何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້ອຳນວຍການໃຫຍ່ CMG ສົ່ງຄຳອວຍພອນປີໃໝ່ເຖິງຜູ້ຊົມຜູ້ຟັງຕ່າງປະເທດ

2022-01-01 16:35:31 CRI

ຜູ້​ອຳ​ນວຍ​ການ​ໃຫຍ່ CMG ​ສົ່ງ​ຄຳ​ອວຍ​ພອນ​ປີ​ໃໝ່ເຖິງຜູ້​ຊົມ​ຜູ້​ຟັງ​ຕ່າງ​ປະ​ເທດ_fororder_部长照片(内文用)

ເພື່ອນ​ມິດ​ທີ່​ຮັກ​ແພງ​ທັງຫຼາຍ:

ແສງ​ຕາ​ເວັນ​ຂອງ​ປີ​ໃໝ່​ພວມ​ເ​ປັ່ງ​ລັດ​ສະ​ໝີ​ໄປ​ທົ່ວ​ໂລກ. ປີ​ໃໝ່​ນີ້​ກໍ​ແມ່ນ​ປີ​ຂານ​ຕາມ​ຈັນ​ທະ​ຄະ​ຕິ​ຈີນ. ຂ້າ​ພະ​ເຈົ້າ​ຂໍ​​ສົ່ງ​ຄຳອວຍ​ພອນ​ໃຫ້​ທຸກ​ທ່ານ​ຈົ່ງ​ມີ​​ແຕ່​ຄວາມ​ເປັນສີ​ລິ​ມຸງ​ຄຸນ​ໃນ​ປີ​ຂານ ແລະ ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ​ຄື​​ກັບ​ເສືອ!

ປີ 2021 ທີ່​ຫາ​ກໍ່​ຜ່ານ​ພົ້ນ​ໄປພໍ​ດີ​ແມ່ນ​ປີ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 100 ປີ. ຈາກສະ​ມາ​ຊິກ​ພັກ 50 ກວ່າ​ຄົນ​ໃນ 100 ປີ​ກ່ອນ​​ໄດ້​ເຕີບ​ໃຫຍ່ຂະ​ຫຍາຍ​​ຕົວ​ຈົນ​ມີສະ​ມາ​ຊິກ​ພັກ 90 ກວ່າ​ລ້ານ​ຄົນ​ຄື​ໃນ​ປັດ​ຈຸ​ບັນ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ນຳ​ພາ​ປະ​ຊ​າ​ຊົນ​ຈີນ​​ສ້າງ​​ຄວາມມະ​ຫັດ​ສະ​ຈັນ​ແບບ​ຈີນ​ແບບ​ໜ້າ​ມື​ເປັນຫຼັງ​ມື. ເມື່ອ​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ປະ​ເທດ​ຈີນ​ທີ່​ມີ​ປະ​ຊາ​ກອນ 1,4 ຕື້​ຄົນ​ໄດ້​ສ້າງ​​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ຢ່າງ​ຮອບ​ດ້ານ ເຊິ່ງ​ໄດ້​ແກ້​ໄຂ​ບັນ​ຫາ​ຄວາມ​ທຸກ​ຍາກ​ເດັດ​ຖານ​ທີ່​ໄດ້​ສ້າງ​ຄວາມ​ລຳບາກໃຫ້​ແກ່​ຊົນ​ຊາດ​ຈີນ​ມາ​ເປັນ​ເວ​ລາຫຼາຍ​ພັນ​ປີ​ນັ້ນໃຫ້ສຳ​ເລັດ​ເປັນ​ຄັ້ງ​ປະ​ຫວັດ​ສາດ. ໃນ​ຖາ​ນະ​ເປັນ​ຜູ້​ບັນ​ທຶກ​ເຫດ​ການແທ້ຈິງ​ຂອງ​ຍຸກ​ໃໝ່​ທີ່​ຍິ່ງ​ໃຫຍ່, 1 ປີ​ມາ​ນີ້, ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ໄດ້​ຖ່າຍ​ທຳ​ຟີມ​ສາ​ລະ​ຄະ​ດີ​ທີ່​ດີ​ເດັ່ນ​​ຊຸດໜຶ່ງ ເຊັ່ນ: “​ພິກ​ແຜ່ນ​ດິນ​ປີ້ນ​ແຜ່ນ​ຟ້າ”, “​ການຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ”, “ຄວາມ​ອີ່ມ​ໜຳ​ສຳ​ລານ​ຂອງ​ປະ​ຊາ​ຊົນ” ແລະອື່ນໆ ເຊິ່ງ​ເປັນການ​​ບັນ​ທຶກ “ສາ​ລະ​ຄະ​ດີປະ​ຫວັດ​ສາດ​” ໃຫ້​ແກ່​ຂະ​ບວນ​ການ​ສູ້​ຊົນ​ຜ່ານ​ຜ່າ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ແລະ ປະ​ຊາ​ຊົນ​ຈີນ ພ້ອມ​ທັງ​ໄດ້​ອະ​ທິ​ບາຍ “ພັນ​ທຸ​ກຳ​ພາຍ​ໃນ” ທີ່​ພັກ​ກອມ​ມູ​ນິ​ດ​ຈີນ​ໄດ້ຮັກ​ສາ​ພະ​ລັງ​ຊີ​ວິດ​ມາ​ໂດຍຕະຫຼອດໃນໄລຍະ​ເວ​ລາ​ຮ້ອຍ​ປີຜ່ານມາ​ໃຫ້​​ກັບ​ປະ​ຊາ​ຄົມ​ໂລກ​ໄດ້​ຮັບ​ຊາບ. ໜຶ່ງ​ເດືອນ​ກ່ອນ, ເນື່ອງ​ໃນ​ໂອ​ກາດ​ວັນ​ເປີດ​ພາ​ລະ​ກິດ​ການ​ກະ​ຈາຍ​ສຽງ​ຕໍ່​ຕ່າງ​ປະ​ເທດ​ຂອງ​ປະ​ຊາ​ຊົນ​ຈີນ​ຄົບ​ຮອບ 80 ປີ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ມາ​ຍັງ CMG ໂດຍ​ໄດ້​ກະ​ຕຸກ​ຊຸກ​ຍູ້​ໃຫ້​ພວກ​ເຮົາ​ຕັ້ງ​ໜ້າ​ເລົ່າ​ເລື່ອງ​​ປະ​ເທດຈີນ​ໃຫ້​ດີ ແລະ ກະ​ຈາຍ​ສ​ຽງ​ຂອງ​ປະ​ເທດ​ຈີນ​ໃຫ້​ດີ ເພື່ອ​ສ້າງ​ກຸ່ມ​ສື່ມວນ​ຊົນ​ຕົ້ນ​ຕໍ​ແບບ​ໃໝ່​ລະ​ດັບ​ນຳ​ໜ້າ​ສາ​ກົນ ທີ່​ມີ​ກຳ​ລັງ​ນຳ​ໜ້າໝູ່, ກຳ​ລັງ​ໂຄ​ສະ​ນາ​ເຜີຍ​ແຜ່ທີ່​ເຂັ້ມ​ແຂງ ແລະ ​ມີອິດ​ທິ​ພົນສູງ. ພວກ​ເຮົາ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ​ເພື່ອ​ມຸ່ງ​ໜ້າ​ສູ່​ເປົ້າ​ໝາຍ​ດັ່ງ​ກ່າວ!

ນັກ​ປາດ​ໃນ​ສະ​ໄໝ​ບູ​ຮານ​ຂອງ​ຈີນ​​ໄດ້ກ່າວ​​ໄວ້ວ່າ: “ຖ້າ​ຢາກ​ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່, ຕ້ອງ​ຜ່ານ​ຜ່າ​ການ​ທົດ​ສອບ​ແລະ​ຄວາມ​ຫຍຸ້ງ​ຍາກ​ຕ່າງໆ​ນານາ”. ສະ​ພາບ​ການ​ປ່ຽນ​ແປງຢ່າງ​ໃຫຍ່ທີ່ບໍ່ເຄີຍມີ​ໃນ​ຮອບ​ຮ້ອຍ​ປີ ແລະ ສະ​ພາບ​ການ​ແຜ່​ລະ​ບາດ​ຢ່າງຮ້າຍແຮງຂອງ​ພະ​ຍາດ​ໂຄວິດ-19 ໄດ້​ສ້າງ​ຜົນ​ສະ​ທ້ອນ​ໃຫ້​ແກ່​ທົ່ວ​ໂລກ, ໂລກ​ໃນ​ຊູ່​ມື້​ນີ້​ບໍ່​ມີ​​ສັນ​ຕິ​ພາບ​​ພໍປານ​ໃດ, ແຕ່​ບາດ​ກ້າວ​ໃນ​ການ​ສະ​ແຫວງ​ຫາ​ສັນ​ຕິ​ພາບ, ການ​ພັດ​ທະ​ນາ​ ແລະ ຄວາມ​ສຸກ​ຂອງ​ພວກ​ເຮົາ​ຈະ​ບໍ່​ມີ​ວັນ​ຢຸດ​​ນິ້ງ. ຟີມ​ສາ​ລະ​ຄະ​ດີ​ຕ່າງໆ ເຊັ່ນ: “ປະ​ເທດ​ຈີນ​ໃນ​ປຶ້ມ​ນິ​ທານ”, “ປະ​ເທດ​ຈີນ​ໃນ​ປຶ້ມ​ບູ​ຮານ”, “ລາຍ​ການ​ທວາຍ​ຊື່​ຕົວ​ເມືອງ​ຂອງ​ຈີນ” ແລະ​ອື່ນໆ ໄດ້​ບັນ​ທຶກ​ປະ​ຫວັດ​ສາດ​ອັນເລິກເຊິ່ງ​ເນີນນານຂອງ​ປະ​ເທດ​ຈີນ ແລະ ຊີ​ວິດ​ອັນ​ດີ​ງາມ​ແລະ​ແທ້​ຈິງ​ຂອງ​ປະ​ຊາ​ຊົນ​ຈີນ. ຟີມ​ສາ​ລະ​ຄະ​ດີ “ສວນ​ສາ​ທາ​ລະ​ນະ​ແຫ່ງ​ຊາດ”, “ໂອ​ລິມ​ປິກ​​ໃນ​ສິ​ລະ​ປະ” ແລະອື່ນໆ ໄດ້​ບັນ​ທຶກ​ພາບທີ່ຈັບໃຈ​​ຂອງຍຸກ​ໃໝ່​ພາຍ​ໃຕ້​ຫົວ​ຂໍ້ “ປະ​ເທ​ດ​ຈີນ​ທີ່​ສວຍ​ງາມ” ແລະ “ປະ​ເທດ​ຈີນ​ທີ່ປອດໃສ; ໄດ້​ຖ່າຍ​ທອດ​ສົດ “​ຊົ່ວໂມງ​ຮຽນ​ອະ​ວະ​ກາດ” ຢູ່​ສະ​ຖາ​ນີ​ອະ​ວະ​ກາດ​ຈີນ​ໄປ​ສູ່​ທົ່ວ​ໂລກ ເຊິ່ງ​ໄດ້​ເຮັດ​ໃຫ້​ຊາວ​ໜຸ່ມ​ຈຳ​ນວນຫຼວງຫຼາຍ​ເກີດ​ມີ​ຄວາມ​ໃຝ່​ຝັນ​ທີ່​ຢາກ​ໄປ​ຄົ້ນ​ຫາ​ຄວາມ​ເລິກ​ລັບ​ຂອງ​ອະ​ວະ​ກາດ. ຊ້າງ​ອາ​ຊີ 16 ເຊືອກ​ທີ່​ໄດ້​ເຄື່ອນ​ຍ້າຍ​ຂຶ້ນ​ເໜືອ​ລົງ​ໃຕ້​ຢູ່​ແຂວງ​ຢຸນ​ນານ​ປະ​ເທດ​ຈີນ​ເປັນ​ເວ​ລາ​ເຄິ່ງ​ປີ, CGTN, ແອັບ yangshipin ແລະ ແອັບ​ຂ່າວ CCTV ໄດ້​ຖ່າຍ​ທອດ​ສົດ​​ຜ່ານທາງວິ​ດີ​ໂອ​ເປັນ​ເວ​ລາ​ຍາວ​ເຖິງ 7.000 ກວ່າ​ຊົ່ວ​ໂມງ ເຊິ່ງ​ໄດ້​ດຶງ​ດູດ​ສາຍ​ຕາ​ຂອງ​ຜູ້​ຊົມ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ເປັນ​ຈຳ​ນວນຫຼວງຫຼາຍ.

ກາ​ນ​ຖື​ເອົາ​ຄວາມ​ຈິງ​ເປັນຫຼັກ​ອ້າງ​ອີງ ເປັນຫຼັກ​ມາດ​​ຕະຖານ​ພື້ນ​ຖານ​ຂອງວົງ​ການ​ສື່ມວນ​ຊົນ​ທົ່ວ​ໂລກ. 1 ປີ​ມາ​ນີ້, ພວກ​ເຮົາ​ໄດ້​ຍຶດ​ໝັ້ນ​ໃນ​ການ​ສົ່ງ​ເສີມ​​ຄວາມຍຸດ​ຕິ​ທຳ​ແລະ​ຄວາມ​ເປັນ​ທຳ​ດ້ວຍ​ສະ​ພາບ​ຄວາມ​ເປັນ​ຈິງ. ໂດຍ​ປະ​ເຊີນ​ໜ້າ​ກັບ “ການ​ຈັດ​ລຽງ​ລຳ​ດັບ​ຄວາມ​ສາ​ມາດ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ໂລກ” ທີ່​ຈອມ​ປອມ, ພວກ​ເຮົາ​ໄດ້​ຈັດ “​ແບບ​ຟອມສອບ​ຖາມ​​ຄວາມ​ຄິດ​ເຫັນ​ຊາວ​ເນັດ​ທົ່ວ​ໂລກ” ເປັນ 3 ຮອບ ເພື່ອໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ກ່ຽວ​ກັບ​ຫົວ​ຂໍ້​ດັ່ງ​ກ່າວ, ໄຈ້ແຍກຖືກຜິດ ເຊິ່ງ​ໄດ້​ຮັບ​ການ​ຕອບ​ຮັບ ແລະ ຄວາມ​ເຫັນ​ດີ​ຈາກ​ຊາວ​ເນັດ​ຕ່າງ​ປະ​ເທດເປັນ​ຈຳ​ນວນຫຼາຍ​ຮ້ອຍ​ລ້ານ​ຄົນ. ​ໃນ​ການ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ໃນ​ອັ​ຟ​ກາ​ນິ​ສະ​ຖານ, ວິ​ດີ​ໂອ CMG ທີ່​ສົ່ງ​ມາ​ຈາກ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ເຜີຍ​ແບ​ເບື້ອງຫຼັງ​ເບື້ອງ​ເລິກ​ທີ່​ມືດ​ມົນ​ຂອງ​ປະ​ເທດ​ຈຳ​ນວນ​ໜຶ່ງ ທີ່ມັກ​ໃຊ້​ກຳ​ລັງ​ອາ​ວຸດ​ຢ່າງ​ຊະ​ຊາຍ ແລະ ເບິ່ງ​ຂ້າມ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ທຳ​ມະ​ດາ​ສາ​ມັນ ເຊິ່ງ​ໄດ້​ກາຍ​ເປັນ​ແຫຼ່ງ​ຂ່າວ​ສຳ​ຄັ​ນ​ຂອງ​ສື່ມວນ​ຊົນ​ທົ່ວ​ໂລກ. ພວກ​ເຮົາ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ໃນຫຼັກ​ມາດ​ຕະ​ຖານ​ວິ​ຊາ​ການ​ທີ່​ເປັນ​ສື່ມວນ​ຊົນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ, ພະ​ຍາ​ຍາມ​ເພື່ອ​ສະ​ແຫງ​ຫາ​ຄວາມ​​ຈິງ ແລະ ​ເປີດເຜີຍສະ​ພາບ​ຄວາມ​ເປັນ​ຈິງ! ຫວັງ​ວ່າ​ສື່ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກ​ກໍ​​ຈະສາ​ມາດ​ທະ​ນຸ​ຖະ​ໜອມ​ຊື່​ສຽງ​ຂອງ​ສື່ມວນ​ຊົນ​ເຊັ່ນ​​ດຽວກັນ! ​ໃຫ້ສະ​ພາບ​ຄວາມ​ເປັນ​ຈິງ​ເຂົ້າ​ແທນ​ການ​ຫາ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ທາງ​ການ​ເມືອງ, ການ​ຈຳ​ແນກ​ເຊື້ອ​ຊາດ​ຜິວ​ພັນ ແລະ ຄວາມ​ເຫັນ​ລຳ​ອຽງ​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ, ຮ່ວມ​ກັນ​ສ້າງ​ສະ​ພາບ​ແວດ​ລ້ອມ​​ສື່​ມວນ​ຊົນ​ສາ​ກົນ​ທີ່​ພາ​ວະ​ວິ​ໄສ, ທ່ຽງ​ທຳ, ​ສ້າງ​ສັນ ແລະ ປອດ​ໃສ.

ຜູ້​ທີ່​ຮ່ວມ​ອຸ​ດົມ​ການ​ດຽວ​ກັນ ຈະ​ບໍ່ເປັນ​ຫ່ວງ​ໄລ​ຍະ​ທາງ​ທີ່​ຢູ່​ຫ່າງ​ໄກ​ກັນ. 1 ປີ​ຜ່ານ​ມາ, CMG ​ໄດ້​ມີເພື່ອນ​ມິດນັບ​ມື້​ນັບຫຼາຍ​ຂຶ້ນ. ພວກ​ເຮົາແລະສື່ມວນ​ຊົນ​ຕ່າງ​ປະ​ເທດ​ແລະ​ເພື່ອນ​ມິດ​ສາ​ກົນ​ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເຊິ່ງ​ກັນ​ແລະ​ກັນ 600 ກວ່າ​ສະບັບ, ໄດ້​ພົບ​ປະ​ກັນ​ແບບ​ເຊີ່ງ​ໜ້າ​ກັນ ແລະ ທາງ “ອອນ​ລາຍ” 20 ກວ່າ​ເທື່ອ. ພວກ​ເຮົາ​ໄດ້​ຮ່ວມ​ກັນ​ສ້າງ​ກົນ​ໄກ​ຄູ່​ຮ່ວມ​ມືສື່ມວນ​ຊົນ​ ​ທີ່​ມີຫຼາຍ​ຮູບ​ແບບ, ​ມີ​ສ່ວນ​ຮ່ວມ, ສະ​ເໝີ​ພາບ​ກັນ ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ການ​ແລ​ກ​ປ່ຽນ​ດ້ານ​ສື່ມ​ວນ​ຊົນ​ທີ່​ກົງ​ໄປ​ກົງ​ມາ​ແລະ​ຟົດ​ຟື້ນຫຼາຍ​ເທື່ອ​ໄດ້​ເປັນ​ຂົວ​​ເຊື່ອມ​ສານ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ​​ເພີ່ມ​ຂຶ້ນ, ສານ​ອວຍ​ພອນ​ແລະ​ສານ​ຊົມ​ເຊີຍ​ທີ່​ປ່ຽມ​ລົ້ນ​ໄປ​ດ້ວຍ​ຄວາມ​ອົບ​ອຸ່ນ​ໄດ້​ກະ​ຕຸກ​ຊຸກ​ຍູ້​ໃຫ້​ພວກ​ເຮົາ​​ເຮັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ​ໄດ້​ດີກວ່າ​ເກົ່າ. ​ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມຂອບ​ໃຈ​ບັນ​ດາ​ທ່ານ​ທີ່ມອບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ໃຫ້​ພວກ​ເຮົາ!

ໃນ​ຍຸກ​ນີ້​ທີ່​ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​ຄວາມ​ອາດ​ເປັນ​ໄປ​ໄດ້, ພວກ​ເຮົາ​ພວມ​ດຳ​ເນີນ​ການ​ປະ​ຕິ​ຮູບ​ດ້ານ​ສື່ມວນ​ຊົນ​ໃນ​ແບບ “ໃຫຍ່​ຄື​ຊ້າງ​ກໍ​ຕ້ອງ​ຮຽນ​ເຕັ້ນ​ລຳ​​ໃຫ້ເປັນ”. ໃນ​ງານ​ກິ​ລາໂອ​ລິມ​ປິກ​ໂຕ​ກຽວ, CMG ໄດ້​ຖ່າຍ​ທອດ​​ສົດລາຍ​ການ​ແຂ່ງ​ຂັນ​ກິ​ລາໂອ​ລິມ​ປິກ​ໃນ​ຊ່ອງ​ທີ່​ມີ​ຄວາມ​ຄົມ​ຊັດ​ສູງ​ພິ​ເສດ 4K ເປັນ​ຄັ້ງ​ທຳ​ອິດ​ໃນ​ຂອບ​ເຂດ​ທົ່ວ​ໂລກ. ​ນັບ​ແຕ່ CMG  ໄດ້​ເປີດຊ່ອງ​ໂທ​ລະ​ພາບ​ໂອ​ລິມ​ປິກ​ທີ່​ມີ​ຄວາມ​ຄົມ​ຊັດ​ສູງ​ພິ​ເສດ 4K ຊ່ອງ​ທຳ​ອິດ​ໃນ​ໂລກເປັນ​ເວ​ລາ 3 ເດືອນ​ມາ​ນີ້, ໄດ້​ມີ​ຜູ້​ຊົມເຖິງ 400 ລ້ານກວ່າ​ຄົນ​ແລ້ວ. ອີກ 30 ​ກວ່າ​ວັນ, ​ບຸນ​ກຸດ​ຈີນ​ປີ​ຂານ​​ກໍ່​ຈະໝູນ​ວຽນ​ມາ​ເຖິງ, ໄຟ​ສັກ​ສິດ​ຂອງ​ງານ​ກິ​ລາ​ໂອ​ລິ​ມ​ປິກ​ຈະ​ຖືກ​ໄຕ້​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ອີກ​ຄັ້ງ​ໜຶ່ງ. ດ້ວຍ​ການ​ສະ​ໜັບ​ສະ​ໜູນ​ຈາກ​ເຕັກ​ນິກ “5G+4K/8K+AI”, CMG ໄດ້​ຈັດ​ໃຫ້​ມີ​ຕູ້​ລົດ​ໄຟ​ຖ່າຍ​ທອດ​ສົດ​ຢູ່​ຕາມ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາກ​ນະ​ຄອນຫຼວງ​ປັກ​ກິ່ງ​ໄປ​ຫາ​ນະ​ຄອນ​ຈ່າງ​ເຈ່ຍ​ໂຂວ ເຊິ່ງ​ໄດ້​ແກ້​ໄຂຂອດ​ຫຍຸ້ງ​ຍາກ​ທາງ​ດ້ານ​ເຕັກ​ນິກ​ຖ່າຍ​ທອດ​ສົດ​ຜ່ານ​ທາງ​ວິ​ດີ​ໂອ​ທີ່​ມີ​ຄວາມ​ຄົມ​ຊັດ​ສູງ​ພິ​ເສດ​ຢູ່​ເທິງ​ລົດ​ໄຟ​ຄວາມ​ໄວ​ສູງເປັນຄັ້ງທຳອິດໃນໂລກ. ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບ​ສື່ມວນ​ຊົນ​ປະ​ເທດ​ຕ່າງໆ​ມາ​ຊົມ​ໃຊ້​ເຕັກ​ນິກ​ດັ່ງ​ກ່າວ​ຮ່ວມ​ກັນ, ຮ່ວມ​ກັນຖ່າຍ​ທອດ​ສົດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ໜ້າ​ເບິ່ງ​ໜ້າ​ຊົມ, ອັດ​ສະ​ຈັນ ແລະ ສຸດຍອດ​ໃຫ້​ແກ່​ໂລກ.

​ປີ​ໃໝ່​​ໃກ້​ຈະ​ໝູນ​ວຽນ​ມາ​ເຖິງ​ແລ້ວ, ລະ​ດູ​ບານ​ໃໝ່​ກໍ​​ໃກ້​ຈະໝູນ​ວຽນ​ມາ​ເຖິງ​ແລ້ວ, ຕົ້ນ​ໄມ້​ໃນ​ທົ່ວ​ປະ​ເທດ​ໄດ້​ແຕກ​ໜໍ່​ຈໍ່​ແໜງ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ເປັນ​ສີ​ລິ​ມຸງ​ຄຸນ. ປີ​ໃໝ່​ທີ່​ຈະ​ໝູນ​ວຽນ​ມາ​ເຖິງ​ນີ້, ພັກ​ກອມ​ມູ​ນິດ​ຈີນ​ຈະ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 20 ເພື່ອ​ວາງ​ແຜນ​ການ​ພັດ​ທະ​ນາ​​ປະ​ເທດ​ຈີນ​ໃນ​ອະ​ນາ​ຄົດ. ພວກ​ເຮົາ​ຈະ​ປະ​ຕິ​ບັດ​ຕາມ​ຈິດ​ໃຈເຮັດ​ວຽກ​ທີ່​ເຮັດ​ໃຫ້​ໄດ້​ດີ​ແລ້ວ​ດີ​ຕື່ມ​ອີກ, ​ລະ​ອຽດ​ຮອບ​ຄອບ ແລະ ພະ​ຍາ​ຍາມສະ​ແຫວງ​ຫາ​ຜົນ​ງານ​​ອັນ​ອຸ​ດົມ​ສົມ​ບູນ​ແລະ​ຈົບ​ງາມ, ຕັ້ງ​ໃຈ​ຖ່າຍ​ທຳ​ແລະ​ຜະ​ລິດ​ລາຍ​ການ​ດີ​ເດັ່ນ​ໃຫ້ຫຼາຍກວ່າ​ເກົ່າ ເພື່ອ​ນຳສະເໜີ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ທີ່​ບໍ່​ສຸດ​ສ້ຽງ​ຂອງ​​ປະ​ເທດຈີນ​ໃນ​ຍຸກ​ໃໝ່ຕໍ່ຊາວໂລກ​ຈາກຫຼາຍ​ມຸມມອງ, ປະ​ກອບ​ສ່ວນ​ພະ​ລັງຂອງ​ສື່ມວນ​ຊົນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

ຂໍ​ອວຍ​ພອນໄຊ​ອັນ​ປະ​ເສີດ​ໃຫ້​ກັບ​ທ່ານ​ອີກ​ຄັ້ງ​ໃໝ່ ແລະ ຂໍ​ອວຍ​ໄຊ​ໃຫ້​ພອນ​ຊາວ​ໂລກ​ໃນ​ໂອ​ກາດ​ປີ​ໃໝ່​ນີ້!

ຄຳ​ເຫັນ

0