徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາຍົກປາກີສະຖານກ່າວວ່າ: ຫວັງວ່ານັກລົງທຶນຕ່າງປະເທດຈະມາລົງທຶນຢູ່ປາກີສະຖານຫຼາຍກວ່າເກົ່າ

2022-01-04 15:44:25 cri

ນາຍົກປາກີສະຖານກ່າວວ່າ: ຫວັງວ່ານັກລົງທຶນຕ່າງປະເທດຈະມາລົງທຶນຢູ່ປາກີສະຖານຫຼາຍກວ່າເກົ່າ_fororder_src=http---nimg.ws.126.net-?url=http%3A%2F%2Fdingyue.ws.126.net%2F2021%2F1121%2Fa4591249j00r2w4wu000zc000hs00b7g.jpg&thumbnail=650x2147483647&quality=80&type=jpg&refer=http---nimg.ws.126.net&app=2002&size=f9999,10000&q=a80&n=0&g=0n&fmt=jpeg

ຕາມຂ່າວCRI: ວັນທີ 3 ມັງກອນນີ້, ທ່ານອິມຣານ ຄານ, ນາຍົກລັດຖະມົນຕີປາກີສະຖານໄດ້ກ່າວໃນເວລາເຂົ້າຮ່ວມພິທີສ້າງຕັ້ງເວທີປຶກສາຫາລືກ່ຽວກັບການລົງທຶນດ້ານການຄ້າຈີນ-ປາກີສະຖານທີ່ໄດ້ຈັດຂຶ້ນຢູ່ສຳນັກງານນາຍົກລັດຖະມົນຕີວ່າ: ​ລັດຖະບານປາກີສະຖານກຳລັງເຮັດລະບຽບການແລະແຜນການດ້ານການລົງທຶນຢູ່ປາກີສະຖານມີຄວາມງ່າຍຂຶ້ນກວ່າເກົ່າ, ອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນຕ່າງປະເທດລວມທັງຈີນ.

 

ປະທານຄະນະກຳມະການການລົງທຶນປາກີສະຖານກ່າວວ່າ: ເວທີປຶກສາຫາລືນີ້ມີຜົນດີຕໍ່ຕາມຄວາມຕ້ອງການຂອງວິສາຫະກິດຂອງສອງປະເທດ, ຊ່ວຍປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ປາກີສະຖານໃຫ້ດີກວ່າເກົ່າ, ແມ່ນຄວາມຫວັງເພື່ອເລັ່ງຂະບວນການຫັນເປັນອຸດສາຫະກຳຂອງປາກີສະຖານ, ທັງເປັນການເພີ່ມທະວີການສົ່ງອອກ. ແລະດຶງດູດນັກລົງທຶນຈີນໄປລົງທຶນຢູ່ປາກີສະຖານໃຫ້ຫຼາຍກວ່າເກົ່າ.

 

ຂ່າວແຈ້ງວ່າ: ເວທີປຶກສາຫາລືກ່ຽວກັບການລົງທຶນດ້ານການຄ້າຈີນ-ປາກີສະຖານສ້າງຕັ້ງຂຶ້ນຮ່ວມກັນໂດຍສະມາຄົມວິສາຫະກິດຈີນທົ່ວປະເທດປາກີສະຖານແລະຄະນະກຳມະການການລົງທຶນປາກີສະຖານ, ເຊິ່ງມີຈຸດປະສົງເພື່ອສ້າງເວທີການລົງເລິກການຮ່ວມມືດ້ານການຄ້າແລະຂະແໜງການລະຫວ່າງວິສາຫະກິດຈີນແລະປາກີສະຖານ.

ຄຳ​ເຫັນ

0