郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບັນຫາຕ່າງໆໃນທຸກຄອບຄົວຂອງຄົນຈີນມີຫຍັງແດ່?

2022-01-06 17:12:23 cri

ໃນປີ 2021 ທີ່ຜ່ານ​ມາ,​ ປະ​ຊາ​ຊົນ​ຈີນ​ໄດ້​ດຳ​ລົງ​ຊີ​ວິດ​ແນວ​ໃດ,​ ຍັງມີ​ບັນຫາຫຍັງຄ້າງຄາໃຈ​​ແດ່? ບໍ່​ວ່າ​ໄປຮອດໃສ, ທ່ານ ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກໍ່​ຍັງ​ເປັນ​ຫ່ວງເປັນໃຍປະຊາຊົນຢູ່ສະເໝີ. ເພິ່ນ​ເວົ້າ​ວ່າ: “​ບໍ່​ວ່າ​ໄປ​ຮອດ​ໃສ ສະພາບ​ສອງ​ຢ່າງ​​ທີ່ຂ້າ​ພະ​ເຈົ້າ​ຕ້ອງ​ສຳ​ຫຼວດເບິ່ງນັ້ນ​ກໍ່​ຄື​ ໜຶ່ງແມ່ນຊົນ​ນະ​ບົດ ແລະ ອີກອັນໜຶ່ງແມ່ນເຂດ​ຊຸມ​ຊົນ ເພື່ອ​ເບິ່ງວ່າ​ປະຊາຊົນ​ພວກເຮົາ​​ດຳ​ລົງ​ຊີ​ວິດ​ຄືແນວ​ໃດ.” “ເພາະວ່າ ການ​ເຮັດ​ໃຫ້​ປະ​ຊາ​ຊົນດຳລົງຊີ​ວິດດ້ວຍຄວາມ​ຜາ​ສຸກນັ້ນ ເປັນ​ເລື່ອງ​ໃຫຍ່ກວ່າ​ໝູ່​ຂອງ​ຊາດ.”

ການ​ສຶກ​ສາ

ໃນປີ 2021 ທີ່ຜ່ານ​ມາ,​ ໂດຍ​ແນ​ໃສ່​ບັນ​ຫາ “​ນັກ​ຮຽນ​ປະ​ຖົມ​ ແລະ​ ມັດ​ທະ​ຍົມຂອງ​ຈີນ​ມີພາລະການຮຽນ​ໜັກ​ໂພດ” ທີ່​ເປັນ​ໜຶ່ງ​ໃນ​ບັນ​ຫາ​​ທີ່​ພົ້ນ​ເດັ່ນ​ກວ່າ​ໝູ່​ໃນ​ດ້ານການ​ສຶກ​ສາ​ພາກ​ບັງ​ຄັບ​ຂອງ​ຈີນ, ທ່ານ​ ສີ​ຈິ້ນ​ຜິງ​ ໄດ້​ກ່າວ​ເນັ້ນ​ໜັກ​ວ່າ: “ຕ້ອງ​ຜັນ​ຂະ​ຫຍາຍທິດ​ທາງ​ການ​ສຶ​ກ​ສາ​ຂອງ​ພັກ​ຢ່າງຮອບ​ດ້ານ, ຈັດ​ຕັ້ງ​ປະ​ຕິ​ບັດ​ໜ້າທີ່ໃຫ້ເຖິງກົກເຖິງຮາກໃນ​ການສຶກ​ສາ​ນັກ​ຮຽນ​ໃຫ້​ມີ​ສິນ​ທຳ, ຍຶດ​ໝັ້ນ​ຫຼັກ​ການ​ແບບ​ສາ​ທາ​ລະ​ນະ​ປະ​ໂຫຍດ​ຂອງ​ການ​ສຶກ​ສາ, ລົງ​ເລິກ​ການ​ປະ​ຕິ​ຮູບ​ດ້ານ​ການ​ສຶກ​ສາ, ເຮັດ​ວຽກ​ການ​ສຶກ​ສາ​ໃຫ້​ປະ​ຊາ​ຊົນ​ພໍ​ໃຈ.” ດັ່ງ​ນັ້ນ ລັດ​ຖະ​ບານ​ຈີນ​ຈຶ່ງ​ໄດ້​ປ​ະ​ກາດ​ນະ​ໂຍ​ບາຍທີ່ ຫຼຸດຜ່ອນພາລະດ້ານ​ວຽກ​ບ້ານ​​ ແລະ​ ການຮຽນຢູ່ນອກ​ໂຮງ​ຮຽນຂອງ​ນັກ​ຮຽນ​ໃນຂັ້ນການ​ສຶກ​ສາ​ພາກ​ບັງ​ຄັບ​ນັ້ນ​ໃຫ້​ເບົາ​ລົງ, ໂດຍເອີ້ນ​ຫຍໍ້ວ່າ “ນະ​ໂຍ​ບາຍ​ຫຼຸດຜ່ອນ 2 ດ້ານ”.

ບັນຫາຕ່າງໆໃນທຸກຄອບຄົວຂອງຄົນຈີນມີຫຍັງແດ່?_fororder_1404560907

ບັນຫາຕ່າງໆໃນທຸກຄອບຄົວຂອງຄົນຈີນມີຫຍັງແດ່?_fororder_2033324300

ຂະ​ນະ​ດຽວ​ກັນ, ​​ຢູ່​ໂຮງ​ຮຽນ​ຕ່າງໆໃນລະດັບ​ການ​ສຶກ​ສາ​ພາກ​ບັງ​ຄັບຂອງ​ຈີນ​ໃນ​ປີ 2021 ໄດ້​ເປີດການ​ບໍ​ລິ​ການ​ຫຼັງ​​ເລີກ​ຮຽນຢ່າງທົ່ວເຖິງໂດຍ​ພື້ນ​ຖານ​. ອັດຕາສ່ວນຂອງ​ນັກ​ຮຽນ​ທີ່ສະ​ໝັກ​ເຂົ້າ​ຮ່ວມ​ການ​ບໍ​ລິ​ການ​ຫຼັງ​​ເລີກ​ຮຽນ ໄດ້ເພີ່ມຂຶ້ນ​ຈາກ 49,1% ໃນ​ສົກ​ຮຽນ​ຕົ້ນ​ປີ 2021  ເປັນ 91,9% ໃນ​ປັດ​ຈຸ​ບັນ.

ການ​ປິ່ວ​ປົວ​ ແລະ​ ສາ​ທາ​ລະ​ນະ​ສຸກ

ປີ 2021, ສະ​ພາບການແຜ່ລະບາດຂອງ​ພະ​ຍາດ​ໂຄວິດ-19 ໄດ້ຂຶ້ນໆ​ລົງໆ, ມີ​ໄວ​ຣັດ​ກາຍ​ພັນໃໝ່​ປາ​ກົດ​ອອກ​ມາເລື້ອຍໆ, ສະ​ພາບ​ການ​ປ້ອງ​ກັນ​ ແລະ​ ຄວບ​ຄຸມ​ພະ​ຍາດ​ ຍິ່ງເຂັ້ມຂຸ້ນກວ່າ​ເກົ່າ. ທ່ານ​​ປະ​ທານ ສີ​ຈິ້ນ​ຜິງ ໄດ້​ບັນ​ຊາ, ​​ຊີ້​ນຳ ແລະ ​ຈັດ​ວາງວຽກ​ງານ​ປ້ອງ​ກັນ​ ແລະ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ດ້ວຍຕົນເອງ ເຊິ່ງ​ໄດ້​ກຳ​ນົດ​ຍຸດ​ທະ​ວິ​ທີລວມ ຄື: “ປ້ອງ​ກັນການ​ແຜ່ລະບາດ​ມາ​ຈາກ​ຕ່າງ​ປະ​ເທດ, ​ປ້ອງ​ກັນການແຜ່​ລະ​ບາດຄືນຢູ່ພາຍໃນປະເທດ” ແລະທິດທາງລວມ ຄື: “ປິ່ນປົວ ແລະ ຄວບຄຸມບໍ່ໃຫ້ມີຜູ້ຕິດເຊື້ອແມ່ນແຕ່ກໍລະນີດຽວ.​” ດັ່ງນັ້ນ, ທຸກຄັ້ງທີ່ເກີດການລະບາດ ຈຶ່ງໄດ້​ຮັບ​ປະ​ສິດ​ທິ​ຜົນສູງທີ່ສຸດ ​ດ້ວຍ​ຕົ້ນ​ທຶນ​ໜ້ອຍທີ່ສຸດ.

ທ່ານ ເຈ​ຣີ ຄໍວານ ເປັນ​ຜູ້​ອັບໂຫຼດ​ວິ​ດີ​ໂອ​ທາງອິນເຕີ​ເນັດ​ທີ່​ມາ​ຈາກ​ນິວຢອກ​, ປະ​ເທດ​ອາ​ເມ​ຣິ​ກາ, ລາວ​ໄດ້ເດີນທາງ​ຈາກ​ອາ​ເມ​ຣິ​ກາ​ກັບ​ຄືນມາ​ປະ​ເທດ​ຈີ​ນ​ໃນ​ປີ 2021. ເມື່ອ​ປຽບ​ທຽບ​ສະ​ພາບ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນ​ ແລະ ​ຢູ່​ອາ​ເມ​ຣິ​ກາ​ແລ້ວ, ລາວຮູ້ສຶກ​ຕົກ​ສະເງີ້​ຫຼາຍ. ຫຼັງ​ຈາກ​ໝົດ​ເວ​ລາ​ ກັກ​ບໍ​ລິ​ເວນ​ຢູ່​ໂຮງ​ແຮມ​ແລ້ວ, ລາວ​ໄປ​ກິນ​ເຂົ້າ​ຢູ່​ຮ້ານ​ອາ​ຫານ​ແຫ່ງ​ໜຶ່ງ; ຮ້ານນີ້​ຂາຍ​ດີ​ຫຼາຍ, ລາວລຽນແຖວລໍ​ຖ້າ​ໜຶ່ງ​ຊົ່ວ​ໂມງ ​ຈຶ່ງ​ໄດ້​ທີ່​ນັ່ງ​ກິນ​ເຂົ້າ​. ສະພາບ ແລະເຫດການດັ່ງກ່າວນີ້ເຮັດ​ໃຫ້​ລາວ​ມີ​ຄວາມ​ຮູ້​ສຶກ​ອັນ​ເລິກ​ເຊິ່ງ​ຕໍ່​ຜົນ​ງານ​ການ​ປ້ອງ​ກັນ​ ແລະ ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19 ​ຢູ່​ຈີນ.

ບັນຫາຕ່າງໆໃນທຸກຄອບຄົວຂອງຄົນຈີນມີຫຍັງແດ່?_fororder_2031246781

ການ​ລ້ຽງດູ​ຜູ້ອາຍຸສູງ

ປີ 2021 ໂດຍພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​​ຢ່າງແຂງແຮງ​ຈາກ​ລັດ​ຖະ​ບານ​ຈີນ, ​ການ​ບໍ​ລິ​ການ​ລ້ຽງດູຜູ້ອາຍຸສູງນັບ​ມື້​ນັບ​ສະ​ດວກ, ວ່ອງ​ໄວ ແລະແທດເຖິງ ເຊັ່ນ ໃນຍາມເຈັບເປັນກໍມີພະຍາບານຊ່ວຍພາໄປຫ້ອງນໍ້າ, ຮັບສົ່ງ​ເຖິງຕຽງ​ນອນ... ກະຊວງການເງິນ​ຈີນໄດ້​ເບີກງົບປະມານ 1,1 ຕື້ຢວນ ເພື່ອໃຊ້ຈ່າຍ​ສະ​ໜັບ​ສະ​ໜູນ​ 42 ເຂດ ໃນການພັດ​ທະ​ນາ​ການ​ບໍ​ລິ​ການລ້ຽງດູຜູ້ອາຍຸສູງ​ຂັ້ນ​ພື້ນ​ຖານ ​ທີ່​ຢູ່​ເຮືອນ​ ແລະ ​ເຂດ​ຊຸມ​ຊົນ, ເຊັ່ນ: ດຳ​ເນີນ​ການປັບ​ປຸງ​ສິ່ງກໍ່ສ້າງຕ່າງໆເພື່ອ​ໃຫ້ສອດຄ່ອງກັບຜູ້ອາຍຸສູງ, ສ້າງ​ຫ້ອງ​ອາ​ຫານສຳລັບຜູ້ອາຍຸສູງໂດຍສະເພາະ ແລະ ເຜີຍ​ແຜ່​ການນຳ​ໃຊ້​ຕຽງ​ນອນ​ຢູ່​ໃນເຮືອນຂອງຜູ້ອາຍຸສູງ ເຫຼົ່ານີ້ເປັນຕົ້ນ.

ບັນຫາຕ່າງໆໃນທຸກຄອບຄົວຂອງຄົນຈີນມີຫຍັງແດ່?_fororder_1172122547

ປັດ​ຈຸ​ບັນ ຢູ່​ຈີນ​ມີ​ອົງ​ການ​ບໍ​ລິ​ການ​ ແລະ ​ສິ່ງ​ກໍ່​ສ້າງ​ເພື່ອ​ລ້ຽງດູຜູ້ອາຍຸສູງ ​ເຖິງ 3 ແສນ 4 ໝື່ນແຫ່ງ, ໃນນັ້ນ 3 ແສນ 1 ພັນ​ແຫ່ງແມ່ນຕັ້ງຢູ່ເຂດ​ຊຸມ​ຊົນ.

ຄຳ​ເຫັນ

0