່ງຕົວແຕ່ງຕັ້ງທ່ານ ຫຼິນຈ້ານຊີ່ ສາ ສະດາຈານມະຫາວິທະຍາໄລກະເສດຟູຈ້ຽນ ໃຫ້ເປັນນັກວິຊາການວິທະຍາສາດເຕັກນິກພິເສດທີ່ເດີນທາງຍາວໄກໄປເຜີຍແຜ່ເຕັກນິກປູກອ້ອຍເລົາຢູ່ເຂດນິງເຊ້ຍ.

 

ປີ 1997, ທີມງານຂອງທ່ານຫຼິນຈ້ານຊີ່ ໄດ້ນຳເອົາອ້ອຍເລົາຈຳນວນ6ແກັດສ້າງຕັ້ງຖານຜະລິດສາທິດການຫຼຸດຜ່ອນຄວາມທຸກ ຍາກດ້ວຍອຸດສາຫະກຳອ້ອຍເລົາຢູ່ 10 ກວ່າເມືອງໃນເຂດນິງເຊ້ຍ. ເຫັດປູກເພື່ອກິນທີ່ປູກດ້ວຍອ້າຍເລົາໄດ້ກາຍເປັນອຸດສາຫະກຳເສົາຄ້ຳທີ່ສຳຄັນອັນໜຶ່ງຂອງໂຄງການຫຼຸດຜ່ອນຄວາມທຸກຍາກດ້ວຍອຸດສາຫະກຳຂອງທ້ອງຖິ່ນດັ່ງກ່າວ.

 

ຫຼາຍສິບປີຜ່ານໄປແລ້ວ, ທ່ານຫຼິນຈ້ານຊີ່ ບໍ່ພຽງແຕ່ໄດ້ນຳເອົາເຕັກນິກປູກອ້ອຍເລົາໄປເຜີຍແຜ່ຢູ່ເຂດນິງເຊ້ຍເທົ່ານັ້ນ, ຍັງເຮັດໃຫ້້ອ້ອຍເລົາ ທີ່ຖືກເອີ້ນວ່າ “ຕົ້ນຫຍ້າສ້າງຄວາມຮັ່ງມີ” “ຕົ້ນຫຍ້າແຫ່ງຄວາມສຸກ” ເຜີຍແຜ່ໄປເຖິງ 500 ກວ່າເມືອງໃນທົ່ວປະເທດຈີນອີກດ້ວຍ, ເຮັດໃຫ້ຊາວກະສິກອນນັບເປັນພັນເປັນໝື່ນຄົນ ສ້າງລາຍໄດ້ເພີ່ມຂຶ້ນ. ບໍ່ພຽງແຕ່ເທົ່ານັ້ນ, ທີມງານຂອງທ່ານຫຼິນຈ້ານຊີ່ຍັງໄດ້ເຜີຍແຜ່ເຕັກນິກປູກອ້ອຍເລົາໄປເຖິງ 100 ກວ່າປະເທດແລະເຂດແຄວ້ນໃນທົ່ວໂລກອີກດ້ວຍ.

 

ປີ 2019, ທ່ານສີຈິ້ນຜິງໄດ້ໃຫ້ຄຳຊີ້ນຳອັນສຳຄັນກ່ຽວກັບການເຜີຍແຜ່ລະບຽບການແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິ ເສດຄົບຮອບ20ປີວ່າ: ນັບແຕ່ປະຕິບັດລະບຽບການແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດເປັນເວລາ20ປີຜ່ານມານີ້, ໄດ້ຍຶດໝັ້ນໃນການສົ່ງຜູ້ມີຄວາມຮູ້ຄວາມສາມາດລົງສູ່ຮາກຖານ, ສົ່ງວິທະຍາສາດເຕັກນິກລົງສູ່ຊົນນະບົດ, ຮັບໃຊ້ວຽກງານກະສິ ກຳ,ຊົນນະບົດແລະຊາວກະສິກອນ, ຖັນແຖວນັກວິຊາການວິທະຍາສາດເຕັກນິກພິເສດໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ເຊິ່ງໄດ້ກາຍເປັນໜ່ວຍໂຄສະນານະໂຍບາຍກ່ຽວກັບກະສິກຳ,ຊົນນະບົດແລະຊາວກະສິກອນຂອງພັກ, ເປັນຜູ້ເຜີຍແຜ່ວິທະຍາສາດເຕັກນິກດ້ານກະສິກຳ, ເປັນຜູ້ນຳພາການປະດິດສ້າງແລະການສ້າງທຸລະກິດດ້ານວິທະຍາສາດເຕັກນິກ, ເປັນຜູ້ນຳໜ້າພາທາງໃນການລຶບລ້າງຄວາມທຸກຍາກແລະສ້າງຄວາມຮັ່ງມີຂອງຊົນນະບົດ, ເຮັດໃຫ້ຊາວກະສິກອນອັນມະຫາສານໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າແລະມີຄວາມສຸກຫຼາຍກວ່າເກົ່າ.

ຍາມລະດູໃບໄມ້ຫຼົ່ນ, ຢູ່ບ້ານໜານໂກ່ວຕາແສງກ່າວສຽວເມືອງອ່ານໄຊ້ນະຄອນຢຽນອ່ານແຂວງສ້ານຊີ່, ສວນໝາກໂປ້ມຢູ່ເທິງພູເປັນໝາກດົກໜາ,ອັນເປັນພາບທີ່ໜ້າປະຕິຊົມຊື່ນເນື່ອງຈາກຜົນຜະລິດອັນອຸດົມສົມບູນ.

 

ແຕ່ກ່ອນ, ພີ່ນ້ອງຊາວບ້ານທີ່ດຳລົງຊີວິດຢູ່ເທິງພູພຽງດິນເຫຼືອງທີ່ພາກເໜືອແຂວງສ້ານຊີ່ແມ່ນໃຊ້ຊີວິດແບບສ້າງນາຂັ້ນໄດ, ທຳ ການປູກຝັງ,  ຫຼັງສູ່ຟ້າ ໜ້າສູ່ດິນ, ຈັບຈົກເຮັດໄຮ່ເຮັດນາດ້ວຍຄວາມອົດທົນ, ປູກຝັງຫຼາຍແຕ່ໄດ້ຮັບຜົນຜະລິດໜ້ອຍ, ຊີວິດການເປັນຢູ່ແມ່ນລຳບາກທີ່ສຸດ. ແຕ່ວ່າ ມາເຖິງທຸກມື້ນີ້, ຢູ່ເທິງເປີ້ນພູໄດ້ເຊົາການປູກພືດພັນທັນຍາຫານ ແລະປູກຕົ້ນໄມ້ສ້າງປ່າຄືນໃໝ່ ໂດຍໄດ້ປູກຕົ້ນໝາກໂປ້ມ, ເຂົາເຈົ້າໄດ້ຜ່ານຈາກການສ້າງຝາຍກັ້ນນ້ຳ, ພັດທະນາລະບົບປ່ອຍນ້ຳເຂົ້ານາແບບປະຢັດ ແລະຄຸ້ມຄອງຢ່າງລະອຽດຮອບຄອບ, ເຊິ່ງໄດ້ແກ້ໄຂບັນຫາການໃຊ້ນ້ຳແລະການປ່ອຍນ້ຳເຂົ້ານາຢ່າງມີປະສິດທິຜົນ.

 



ວັນທີ 26 ຕຸລາ 2022, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ບ້ານໜານໂກ່ວ, ເພິ່ນໄດ້ໂອ້ລົມສົນທະນາກັບພີ່ນ້ອງຊາວບ້ານຢ່າງໃກ້ຊິດ. ທ່ານສີຈິ້ນຜິງໄດ້ຍ້ອງຍໍວ່າ: ນີ້ແມ່ນຄວາມທັນສະໄໝດ້ານກະສິກຳ, ພວກສະຫາຍຊອກເຫັນທິດທາງການພັດທະນາອຸດສາຫະກຳທີ່ເໝາະສົມແລ້ວ.

 

ເຕັກນິກກະສິກຳທີ່ທັນສະໄໝແລະໃຊ້ເປັນປະໂຫຍດຕ່າງໆໄດ້ເກີດດອກອອກຜົນ, ຊີວິດການເປັນຢູ່ຂອງຄອບຄົວຊາວກະສິກອນຈຳນວນຫຼວງຫຼາຍໄດ້ເກີດມີການປ່ຽນແປງຢ່າງມີຄວາມສຸກ,ບ້ານຊົນນະບົດແຫ່ງຕ່າງໆໄດ້ບັນລຸການປ່ຽນແປງຢ່າງສວຍງາມ... ນັກວິຊາການວິທະຍາສາດເຕັກນິກທີ່ຖືກແຕ່ງຕັ້ງລົງສູ່ຮາກຖານເປັນພິເສດໄດ້ເຮັດໃຫ້ວິທະຍາສາດເຕັກນິກເຊື່ອມໂຍງເຂົ້າກັບກະສິກຳ, ໄດ້ເພີ່ມຄວາມມີຊີວິດຊີວາອັນໃໝ່ເຂົ້າໃນການພັດທະນາຊົນນະບົດໃຫ້ຈະເລີນ ແລະບົ່ມເພາະຄວາມຫວັງອັນໃໝ່.

 

ການລຶບລ້າງຄວາມທຸກຍາກແລະສ້າງຄວາມຮັ່ງມີແມ່ນບໍ່ສາມາດປາສະຈາກການຮັບປະກັນທາງປັດໄຈວິທະຍາສາດເຕັກນິກໄດ້, ການຈັດຕັ້ງປະຕິບັດຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານຍິ່ງປາສະຈາກການຄ້ຳປະກັນຢ່າງແຂງແຮງຂອງການປະດິດສ້າງດ້ານວິທະຍາສາດເຕັກນິກບໍ່ໄດ້.

 

ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ການປະດິດສ້າງເປັນເສົາຄ້ຳອັນສຳຄັນຂອງການພັດທະນາຊົນນະບົດໃຫ້ຈະເລີນຢ່າງຮອບດ້ານ, ຕ້ອງຍຶດໝັ້ນຖືເອົາລະບຽບການແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດເປັນວຽກງານສຳຄັນໃນການເຮັດໃຫ້ຜູ້ມີຄວາມຮູ້ຄວາມສາມາດແຫ່ງການປະດິດສ້າງດ້ານວິທະຍາສາດເຕັກນິກຮັບໃຊ້ພາລະກິດພັດທະນາຊົນນະບົດໃຫ້ຈະເລີນ ແລະຈັດຕັ້ງປະຕິ ບັດວຽກງານນີ້ໃຫ້ເປັນຮູບປະທຳແລະເກີດມີປະສິດທິຜົນຕື່ມອີກ.

 

ປັດຈຸບັນ, ລະບຽບການແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດກຳລັງເພີ່ມພະລັງແຮງແລະພະລັງຊີວິດຊີວາໃຫ້ກັບການພັດທະນາຊົນນະບົດໃຫ້ຈະເລີນ, ນັກວິຊາການວິທະຍາສາດເຕັກນິກທີ່ຖືກແຕ່ງຕັ້ງລົງສູ່ຮາກຖານເປັນພິເສດນັ້ນ ກຳລັງກາຍເປັນກຳລັງຫຼັກແຫຼ່ງອັນສຳຄັນໃນການພັດທະນາຊົນນະບົດໃຫ້ຈະເລີນໃນຍຸກໃໝ່.

 

ຄັນຢາກຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນ, ກໍຕ້ອງພັດທະນາຊົນນະບົດໃຫ້ຈະເລີນ. ຂໍພຽງແຕ່ເພີ່ມທະວີການສະ ໜັບສະໜູນຢ່າງບໍ່ຢຸດຢັ້ງ, ພັດທະນາຖັນແຖວຜູ້ມີຄວາມຮູ້ຄວາມສາມາດໃຫ້ຂະຫຍາຍຕົວ, ປັບປຸງຮູບການຈັດຕັ້ງໃຫ້ສົມບູນຂຶ້ນ, ປະດິດສ້າງຮູບແບບການຊ່ວຍເຫຼືອ, ຍົກສູງປະສິດທິຜົນດ້ານການບໍລິການ, ຄົ້ນຄວ້າກົນໄກທີ່ມີປະສິດທິຜົນຍາວນານ. ລະບຽບການແຕ່ງຕັ້ງນັກວິຊາການວິທະຍາສາດເຕັກນິກພິເສດ ຍ່ອມຈະສາມາດເກີດມີພະລັງຊີວິດຊີວາທີ່ເຂັ້ມແຂງກວ່າເກົ່າບົນຂະບວນ ການໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ, ເຮັດໃຫ້ “ມາລາວິທະຍາສາດເຕັກນິກ”ເບັ່ງບານເຮື່ອເຮືອງແລະສວຍງາມກວ່າເກົ່າຢູ່ຕາມທົ່ງນາທີ່ເຕັມໄປດ້ວຍຄວາມຫວັງ.