徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງການຕ່າງປະເທດຈີນກ່າວວ່າ:​ທ່ານຈ່າງມີງໄດ້ຮັບຕຳແໜ່ງເປັນເລຂາທິການໃຫຍ່ອົງການ SCO ຜູ້ໃໝ່

2022-01-06 15:54:14 cri

ກະຊວງການຕ່າງປະເທດຈີນກ່າວວ່າ:​ທ່ານຈ່າງມີງໄດ້ຮັບຕຳແໜ່ງເປັນເລຂາທິການໃຫຍ່ອົງການ SCO ຜູ້ໃໝ່_fororder_eac4b74543a98226350634f3a1ce09084890ebf1

 

ຕາມຂ່າວCRI: ວັນທີ 5 ມັງກອນນີ້, ທ່ານຫວ່າງເວີນປີ່ນ, ໂຄສົກກະຊວງການຕ່າງປະເທດຈີນຢືນຢັນວ່າ: ໂດຍອີງຕາມກົດລະບຽບທີ່ກ່ຽວຂ້ອງຂອງອົງການຮ່ວມມືຊຽງໄຮ້ຫຼືອົງການ SCO, ແລະໄດ້ຮັບການເຫັນດີຈາກສະພາມົນຕີປະມຸກລັດຂອງອົງການ SCO, ທ່ານຈ່າງມີງໄດ້ຮັບຕຳແໜ່ງເປັນເລຂາທິການໃຫຍ່ຂອງອົງການ SCO ນັບແຕ່ວັນທີ 1 ມັງກອນປີ 2022 ເປັນຕົ້ນໄປ, ເຊິ່ງຈະດຳລົງຕຳແໜ່ງເປັນເວລາ 3 ປີ.

 

ທ່ານຈ່າງມີງເຄີຍດຳລົງຕຳແໜ່ງເປັນຫົວໜ້າຄະນະທູຕານຸທູດຈີນ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສປຈີນປະຈຳສະຫະພາບເອີຣົບ. ທ່ານຫວ່າງເວີນປີ່ນກ່າວວ່າ, ທ່ານຈ່າງມີງແມ່ນນັກການທູດອາວຸໂສ, ມີບົດຮຽນດ້ານວຽກງານການຕ່າງປະເທດຫຼາຍຝ່າຍທີ່ອຸດົມສົມບູນ, ເຊື່ອວ່າທ່ານເລຂາທິການໃຫຍ່ຈ່າງມີງຈະເຮັດຄືກັນກັບອະດີດເລຂາທິການໃຫຍ່ແຕ່ລະທ່ານຂອງອົງການ SCO ເພື່ອຊຸກຍູ້ໃຫ້ອົງການ SCO ກ້າວຂຶ້ນສູ່ລະດັບສູງຄັ້ງໃໝ່ຢ່າງຕໍ່ເນື່ອງ.

 

ທ່ານຫວ່າງເວີນປີ່ນກ່າວວ່າ: ໃນຖານະເປັນປະເທດເຈົ້າພາບຂອງກອງເລຂາອົງການ SCO, ຈີນຈະສະໜັບສະໜູນວຽກງານຂອງກອງເລຂາທິການແລະເລຂາທິການໃຫຍ່ອົງການ SCO ຢ່າງສະເໝີຕົ້ນສະເໝີປາຍ, ຍິນດີຮ່ວມກັນກັບແຕ່ລະຝ່າຍ, ປະກອບສ່ວນກຳລັງແຮງຂອງຕົນເຂົ້າໃນການຊຸກຍູ້ການສ້າງສັນຕິພາບແລະການພັດທະນາພາກພື້ນກໍ່ຄືທົ່ວໂລກ.”

 

 

ຄຳ​ເຫັນ

0