吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີທີ່ເລີ່ມປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14ຂອງຈີນ ຊັກນຳການພັດທະນາຂອງທົ່ວສັງຄົມດ້ວຍທັດສະນະຄະຕິໃໝ່

2022-01-05 16:19:06 CRI

ປີທີ່ເລີ່ມປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14ຂອງຈີນ ຊັກນຳການພັດທະນາຂອງທົ່ວສັງຄົມດ້ວຍທັດສະນະຄະຕິໃໝ່_fororder_图片1

 

ປີ 2021, ຈີນໄດ້ເລີ່ມການເດີນທາງຄັ້ງໃໝ່ແຫ່ງການສ້າງ ປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ ເຊິ່ງເປັນປີທີ່ເລີ່ມຕົ້ນປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14 ຂອງຈີນ.

 

ແຕ່ໃນປີ 2021, ສະພາບແວດລ້ອມທັງພາຍໃນ ແລະ ຕ່າງປະເທດທີ່ຈີນຜະເຊີນນັ້ນ ພັດຊິເບິ່ງໄປໃນແງ່ດີຂຶ້ນກໍ່ບໍ່ໄດ້.

 

ໃນປີນັ້ນ, ພາຍໃຕ້ຜົນກະທົບຈາກສະພາບ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ຮ້າຍແຮງ, ບວກ​ກັບການປ່ຽນແປງທີ່ຍິ່ງໃຫຍ່ເຊິ່ງບໍ່ເຄີຍມີໃນຮອບຮ້ອຍປີ ແລະໄວກວ່າເກົ່າ, ​ຈຶ່ງ​ເຮັດ​ໃຫ້ສະພາບແວດລ້ອມພາຍນອກ ນັບມື້ນັບຂ້ຽວຂາດ ແລະ ມີຄວາມບໍ່ແນ່ນອນກໍ່ສູງ. ການພັດທະນາເສດຖະກິດຂອງຈີນ ກໍ່ຜະເຊີນໜ້າກັບຄວາມກົດດັນໃນ 3 ດ້ານ ຄື: ຄວາມຕ້ອງການຫຼຸດໜ້ອຍລົງ, ການສະໜອງພົບຄວາມຫຍຸ້ງຍາກ ແລະ ຄາດໝາຍອ່ອນລົງ. ຄວາມສ່ຽງ ແລະ ສິ່ງທ້າທາຍຕ່າງໆທີ່ຈີນໄດ້ພົບນັ້ນເພີ່ມຫຼາຍຂຶ້ນຢ່າງເດັ່ນຊັດ.

 

ປີທີ່ເລີ່ມປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14ຂອງຈີນ ຊັກນຳການພັດທະນາຂອງທົ່ວສັງຄົມດ້ວຍທັດສະນະຄະຕິໃໝ່_fororder_图片2

 

ໃນໄລຍະປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14 ຂອງຈີນ, ຕ້ອງຖືການພັດທະນາທາງຄຸນນະພາບສູງເປັນຫົວຂໍ້ສໍາຄັນ, ຕ້ອງປະຕິບັດຕາມຄວາມປາຖະໜາຂອງ ປະຊາຊົນທີ່ຢາກມີຊີວິດທີ່ມີຄຸນນະພາບ, ຊຸກຍູ້ການສ້າງຄວາມຮັ່ງມີຮ່ວມກັນໃນຂະບວນການພັດທະນາທາງຄຸນນະພາບສູງ.

 

ພາຍໃຕ້ຫົວຂໍ້ຫຼັກດັ່ງກ່າວ, ປະຊາຊົນຈີນບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກ, ເຄີຍຜ່ານຜ່າການທົດສອບໃຫຍ່ຕ່າງໆ ໂດຍໄດ້ຮັບຜົນງານອັນໃຫຍ່ຫຼວງທີ່ມີຄວາມໝາຍ ແລະເປັນນິມິດໝາຍ ໃນປີທີ່ເລີ່ມປະຕິບັດແຜນພັດທະນາ 5 ປີຄັ້ງທີ 14.

 

ປີທີ່ເລີ່ມປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14ຂອງຈີນ ຊັກນຳການພັດທະນາຂອງທົ່ວສັງຄົມດ້ວຍທັດສະນະຄະຕິໃໝ່_fororder_图片3

 

ຍົກຕົວຢ່າງຄື ໃນດ້ານການກໍ່ສ້າງເຄືອຂ່າຍເສັ້ນທາງ. ວັນທີ 25 ມິຖຸນາປີ 2021, ທາງລົດໄຟລາຊາ-ລີນຈື ເຊິ່ງເປັນທາງລົດໄຟພະລັງງານໄຟຟ້າສາຍທຳອິດຂອງເຂດຕິເບດທີ່ມີຄວາມຍາວ 400 ກວ່າກິໂລແມັດນັ້ນ ໄດ້ເລີ່ມເປີດບໍລິການ, ຈຶ່ງເຮັດໃຫ້ເວລາເດີນທາງຈາກນະຄອນລາຊາຮອດນະຄອນລີນຈື ພຽງແຕ່ 3 ຊົ່ວໂມງເຄິ່ງເທົ່ານັ້ນ. ຫຼັງຈາກເປີດບໍລິການເຄິ່ງປີແລ້ວ ໄດ້ຂົນສົ່ງຜູ້ໂດຍສານເກືອບ 6 ແສນເທື່ອຄົນ. ຢູ່ເທິງພູພຽງທີ່ສູງຈາກລະດັບໜ້ານ້ຳທະເລເຖິງ 3-4 ພັນກວ່າແມັດ, ລົດໄຟຄວາມໄວສູງຂະບວນ “ຟູ້ຊີ່ງ” ຕາມທາງລົດໄຟດັ່ງກ່າວ ບໍ່ພຽງແຕ່ກາຍເປັນທາງເລືອກອັນດັບໜຶ່ງໃນການອອກເດີນທາງໄປເມືອງອື່ນຂອງປະຊາຊົນເຂດຕິເບດເທົ່ານັ້ນ ຫາກຍັງໄດ້ຊັກນຳຂະແໜງການທ່ອງທ່ຽວ, ການປະກອບອາຊີບ ແລະ ອຸດສາຫະກຳຕ່າງໆຢູ່ລຽບຕາມທາງລົດໄຟໃຫ້ພັດທະນາຢ່າງວ່ອງໄວນຳອີກ.

 

ເດືອນ​ກໍ​ລະ​ກົດ ປີ 2021, ໃນເວລາທ່ານສີຈີ້ນຜິງ ໄປສຳຫຼວດວຽກງານຢູ່ເຂດຕິເບດ, ທ່ານໄດ້ຂີ່ລົດໄຟຂະບວນພິເສດ ເພື່ອສຳຫຼວດສະພາບການພັດທະນາຢູ່ລຽບທາງລົດໄຟລາຊາ-ລີນຈື. ທ່ານເອົາໃຈໃສ່ຕໍ່ການກໍ່ສ້າງທາງລົດໄຟຢູ່ເຂດຊາຍແດນ, ຫວັງໃຫ້ເຄືອຂ່າຍເສັ້ນທາງສະດວກຍິ່ງຂຶ້ນກວ່າເກົ່າ ເພື່ອໃຫ້ການບໍລິການແກ່ການພັດພະນາທາງຄຸນນະພາບສູງຢູ່ເຂດຊາຍແດນດີຍິ່ງຂຶ້ນກວ່າເກົ່າ ແລະ ຕອບສະໜອງຄວາມປາຖະໜາອັນຍິ່ງໃຫຍ່ຂອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ມີຄຸນນະພາບສູງ.

 

ປີທີ່ເລີ່ມປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14ຂອງຈີນ ຊັກນຳການພັດທະນາຂອງທົ່ວສັງຄົມດ້ວຍທັດສະນະຄະຕິໃໝ່_fororder_图片4

 

ແຜນພັດທະນາເສດຖະກິດ-ສັງຄົມ 5 ຄັ້ງທີ 14 ຂອງຈີນໄດ້ລະບຸໃຫ້ເລັ່ງລັດກໍ່ສ້າງເຄືອຂ່າຍຊົນລະປະທານ, ເຄືອຂ່າຍເສັ້ນທາງແຫ່ງລັດ  ທັງຈັດຕັ້ງປະຕິບັດໂຄງການສຳຄັນຕ່າງໆ. ໃນ 11 ເດືອນທຳອິດຂອງປີ 2021, ຈີນໄດ້ລົງທຶນທີ່​ເປັນ​ຊັບ​ສິນ​ຄົງ​ທີ່​ໃນທາງລົດໄຟທົ່ວປະເທດ ຫຼາຍກວ່າ 640 ຕື້ຢວນ, ໄດ້ລົງມືສ້າງທາງລົດໄຟສາຍໃໝ່ໃນທົ່ວປະເທດ 1.644 ກິໂລແມັດ; ໃນນັ້ນ ທາງລົດໄຟຄວາມໄວສູງມີ 610 ກິໂລແມັດ, ຄວາມຍາວຂອງທາງລົດໄຟຄວາມໄວສູງຍັງເປັນອັນດັບໜຶ່ງໃນໂລກຢ່າງໝັ້ນຄົງ.

 

ປີ 2021, ຈີນໄດ້ຊັກນຳການພັດທະນາທົ່ວສັງຄົມດ້ວຍທັດສະນະຄະຕິໃໝ່, ໂດຍໄດ້ແກ້ໄຂຄວາມຫຍຸ້ງຍາກ ເພື່ອສ້າງກ້ອງສ່ອງໄກສະຫວ່າງວິທະຍາແບບ​ຫັກແສງທີ່ມີເສັ້ນຜ່າກາງຂອງໜ້າກ້ອງໃຫຍ່ທີ່ສຸດໃນໂລກ.

 

ປີທີ່ເລີ່ມປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ 14ຂອງຈີນ ຊັກນຳການພັດທະນາຂອງທົ່ວສັງຄົມດ້ວຍທັດສະນະຄະຕິໃໝ່_fororder_图片5

 

ໃນປີນີ້, ແຮງຂັບເຄື່ອນການປະດິດສ້າງໃໝ່ຂອງຈີນໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ການພັດທະນາແບບປະສານກົມກຽວກັນ ໄດ້ຮັບຜົນຢ່າງເດັ່ນຊັດ, ຊີວິດການເປັນຢູ່ແບບສີຂຽວໄດ້ຖືກເຜີຍແຜ່ໃຫ້ກາຍເປັນກະແສໃນສັງຄົມ, ການເປີດປະຕູສູ່ພາຍນອກຍິ່ງແຈ່ມແຈ້ງ, ທັດສະນະຄະຕິກ່ຽວກັບການຊົມໃຊ້ຮ່ວມກັນ ໄດ້ກ້າວສູ່ລວງເລິກຂອງຈິດໃຈປະຊາຊົນ.

ຄຳ​ເຫັນ

0