何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ສືບ​ຕໍ່​ຊ່ວຍ​ເຫຼືອ​ອັ​ຟ​ກາ​ນິ​ສະ​ຖານ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ

2022-01-01 13:29:36 CRI

ຈີນ​ຍິນ​ດີ​ສືບ​ຕໍ່​ຊ່ວຍ​ເຫຼືອ​ອັ​ຟ​ກາ​ນິ​ສະ​ຖານ​ຕາມ​ຄວາມ​ສາ​ມາດ​ຂອງ​ຕົນ_fororder_W020211231665662642890

ຫວ່າງ​ບໍ່​ດົນ​ມາ​ນີ້, ຈີນ ແລະ ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ຈັດ​ກອງ​ປະ​ຊຸມ​ກົນ​ໄກ​ພົວ​ພັນ​ດ້ານ​ການ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ ແລະ ການ​ສ້າງ​ສາ​ເສດ​ຖະ​ກິດ​ຄືນ​ໃໝ່​ຄັ້ງ​ທຳ​ອິດ. ວັນ​ທີ 31 ທັນ​ວາ​ປີ 2021 ຜ່ານ​ມາ, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ມະ​ນຸດ​ສະ​ທຳ, ການ​ສ້າງ​ສາ​ເສດ​ຖະ​ກິດ​ຄືນ​ໃໝ່ ແລະ ບັນ​ຫາ​ອື່ນໆ​ທີ່​ອັ​ຟ​ກາ​ນິ​ສະ​ຖານ​ພວມ​ປະ​ເຊີນ​ໜ້າ​ຢູ່​ໃນ​ປະ​ຈຸ​ບັນ, ສະຫຼຸບ​ຄວາມ​ຄືບ​ໜ້າ​ໃນ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ຈີນ​ຕໍ່​ອັ​ຟ​ກາ​ນິ​ສະ​ຖານ ກໍ​ຄື​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ, ເຫັນ​ດີ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ດ້ານ​ການ​ປົກ​ຄອງ​ປະ​ເທດ ແລະ ບໍ​ລິ​ຫານ​ລັດ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ລະ​ຫວ່າງ​ພາກ​ສ່ວນ​ຮັບ​ຜິດ​ຊອບ​, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”.

ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ອອກວ່າ, ປະ​ຈຸ​ບັນ, ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ພວມ​ປະ​ສົບ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ​ທີ່​ຮ້າຍ​ແຮງ, ຈີນ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຈົ່ງ​ຮ່ວມ​ມື​ກັນ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຄັດ​ຄ້ານ​ການ​ຫັນ​ເອົາ​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ເປັນ​ບັນ​ຫາ​ການ​ເມືອງ, ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຄວນ​ຍົກ​ເລີກ​ການ​ອາ​ຍັດ​ຊັບ​ສິນ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ ແລະ​ການ​ລົງ​ໂທດ​ແຕ່​ຝ່າຍ​ດຽວ​ໂດຍ​ໄວ, ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ໃນ​ການ​ສ້າງ​ສາ​ເສດ​ຖະ​ກິດ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ຄືນ​ໃໝ່​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0