蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ຮຽກ​ຮ້ອງ​ໃຫ້​ລົງ​ໂທດ​ຄາດ​ຕະ​ກອນ​ທີ່​ລອບ​ສັງ​ຫານ​ທ່ານ​ໂຊ​ເລ​ມາ​ນີ ນາຍ​ພົນລະ​ດັບສູງ​ຂອງ​ອີ​ຣານ​ຢ່າງ​ເດັດ​ຂາດ

2022-01-05 11:02:05 CRI

ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ຮຽກ​ຮ້ອງ​ໃຫ້​ລົງ​ໂທດ​ຄາດ​ຕະ​ກອນ​ທີ່​ລອບ​ສັງ​ຫານ​ທ່ານ​ໂຊ​ເລ​ມາ​ນີ ນາຍ​ພົນລະ​ດັບສູງ​ຂອງ​ອີ​ຣານ​ຢ່າງ​ເດັດ​ຂາດ_fororder_sulaimani

     ວັນ​ທີ 3 ມັງ​ກອນນີ້, ທ່ານ​ອີບ​ຣາ​ຮິມ ໄຣ​ຊີ ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໄດ້​ກ່າວ​ຄຳ​ປາ​ໄສ​ຢູ່​ນະ​ຄອນ​ຫຼວງ​ເຕ​ເຮ​ຣານ ໂດຍ​ຮຽກ​ຮ້ອງ​ໃຫ້​​ລົງ​ໂທດ​ຄາດ​ຕະ​ກອນ​ທີ່​ມີ​ສ່ວນ​ຮ່ວມ​ການ​ລອບ​ສັງ​ຫານ​ທ່ານ​ໂຊ​ເລ​ມາ​ນີ ນາຍ​ພົນ​ລະ​ດັບ​ສູງ​ຂອງ​ອີ​ຣານ​ຢ່າງ​ເດັດ​ຂາດ.

     ມື້​ດຽວ​ກັນ, ຢູ່​ແຫ່ງ​ຕ່າງ​ໆ​ຂອງ​ອີ​ຣານ​ໄດ້​ຈັດ​ພິ​ທີລະ​ນຶກ ເພື່ອ​ສະ​ແດງ​ຄວາມ​ໄວ້​ອາ​​ໄລ​ເຖິງທ່ານ​ຄັ​ສເຊມ ໂຊ​ເລ​ມາ​ນີ ນາຍ​ພົນ​ອີ​ຣານ​ທີ່​ໄດ້​ເສຍ​ຊີ​ວິດ​ຈາກການ​ໂຈມ​ຕີ​ທາງ​ອາ​ກາດ​ຂອງກອງ​ທັບ​ອາ​ເມ​ຣິ​ກາ​ເມື່ອ 2 ປີ​ກ່ອນ. ຕາມ​ຂ່າວ​ຈາກ​ເວັບ​ໄຊ​ປະ​ທາ​ນາ​ທິ​ບໍ​ດີ​ອີ​ຣານ​ໃຫ້​ຮູ້​ວ່າ: ໃນ​ພິ​ທີລະ​ນຶກ​ທີ່​ຈັດ​ຂຶ້ນ​ຢູ່​ເຕ​ເຮ​ຣານ, ທ່ານ​ອີບ​ຣາ​ຮິມ ໄຣ​ຊີ​ກ່າວ​ວ່າ: ຕ້ອງ​ດຳ​ເນີນຄະ​ດີ​ຢ່າງ​ຍຸດຕິ​ທຳກັບ​ທ່ານທ​ຣຳ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີອາ​ເມ​ຣິ​ກາ ແລະທ່ານ​ໄມ​ ພົມ​ເພວ ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ ແລະ​ທ່ານ​ອື່ນໆທີ່​ມີ​ສ່ວນ​ຮ່ວມໃນ​ການ​ລອບ​ສັງ​ຫານ​ທ່ານ​ໂຊ​ເລ​ມາ​ນີ, ຄວນ​ໃຫ້​ພວກ​ເຂົາ​ຖືກ​ລົງ​ໂທດ​ຍ້ອນ​ການ​ກະ​ທຳ​ທີ່​ຊົ່ວ​ຮ້າຍແບບນີ້. ຖ້າບໍ່​ດັ່ງ​ນັ້ນ, ບໍ່​ຕ້ອງ​ສົງ​ໄສເລີຍວ່າ ອີ​ຣານ​ຈະ​ແກ້​ແຄ້ນອາ​ເມ​ຣິ​ກາ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0