蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຄວນ​ເຮັດພັນ​ທະ​ແລະ​ໜ້າ​ທີ່​ຂອງ​ຕົນ​ໃນ​ວຽກ​ງານ​ອະ​ວະ​ກາດ​ຊັ້ນ​ນອກໃຫ້​ດີ

2022-01-06 17:16:18 CRI

ຫວ່າງ​ມໍ່ໆ​ມາ​ນີ້, ເວັບ​ໄຊ​ຫ້ອງ​ການ​ວຽກ​ງານ​ອະ​ວະ​ກາດ​ຊັ້ນ​ນອກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຫຼື UNOOSA ​ໄດ້​ອອກ​ແຈ້ງ​ການ​ສະ​ບັບ​ໜຶ່ງ ໂດຍ​ໄດ້​ຮັບຄວາມ​ສົນ​ໃຈ​​ຢ່າງກວ້າງ​ຂວາງຈາກ​ຄົນ​ທັງຫຼາຍ​. ເອ​ກະ​ສານ​ທີ່​ເຜີຍ​ແຜ່​ໃນ​ແຈ້ງ​ການ​ສະ​ບັບ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ: ​ກຸ່ມ​ຕາ​ໜ່າງ​ດາວ​ທຽມ ຫຼື ສະ​ຕາ​ລິ້ງ ທີ່​ບໍ​ລິ​ສັດ SpaceX ​ເຊິ່ງ​ເປັນ​ບໍ​ລິ​ສັດ​ເອ​ກະ​ຊົນ​ຂອງ​ອາ​ເມ​ຣິ​ກາ ທີ່​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ນັ້ນ ໄດ້​ເຄື່ອນ​ເຂົ້າ​ໃກ້​ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​ສອງ​ເທື່ອ​ໃນ​ປີ​ກາຍ​ນີ້ ເຊິ່ງ​ໄດ້​ເປັນ​ໄພ​ຂົ່ມ​ຂູ່​ອັນ​ຮ້າຍ​ແຮງ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ນັກ​ບິນ​ອະ​ວະ​ກາດ​ຂອງ​ຈີນ.

ພາຍຫຼັງ​ທ່ານ​ໂຈ​ນາ​ທານ ແມັກ​ໂດ​ເວວ ນັກ​ວິ​ທະ​ຍາ​ສາດ​ທີ່​ຄົ້ນ​ຄວ້າ​ດາວ​ດາ​ລາ​ຟິ​ຊິກຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຮາ​ເວີດຂອງ​ອາ​ເມ​ຣິ​ກາ​​ໄດ້ເກັບ​ກຳ​ຂໍ້​ມູນ​ກ່ຽວ​ກັບ​ດາວ​ທຽມ​​ສະ​ຕາ​ລິ້ງດັ່ງ​ກ່າວ​ແລ້ວ​​ໄດ້ເຫັນ​ວ່າ: ດາວ​ທຽມ​ດັ່ງ​ກ່າວ​ໄດ້​ເຄື່ອນ​ເຂົ້າ​ໃກ້​ກັບ​ສະ​ຖາ​ນີ​ອະ​ວະ​ກາດ​ຈີນ​ສອງ​ເທື່ອ ແລະ ມີ​ພຽງ​ເທື່ອ​ດຽວ​ໄດ້​ດຳ​ເນີນ​ການ​ຄວບ​ຄຸມ​ໃຫ້ “​ຫຼົບຫຼີກ​ພຽງເລັກ​ໜ້ອຍ​ເທົ່າ​ນັ້ນ”. ​ທ່ານ​ອີ​ລອນ ມັ​ສກ ​ປະ​ທານ​ຄະ​ນະ​ບໍ​ລິ​ຫານ​ຂອງ​ບໍ​ລິ​ສັດ SpaceX ເຄີຍ​ປະ​ກາດ​ຕໍ່​ພາຍນອກວ່າ: ​​ສະ​ຕາ​ລິ້ງ​ມີເຕັກ​ນິກຫຼົບຫຼີກ​ແບບ​ອັດ​ຕະ​ໂນ​ມັດ, ແຕ່​ວ່າ, ໃນສອງ​ເຫດ​ການ​​ນີ້, ເຕັກ​ນິກ​ດັ່ງ​ກ່າວ​ບໍ່​​ສາ​ມາດ​ປະ​ຕິ​ບັດ​ງານ​ໃຫ້​ບັງ​ເກີດ​ຜົນ​ໄດ້ຈັກ​ເທື່ອ.

ໃນ​ປີ 2019, ດາວ​ທຽ​ມ​ສະ​ຕາ​ລິ້ງຈະ​​ຕຳ​​ກັບດາວ​ທຽມ​ສັງ​ເກດ​ໜ້າ​ໂລກຂອງ​ອົງ​ການ​ການ​ບິນ​ອະ​ວະ​ກາດ​ເອີ​ຣົບ. ​ມາ​ຮອດປັດ​ຈຸ​ບັນ, ​ສະ​ຕາ​ລິ້ງ​ໄດ້​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ເຫດ​ການ​ເຄື່ອນ​ເຂົ້າ​ໃກ້ຍານ​ອະ​ວະ​ກາດ​ປະ​ມານ 1.600 ເທື່ອ ເຊິ່ງກວມ​ເອົາ​ເຄິ່ງ​ໜຶ່ງ​ຂອງ​ເຫດ​ການ​ລັກ​ສະ​ນະ​ທີ່​ເປັນ​ອັນ​ຕະ​ລາຍ​ແບບນີ້. ໃນ​ຂະ​ນະ​ດຽວ​ກັນ, ຄຽງ​ຄູ່​ກັບ​ບໍ​ລິ​ສັດ SpaceX ໄດ້​ສົ່ງ​ດາວ​ທຽມ​ຂຶ້ນ​ສູ່​ອະ​ວະ​ກາດ​ຊັ້ນ​ນອກ​ເປັນ​ຈຳ​ນວນຫຼວງຫຼາຍ, ຄວາມ​ສ່ຽງ​ທີ່​ດາວ​ທຽມ​ຈະ​ຕຳ​ກັນ​ຢູ່​ຕາມ​ວົງ​ໂຄ​ຈອນ​ກໍ​ນັບ​ມື້​ນັບ​ສູງ​ຂຶ້ນ. ພາຍຫຼັງ​ດາວ​ທຽມ​​ສະ​ຕາ​ລິ້ງ​ຖືກ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​ເປັນ​ຈຳ​ນວນຫຼວງຫຼາຍ​ແລ້ວ, ຍັງ​ຈະ​ເຮັດ​ໃຫ້​ເກີດ​ມີ​ຂີ້​ເຫຍື້ອ​ອະ​ວະ​ກາດ​ທີ່​ບໍ່​ສາ​ມາດຄວບ​ຄຸມ​​ໄດ້, ຈົນ​ເຖິງ​ຂັ້ນ​ມີ​ສ່ວນ​ໜຶ່ງ​ຕົກ​ເຂົ້າ​ສູ່​ຊັ້ນ​ບັນ​ຍາ​ກາດຂອງ​ໂລກ ເຊິ່ງ​ຈະ​ທຳ​ລາຍ​ໜ່ວຍ​ໂລກ​ຢ່າງ​ໜັກ​ໜ່ວງ.

ນອກ​ຈາກ​ນີ້, ດາວ​ທຽມ​ຈຳ​ນວນຫຼວງຫຼາຍ ທີ່​ໂຄ​ຈອນ​ຢູ່​ອະ​ວະ​ກາດ​ຢ່າງ​ໜາ​ແໜ້ນ ​ຈະ​ເກີດ​ມີ​ຜົນ​ກະ​ທົບ​ຢ່າງ​​ຮ້າຍ​ແຮງຕໍ່​ກັບ​ການ​ສັງ​ເກດ​ອະ​ວະ​ກາດ​ທີ່​ເປັນ​ປົກ​ກະ​ຕິ. ທ່ານ​ນາງ​ຊາ​ມາ​ນ​ຊາ ລາວ​ເລີ ​ຜູ້​ຊ່ວຍສາ​ສະ​ດາ​ຈານ​​ດ້ານ​ດາ​ລາ​ສາດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເຣ​ກີ​ນາ​ກາ​ນາ​ດາ​ກ່າວ​ວ່າ: ແຕ່​ກ່ອນ, ເມືອງ​ປົກ​ຄອງ​ຕົນ​ເອງ​ເອ​ເດນ​ເວີດທີ່​ຕົນອາ​ໄສ​ຢູ່ ເປັນ​ສະ​ຖານ​ທີ່​ສັງ​ເກດ​ດາ​ລາ​ສາດ​​ທີ່​ດີ. ແຕ່​ຄຽງ​ຄູ່​ກັບ​​​ກຸ່ມ​ຕາ​ໜ່າງດາວ​ທຽມ​​ທາງ​ທຸ​ລະ​ກິດນັບ​ມື້​ນັບຫຼາຍ​ຂຶ້ນ, ທ້ອງ​ຟ້າ​ໃນ​ຕອນ​ຄ່ຳ​ມືດ​ໄດ້​ເກີດ​ມີ “ກຸ່ມ​ດາວ” ໃໝ່ຫຼາຍ​ກຸ່ມ. ຖ້າ​ຂະ​ແໜງ​ການ​ດັ່ງ​ກ່າວ​ບໍ່​ໄດ້​ຮັບ​ການ​ຕິດ​ຕາມ​ຄຸ້ມ​ຄອງ​ໄດ້​ເປັນ​ຢ່າງ​ດີ, ແສງ​ຈາກດາວ​ປະ​ຈຳ​ກໍ​ອາດ​ຈະ​ຖືກ​ດາວ​ທຽມ​ເຫຼົ່າ​ນີ້​ປິດ​ບັງ​ໄປຈົນ​ໝົດ.

ອີງ​ຕາມ “ສົນ​ທິ​ສັນ​ຍາ​ອະ​ວະ​ກາດ​ຊັ້ນ​ນອກ” ຂອງ​ສາ​ກົນ, ອາ​ເມ​ຣິ​ກາ​ຄວນ​ຮັບ​ຜິດ​ຊອບ​​ທຸກ​ການ​ເຄື່ອນ​ໄຫວ​ຢູ່​ອະ​ວະ​ກາດ​ຊັ້ນ​ນອກ​ຂອງ​ບໍ​ລິ​ສັດ​ພາຍ​ໃນ​ປະ​ເທດ​ຕົນ. ສະ​ນັ້ນ, ການ​ກະ​ທຳ​​ທີ່​ເປັນ​ອັນ​ຕະ​ລາຍ​ຂອງ​ບໍ​ລິ​ສັດ SpaceX ກໍ​ຄວນ​ແມ່ນ​ອາ​ເມ​ຣິ​ກາ​ເປັນ​ຜູ້​ຮັບ​ຜິດ​ຊອບ. ເຖິງວ່າ​ອາ​ເມ​ຣິ​ກາ​ເຄີຍ​ກ່າວ​ຢູ່​ຕາມ​​ເວ​ທີສາ​ກົນຫຼາຍ​ເທື່ອ​ແລ້ວ​ວ່າ: ບັນ​ດາ​ປະ​ເທດ​ຄວນ​​ມີ​ຄວາມຮັບ​ຜິດ​ຊອບ​ຕໍ່​ການ​​ເຄື່ອນ​ໄຫວ​ຢູ່ອະ​ວະ​ກາດ​ຊັ້ນ​ນອກ​ຂອງ​ຕົນ, ແຕ່​ອາ​ເມ​ຣິ​ກາ​ເອງ​ພັດ​ບໍ່​ເອົາ​ຫົວ​ຊາ​ຕໍ່​ພັນ​ທະ​​ຂອງ​ຕົນ​ທີ່​ມີ​ຕໍ່​ສົນ​ທິ​ສັນ​ຍາ​ສາ​ກົນ ເຊິ່ງ​ການ​ກະ​ທຳ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເປັນ​ໄພ​ຂົ່ມ​ຂູ່​ອັນ​ຮ້າຍ​ແຮງ​ຕໍ່​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ຂອງ​ນັກ​ບິນ​ອະ​ວະ​ກາດ​ຂອງ​ຈີນ. ​ຄື​ດັ່ງ​ຄຳ​ເວົ້າ​ຂອງ​ຊາວ​ເນັດ​ເວົ້າ​ວ່າ: ອາ​ເມ​ຣິ​ກາ​ໄດ້​ປະ​ຕິ​ບັດ​ສອງ​ມາດ​ຕະ​ຖານ​​ເລື້ອຍໆ ເຊິ່ງ​ແມ່ນ​ແຕ່​ຢູ່ອ​ະ​ວະ​ກາດ​ຊັ້ນ​ນອກ​ພຸ້ນ​​ກໍ​ຍັງ​ເຮັດ​ແບບ​ສອງ​ມາດ​ຕະ​ຖານ​ເຊັ່ນ​ດຽວ​ກັນ. ພວກ​ເຮົາ​ຂໍ​ບອກ​ອາ​ເມ​ຣິ​ກາ​ວ່າ​ຈະ​ເຮັດ​ໜ້າ​ທີ່​ຂອງ​ຕົນ​ຢູ່​ຕາມອ​ະ​ວະ​ກາດ​ຊັ້ນ​ນອກ​ໃຫ້​ດີ​ຢ່າງ​ແທ້​ຈິງ, ຢ່າ​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ອື່ນ​ຢູ່​ຕາມ​ອະ​ວະ​ກາດ​ຊັ້ນ​ນອກ​ຕໍ່​ໄປອີກ​ດ້ວຍ ແລະ ປະ​ກອບ​ສ່ວນ​ຢ່າ​ງ​ຕັ້ງ​ໜ້າ​ແລະ​ແທ້​ຈິງ​ໃຫ້​ແກ່​ອະ​ນາ​ຄົດ​ຂອງມວນ​ມະ​ນຸດ.

ຄຳ​ເຫັນ

0