徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໃນວັນພັກປີໃໝ່ສາກົນມູນຄ່າການຊື້ຂາຍຜ່ານທາງອິນເຕີເນັດຂອງ UNION PAY ບັນລຸເຖິງ 1320 ຕື້ຢວນ

2022-01-05 17:06:28 cri

ຕາມຂ່າວCRI: ວັນທີ 4 ມັງກອນນີ້, UNION PAY ໄດ້ເຜີຍແຜ່ຕົວເລກການຊື້ຂາຍ. ໃນວັນພັກປີໃໝ່ສາກົນ (ນັບແຕ່ວັນທີ 1 ຫາວັນທີ 3 ມັງກອນປີ 2022), ນີ້ຜ່ານອິນເຕີເນັດຂອງ UNION PAY ໄດ້ບັນລຸເຖິງ 1328 ຕື້ຢວນ, ເຊິ່ງໄດ້ສ້າງສະຖິຕິສູງສຸດໃນປະຫວັດສາດ.

 

ຕົວເລກສະແດງໃຫ້ເຫັນວ່າ, ການເຕີບໂຕຂອງການບໍລິໂພກດ້ານການບັນເທິງຮູບເງົາໂທລະພາບ, ສິນຄ້າຂາຍຍ່ອຍແລະຂະແໜງການກິນດື່ມແມ່ນນຳໜ້າໝູ່. ໃນນັ້ນ, ໃນດ້ານບັນເທິງຮູບເງົາໂທລະພາບມີຈຳນວນການຈ່າຍແລະມູນຄ່າການບໍລິໂພກສະເລ່ຍຕໍ່ມື້ລ້ວນແຕ່ເພີ່ມຂຶ້ນ 40% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້, ໃນດ້ານສິນຄ້າຂາຍຍ່ອຍແລະຂະແໜງການກິນດື່ມມີຈຳນວນການຈ່າຍແລະມູນຄ່າການບໍລິໂພກສະເລ່ຍຕໍ່ມື້ລ້ວນແຕ່ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້.

 

ໃນວັນພັກບຸນປີໃໝ່ສາກົນ, ປະລິມານການຊື້ຂາຍຜ່ານເຄືອຂ່າຍບັດ UNION PAY ທີ່ນຳໃຊ້ຢູ່ຕ່າງປະເທດໄດ້ເພີ່ມຂຶ້ນ 20% ເມື່ອທຽບກັບໄລຍະດຽວກັນຂອງປີກ່ອນເກີດມີການແຜ່ລະບາດຂອງພະຍາດໂຄວິດ-19, ປະລິມານການຊື້ຂາຍຜ່ານທາງອອນລາຍເພີ່ມຂຶ້ນປະມານ 60%, ການເຕີບໂຕຢູ່ເຂດຮົງກົງແລະປາກີສະຖານມີມູນຄ່າຢ່າງຫຼວງຫຼາຍທີ່ເຫັນໄດ້ຢ່າງໂດດເດັ່ນ.

ຄຳ​ເຫັນ

0