尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ 5 ປະ​ເທດທີ່​ມີ​ອາ​ວຸດ​ນິວ​ເຄ​ລຍໄດ້ຮ່ວມ​ກັນ​ອອກຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ປ້ອງ​ກັນ​ສົງ​ຄາມນິວ​ເຄ​ລຍ​

2022-01-04 16:58:45 cri

图片默认标题_fororder_d1a20cf431adcbef26f17151900783d4a1cc9fd5

      ວັນ​ທີ 3 ມັງ​ກອນ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ​ຜູ້​ນຳ​ຂອງ 5 ປະ​ເທດທີ່​ມີ​ອາ​ວຸດ​ນິວ​ເຄ​ລຍ​ຄື:ຈີນ,ຣັດ​ເຊຍ,ອາ​ເມ​ຣິ​ກາ,ອັງ​ກິດ​ແລະ​ຝ​ຣັ່ງໄດ້​ຮ່ວມ​ກັນ​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ປ້ອງ​ກັນ​ສົງ​ຄາມ​ນິວ​ເຄ​ລຍ​ແລະ​ຫຼີກ​ລຽງ​ການ​ແຂ່ງ​ຂັນອາ​ວຸດ. ໂດຍ​ໄດ້​ເນັ້ນ​ໜັກ​ວ່າ​ສົງ​ຄາມ​ນິ​ວ​ເຄ​ລຍ​ຈະ​ບໍ່​ສາ​ມາດ​ເອົາ​ຊະ​ນະ​ກັນໄດ້​ແລະ​ຈະ​ບໍ່​ເກີດ​ຂຶ້ນ ແລະ​ໄດ້​ເນັ້ນ​ໜັກ​ວ່າ​ຈະ​ບໍ່​ນຳ​ໃຊ້ອາ​ວຸດ​ນິວ​ເຄ​ລຍ​ໂຈມ​ຕີ​ກັນ​ຫຼື​ໂຈມ​ຕີ​ປະ​ເທດ​ໃດ​ໜຶ່ງ.

      ທ່ານ ໝ້າ​ຈ່າວ​ຊູ້ ຮອງ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ໃຫ້​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ແລະ​ກ່າວ​ວ່າ: ນີ້​​ເປັນ​ຄັ້ງ​ທຳ​ອິດ​ທີ່​ຜູ້​ນຳ 5 ປະ​ເທດ​​ໄດ້ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບອາ​ວຸດ​ນິວ​ເຄ​ລຍ ເຊິ່​ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ມຸ່ງ​ມາດ​ປາ​ຖະ​ໜາ​ທາງ​ການ​ເມືອງ​ຂອງ 5 ປະ​ເທດ​ກ່ຽວ​ກັບ​ການ​ປ້ອງ​ກັນບໍ່​ໃຫ້​ເກີດ​ສົງ​ຄາມ​ນິວ​ເຄ​ລຍ,ທັງ​ແມ່ນ​ສຽງ​ຮຽກ​ຮ້ອງ​ຮ່ວມ​ກັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງທາງ​ດ້ານ​ຍຸດ​ທະ​ສາດ​ຂອງ​ໂລກ​ແລະ​ຫຼຸດ​ຄວາມ​ສ່ຽງ​ໃນ​ການ​ປະ​ທະ​ກັນ​ດ້ວຍ​ອາ​ວຸດ​ນິວ​ເຄ​ລຍ​ໃຫ້​ໜ້ອຍ​ລົງ. 5 ປະ​ເທດ​ຄວນ​ຖື​ເອົາ​ຖະ​ແຫຼງ​ການ​ດັ່ງ​ກ່າວ​ເປັນ​ຈຸ​ດ​ເລີ່ມ​ຕົ້ນໃໝ່,ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ສ້າງໂລກ​ທີ່​ມີ​ສັນ​ຕິ​ພາບ​ຢ່າງຍາວ​ນານ​ແລະ​ປອດ​ໄພໂດຍທົ່ວ​ໄປ.

      ທ່ານ ໝ້າ​ຈ່າວ​ຊູ້ ກ່າວ​ເນັ້ນໜັກ​ວ່າ: ຈີນ​ໄດ້​​ຕັ້ງ​ໜ້າລິ​ເລີ່ມ​ທັດ​ສະ​ນະ​ທີ່​ວ່າ “​ສົງ​ຄາມ​​ນິ​ວ​ເຄ​ລຍ​ຈະ​ບໍ່​ສາ​ມາດ​ເອົາ​ຊະ​ນະກັນ​ໄດ້​ແລະ​​ຈະ​ບໍ່​ເກີດ​ຂຶ້ນ”​ມາ​ໂດຍ​ຕະ​ຫຼອດ,ຈະ​ສືບ​ຕໍ່​ອຸ​ທິດ​ສະ​ຕິ​ປັນ​ຍາຂອງ​ຈີນ​ແລະ​ສະ​ເໜີ​ແຜນ​ການ​ຂອງ​ຈີນ​ເພື່ອຊຸກ​ຍູ້​ການ​ຄຸ້ມ​ຄອງ​ໂລກ​ໃນ​ຂົງ​ເຂດ​ອາ​ວຸດ​ນິ​ວ​ເຄ​ລຍ.

ຄຳ​ເຫັນ

0