陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ2021 ອາເມຣິກາໄດ້ເກີດເຫດການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ 691 ຄະດີເຊິ່ງໄດ້ສ້າງສິຖິຕິສູງສຸດໃນປະຫວັດສາດ

2022-01-02 11:34:30 cri

ປີ2021 ອາເມຣິກາໄດ້ເກີດເຫດການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ 691 ຄະດີເຊິ່ງໄດ້ສ້າງສິຖິຕິສູງສຸດໃນປະຫວັດສາດ_fororder_美国枪支暴力

 

ຕົວເລກຫຼ້າສຸດຈາກເວັບໄຊ"ເອກະສານກ່ຽວກັບການໃຊ້ຄວາມຮຸນແຮງ ດ້ວຍອາວຸດປືນ"ເຊິ່ງເປັນອົງການບໍ່ຫວັງຜົນກຳໄລຂອງອາເມຣິກາໄດ້ສະແດງ ໃຫ້ເຫັນວ່າ,ໃນປີ2021ທີ່ຫາກໍ່ຜ່ານພົ້ນໄປ,ຢູ່ອາເມຣິກາໄດ້ເກີດເຫດການ ໃຊ້ຄວາມຮຸນແຮງດ້ວຍອາວຸດປືນທີ່ພາໃຫ້ຫຼາຍກວ່າ4ຄົນເສຍຊີວິດໃນຄັ້ງດຽວມີ691ຄະດີເຊິ່ງໄດ້ສ້າງສະຖິຕິສູງສຸດນັບແຕ່ເວັບໄຊດ່ັງກ່າວໄດ້ເລີ່ມຕິດຕາມເຫດ ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນເມື່ອປີ2013ເປັນຕົ້ນມາ.

 

ຕົວເລກໄດ້ສະແດງໃຫ້ເຫັນວ່າ,ນັບມາຮອດວັນທີ31ທັນວາປີ2021,ຢູ່ອາເມຣິກາມີຜູ້ເສຍຊີິວິດຍ້ອນການໃຊ້ຄວາມຮຸນແຮງດ້ວຍອາວຸດປືນລວມມີ44.750ຄົນ,ໃນນັ້ນມີ20.660ຄົນແມ່ນຖືກຜູ້ອື່ນຂ້າຕາຍ,24.090ຄົນແມ່ນ ຂ້າໂຕຕາຍ,ໃນຜູ້ເສຍຊີວິດນັ້ນມີ1.533ຄົນແມ່ນຊາວໜຸ່ມແລະເດັກນ້ອຍທີ່ມີ ອາຍຸ17ປີແລະລົງລຸ່ມ;ໃນຂະນະດຽວກັນມີ40.359ຄົນໄດ້ຮັບບາດເຈັບໃນເຫດ ການໃຊ້ຄວາມຮຸນແຮງດ້ວຍອາວຸດປືນ,ໃນນັ້ນມີ4.107ຄົນມີອາຍຸ17ປີແລະ ລົງລຸ່ມ.ເຊິ່ງຕົວເລກເຫຼົ່ານີ້ ແມ່ນສະຖິຕິສູງສູດນັບແຕ່ເວັບໄຊດັ່ງກ່າວໄດ້ມີການ ບັນທຶກເປັນຕົ້ນມາ.

 

ອີງຕາມຕົວເລກຄາດຄະເນຂອງFBIອາເມຣິກາ,ໃນ11ເດືອນປີ2021,ທົ່ວປະເທດອາເມຣິກາໄດ້ຂາຍປືນປະມານ17ລ້ານກະບອກ.ນອກນີ້ມີຜົນສຳຫຼວດສະແດງໃຫ້ເຫັນວ່າ,ປັດຈຸບັນ ຈຳນວນຄົນທີ່ມີປືນໃນການຄອບຄອງຢູ່ອາເມຣິ ກາມີປະມານ81ລ້ານ4ແສນຄົນ,ກວມປະມານ 1 ສ່ວນ 3 ຂອງປະຊາກອນທີ່ເປັນຜູ້ໃຫຍ່.ອາເມຣິກາແມ່ນປະເທດທີ່ປະຊາຊົນທຳມະດາສາມັນມີປືນໃນການຄອບຄອງຫຼາຍກວ່າໝູ່ໃນໂລກ,ອາວຸດປືນມີຢູ່ຖົມໄປ,ການໃຊ້ ຄວາມຮຸນແຮງດ້ວຍອາວຸດປືນໄດ້ກາຍເປັນບັນຫາທີ່ແກ້ໄຂບໍ່ຕົກຂອງສັງຄົມອາເມຣິກາ.

ຄຳ​ເຫັນ

0