蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ແລະ​ປະ​ເທດ​ອາ​ຊີ​ກາງ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ໃນ​ການ​ສ້າງຕັ້ງ​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່

2022-01-05 11:36:21 CRI

ຈີນ​ແລະ​ປະ​ເທດ​ອາ​ຊີ​ກາງ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ໃນ​ການ​ສ້າງຕັ້ງ​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່_fororder_微信图片_20220105113530

     ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ມັງ​ກອນນີ້, ມີ​ນັກ​ຂ່າວ​ຖາ​ມ​ວ່າ: ໃນ​ຕົ້ນ​ເດືອນ​ມັງ​ກອນນີ້, ຈີນ​ກັບ 5 ປະ​ເທດ​ອາ​ຊີ​ກາງ​ຈະ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 30 ປີ, ນີ້​ແມ່ນ​ເຫດ​ການ​ໃຫຍ່​ທີ່​ມີ​ຄວາມ​ໝາຍ​ແລະ​ເປັ​ນ​ສັນ​ຍາ​ລັກໃນ​ປະ​ຫວັດ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບປະ​ເທດ​ອາ​ຊີ​ກາງ, ຂໍ​ຖາມ​ວ່າ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ກັບເລື່ອງນີ້?

     ທ່ານ​ວ່າງ​ເວີນ​ປີ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ແຕ່​ວັນ​ທີ 2 ຫາ​ວັນ​ທີ 6 ມັງ​ກອນ​ປີນີ້​ແມ່ນ​ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຈີນ​ກັບ 5 ປະ​ເທດ​ອາ​ຊີ​ກາງ​ຄົບ​ຮອບ 30 ປີ. ຕະ​ຫຼອດ​ໄລ​ຍະ 30 ປີ​ທີ່​ຜ່ານ​ມາ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ເປັນ​ຂີດ​ໝາຍ​ ແລະ​ເປັນ​ແບບ​ບຸກ​ທະ​ລຸ​ໃນ​ຂົງ​ເຂດ​ຕ່າງໆ ເຊິ່ງ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ໃນ​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ສາ​ກົນ​ແບບ​ໃໝ່, ທັງ​ເປັນ​ການປະ​ກອບ​ສ່ວນ​ເຂົ້າ​ໃນ​ການຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ.

     ທ່ານ​ວ່າງ​ເວີນ​ປີ່ນ​ຍັງ​ກ່າວ​ຕື່ມ​ວ່າ: ເມື່ອ​ຢືນ​ຢູ່​ຈຸດ​ເລີ່ມ​ຕົ້ນ​ໃໝ່​ຂອງ​ປະ​ຫວັດ​ສາດ, ຈີນ​ຍິນ​ດີ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ​ກາງ, ສືບ​ຕໍ່​ລົງ​ເລິກ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນທາງ​ດ້ານ​ການ​ເມືອງແລະ​ຂະ​ຫຍາຍ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ຢ່າງ​ຮອບ​ດ້ານ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງສອງ​ຝ່າຍ​ໃຫ້​ມີ​ລະ​ດັບ​ສູງ​ຂຶ້ນ​ຕື່ມ​ອີກ ແລະ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງບໍ່​ຢຸດຢັ້ງ.

ຄຳ​ເຫັນ

0