蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19

2022-01-04 12:10:14 CRI

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19_fororder_aosiding

     ວັນ​ທີ 2 ມັງ​ກອນນີ້, ທ່ານລອຍ​ດ໌ ອ​ອັ​ສ​ຕິນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ: ຜົນການກວດ​ຫາ​ເຊື້ອ​ພະ​ຍາດ​ໂຄວິດ-19 ຂອງ​ທ່ານໃນ​ຕອນ​ເຊົ້າ​ມື້​ດຽວ​ກັນເປັນ​ຜົນ​ບວກ, ທ່ານ​ຈະ​ກັກ​ບໍ​ລິ​ເວນ​ຕົນ​ເອງ.

     ທ່ານອ​ອັ​ສ​ຕິນກ່າວ​ວ່າ: ປະ​ຈຸ​ບັນ, ຕົນ​ມີ​ອາ​ການ​ເບົາ​ບາງ, ທ່ານຈະ​ກັກ​ບໍ​ລິ​ເວນ​ຕົນ​ເອງ​ເປັນ​ເວ​ລາ 5 ວັນ. ໃນ​ໄລ​ຍະ​ກັກ​ບໍ​ລິ​ເວນ​ຕົນ​ເອງ, ທ່ານ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ແໜ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເມ​ຣິ​ກາຄື​ເກົ່າ, ແລະ​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທີ່​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ຜ່ານ​ທາງ​ອອນ​ລາຍ. ທ່ານ​ໄດ້​ສັກວັກ​ຊີນ​ຄົບ 3 ເຂັມ​ແລ້ວ.

ຄຳ​ເຫັນ

0