陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັງກິດເລີ່ມປະຕິບັດການຄວບຄຸມດ່ານພາສີຢ່າງຮອບດ້ານຕໍ່ສິນຄ້າສະຫະພາບເອີຣົບເຊິ່ງອາດຈະພາໃຫ້ອັງກິດຂາດແຄນອາຫານ

2022-01-03 15:58:56 cri

ອັງກິດເລີ່ມປະຕິບັດການຄວບຄຸມດ່ານພາສີຢ່າງຮອບດ້ານຕໍ່ສິນຄ້າສະຫະພາບເອີຣົບເຊິ່ງອາດຈະພາໃຫ້ອັງກິດຂາດແຄນອາຫານ_fororder_微信图片_20220103152331

ນັບແຕ່ວັນທີ 1 ມັງກອນປີ2022ເປັນຕົ້ນໄປ,ກົດລະບຽບໃໝ່ກ່ຽວກັບການ ຄວບຄຸມດ່ານພາສີຂາເຂົ້າສິນຄ້າຈາກສະຫະພາບເອີຣົບພາຍຫຼັງອັງກິດຖອນຕົວອອກຈາກສະຫະພາບເອີຣົບແລ້ວນັ້ນໄດ້ມີຜົນບັງຄັບໃຊ້ຢ່າງເປັນທາງການ,ມີຄະນະຂະແໜງການອາຫານຂອງອັງກິດກ່າວເຕືອນວ່າ:ຮູບແບບເຮັດວຽກອັນໃໝ່ຢູ່

ຊາຍແດນໄດ້ເລີ່ມປະຕິບັດງານເຊິ່ງອາດຈະພາໃຫ້ອັງກິດປາກົດມີບັນຫາອາຫານຂາດແຄນໃນໄລຍະສັ້ນ.

ປີ2021ແມ່ນປີທຳອິດພາຍຫຼັງອັງກິດໄດ້ຖອນຕົວອອກຈາກສະຫະພາບເອີຣົບ,ເພື່ອເປັນການຂ້າມຜ່ານ,ອັງກິດໄດ້ໃຫ້ໄລຍະຜ່ອນຜັນແກ່ສິນຄ້າທີ່ນຳເຂົ້າຈາກສະຫະພາບເອີຣົບໂດຍອານຸຍາດໃຫ້ວິສາຫະກິດສາມາດເລື່ອນເວລາແຈ້ງດ່ານຮອບດ້ານສຳລັບສິນຄ້າທີ່ບໍ່ແມ່ນສິນຄ້າຄວບຄຸມທີ່ນຳເຂົ້າສູ່ອັງກິດໂດຍມີເວລາຍາວ ເຖິງ175ວັນ.ແຕ່ວ່າ,ນັບແຕ່ວັນທີ 1 ມັງກອນປີ2022ເປັນຕົ້ນໄປ, ອັງກິດໄດ້ ເລີ່ມປະຕິບັດການຄວບຄຸມດ່ານພາສີຢ່າງຮອບດ້ານ,ພ້ອມທັງນຳເຂົ້າຮູບແບບເຮັດວຽກອັນໃໝ່ຢູ່ຊາຍແດນ.ການໄປມາຫາສູ່ກັນດ້ານສິນຄ້າລະຫວ່າງອັງກິດກັບສະ ຫະພາບເອີ ຣົບຈະເກີດມີການປ່ຽນແປງຕ່າງໆໃນດ້ານຂັ້ນຕອນເຮັດວຽກ.

ໃນດ້ານການຄ້າອາຫານ,ປະລິມານທີ່ອັງກິດນຳເຂົ້າຈາກສະຫະພາບເອີຣົບ ແມ່ນ 5 ເທົ່າຂອງປະລິມານທີ່ເຂົາສົ່ງອອກສະຫະພາບເອີຣົບ.ສະມາຄົມນັກທຸລະ ກິດຂາຍຍ່ອຍຂອງອັງກິດໄດ້ກ່າວວ່າ,ປັດຈຸບັນ,ອາຫານທີ່ອັງກິດນຳເຂົ້າມີ80% ແມ່ນມາຈາກສະຫະພາບເອີຣົບ.

 

ຄຳ​ເຫັນ

0